ນາຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ

ນາຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ

ນາຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມ  ສະຖາປະນິກ ແລະ ວິສະວະກອນໂຍທາລາວ
​ ໃນຕອນແລງວັນທີ 21 ຕຸລານີ້ ທີ່ສູນການຄ້າລາວ-ໄອເຕັກ ໄດ້ຈັດພິທີເປີດງານວາງສະແດງສິນຄ້າ ALACE EXPO ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ປະຈໍາປີ 2025, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວົງໄພ ບຸນມະນີ ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ, ບັນດາຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.
ນາຍກເຂາຮວມເປດງານວາງສະແດງສນຄາ ຂອງສະມາຄມ ສະຖາປະນກ ແລະ ວສະວະກອນໂຍທາລາວ - image 1
 

 

ໃນໂອກາດນີ້, ທ່ານ ປະທານສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ ກໍໄດ້ລາຍງານໃຫ້ຊາບວ່າ: ງານວາງສະແດງສິນຄ້າ ALACE EXPO ເປັນໜຶ່ງໃນ 4 ກິດຈະກໍາປະຈໍາປີ ຂອງ ສສວ ຊຶ່ງປະກອບມີ: ກອງປະຊຸມໃຫຍ່ ຄັ້ງທີ 5 ຂອງ ສສວ ແລະ ກອງປະຊຸມທາງວິຊາການ (ALACE Forum), ALACE AWARD ແລະ ງານວາງສະແດງ (ALACE EXPO) ນີ້ ຊຶ່ງເປັນງານວາງສະແດງທາງດ້ານການອອກແບບ ແລະ ກໍ່ສ້າງ, ເປັນການວາງສະແດງຜົນສໍາເລັດການ ເຄື່ອນໄຫວປະຈໍາປີ ໃນຂົງເຂດສະຖາປັດຕະຍະກຳ ແລະ ວິສະວະກຳໂຍທາຂອງ ສປປ ລາວ. ພ້ອມນີ້ກໍຍັງເປັນເວທີ ແລະ ພື້ນທີ່ສຳລັບການນຳສະເໜີ ແລະ ແລກປ່ຽນຄວາມຮູ້, ການສ້າງຕາໜ່າງເຄືອຂ່າຍ, ການນໍາສະເໜີນະວັດຕະກໍາ ແລະ ການຂັບເຄື່ອນໂອກາດຂອງການພັດທະນາໃໝ່ ໃນມິຕິຂອງທຸລະກິດ, ນະວັດຕະກຳ, ການຮ່ວມມື ເພື່ອສົ່ງເສີມວິຊາຊີບ ຂອງຂະແໜງການດັ່ງກ່າວໃຫ້ຕໍ່ເນື່ອງ. ສຳລັບງານດັ່ງກ່າວ ດໍາເນີນເປັນເວລາ 7 ວັນ (20-26 ຕຸລາ 2025) ຊຶ່ງເປັນງານວາງສະແດງ ທີ່ຜູ້ຊົມຈະໄດ້ສຶກສາສໍາຫຼວດ ແລະ ຮຽນຮູ້ ວິວັດທະນາການຂອງສະຖາປັດຕະຍະກໍາ ແລະ ການກໍ່ສ້າງໃນ ສປປ ລາວ ເລີ່ມຕັ້ງແຕ່ພູມປັນຍາການອອກແບບກໍ່ສ້າງເຮືອນດັ້ງເດີມ ທີ່ມີຄຸນຄ່າທາງວັດທະນະ ທຳ ໄປຈົນເຖິງການພັດທະນາປັບປຸງອາຄານທີ່ຢູ່ອາໄສ ທີ່ມີຮູບຊົງ ແລະ ລັກສະນະຮ່ວມສະໄໝ ສາ ມາດຕອບສະໜອງຄວາມຕ້ອງການໃນການໃຊ້ຊີວິດທີ່ຫຼາກຫຼາຍຂອງສັງຄົມໄດ້ຢ່າງມີຄຸນນະພາບ.ພາຍໃນງານ ມີຈຳນວນ ຫ້າງຮ້ານວາງສະແດງສິນຄ້າ ລວມທັງໝົດ 130 ຫ້າງຮ້ານ, 80 ກວ່າ ບໍລິສັດ ແລະ 9 ຄູ່ຮ່ວມມື ຂອງ ສສວ ທີ່ນໍາເອົາຜະລິດຕະພັນ, ວັດສະດຸກໍ່ສ້າງທີ່ຫຼາກຫຼາຍ ມາຈາກທັງພາຍໃນ ແລະ ຕ່າງປະເທດ, ຫ້າງຮ້ານຂອງບັນດາບໍລິສັດອອກແບບທີ່ປຶກສາ ແລະ ກໍ່ສ້າງ ແລະ ຫ້າງຮ້ານຂອງສະມາຊິກ ສສວ, ຄຽງຄູ່ກັນ ຍັງມີຫ້າງຮ້ານ ຂອງ ສສວ, ຄູ່ຮ່ວມມື ຂອງ ສສວ ລວມຈຳນວນ 20 ຫ້າງຮ້ານ ຊຶ່ງປະກອບດ້ວຍ ຫ້າງຮ້ານຂອງອົງການຈັດຕັ້ງສາກົນ,ຫ້າງຮ້ານວາງສະແດງຜົນງານຂອງພາກລັດ ແລະ ຫ້າງຮ້ານວາງສະແດງຂອງພາກສ່ວນການສຶກສາຈໍານວນໜຶ່ງ,ມີກິດຈະກຳຫຼາກຫຼາຍທີ່ທາງ ສສວ ແລະ ຜູ້ປະກອບການຮ່ວມມືກັນຈັດຂຶ້ນ ເປັນຕົ້ນແມ່ນ: ການອອກຫ້າງຮ້ານວາງສະແດງສິນຄ້າ ແລະ ຜະລິດຕະພັນຂອງບັນດາບໍລິສັດທີ່ກ່ຽວຂ້ອງກັບຂະແໜງການ; ກິດຈະກໍາເສວະນາ ແລກປ່ຽນຄວາມຮູ້;ALACE AWARD-ກິດຈະກໍາການປະກວດ ແລະ ໃຫ້ລາງວັນຜົນງານການອອກແບບດີເດັ່ນປະຈໍາປີ ຂອງ ສສວ; ນິທັດສະການ ແລະ ກິດຈະກໍາ WORKSHOPປິ່ນອ້ອມພາຍໃນງານ ຕະຫຼອດ 7 ວັນ.

ນາຍກເຂາຮວມເປດງານວາງສະແດງສນຄາ ຂອງສະມາຄມ ສະຖາປະນກ ແລະ ວສະວະກອນໂຍທາລາວ - image 2
 

ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ກ່າວມີຄຳເຫັນວ່າ: ວຽກງານສະຖາປັດຕະຍະກຳ ແລະ ວິສະວະກຳກໍ່ສ້າງ ມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນຕໍ່ຂະແໜງການກໍ່ສ້າງ ຊຶ່ງບໍ່ສາມາດຂາດໄດ້. ງານວາງສະແດງປະຈຳປີ 2025 ຂອງ ສສວ ຖືໄດ້ວ່າເປັນເຫດການສໍາຄັນໜຶ່ງ ສໍາລັບ ສະຖາ ປະນິກ ແລະ ວິສະວະກອນໂຍທາ, ນັກສຶກສາ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຈຳໜ່າຍສິນຄ້າ ກ່ຽວກັບການກໍ່ສ້າງ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນ ຊຶ່ງງານວາງສະແດງດັ່ງກ່າວນີ້ ໄດ້ຈັດວາງ ສະແດງຜົນງານຂອງ ສສວ ເອງ, ບັນດາພາກສ່ວນຕ່າງໆຈາກກະຊວງ ຍທຂ, ອົງການຈັດຕັ້ງສາກົນ ແລະ ຫ້າງຮ້ານຕ່າງໆ ທັງເປັນຂອງລາວ ແລະ ຕ່າງປະເທດ. ນອກນີ້, ກໍຍັງມີກິດຈະກຳຕ່າງໆໃນແຕ່ລະວັນ ໂດຍສະເພາະ ແມ່ນການຈັດເວທີສົນທະນາແລກປ່ຽນຄວາມຮູ້ທາງດ້ານວິຊາການກ່ຽວກັບວຽກ ງານສະຖາປະນິກ ແລະ ວິສະວະກຳໂຍທາ ເພື່ອໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມງານ ໄດ້ຮຽນຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວ. ໃນຕອນທ້າຍ ທ່ານຍັງໄດ້ກ່າວຕື່ມວ່າ ການຈັດງານວາງສະແດງໃນຄັ້ງນີ້ ຈະເປັນຂີດໝາຍອັນສໍາຄັນ ທີ່ຊ່ວຍນໍາເອົາຄວາມຮູ້ດ້ານສະຖາປະນິກ ແລະ ວິສະວະກຳໂຍທາ ມາເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ສາມາດນໍາເອົາໄປຕໍ່ຍອດປັບປຸງໃຫ້ເຂົ້າກັບການ ດໍາລົງຊີວິດ ຢ່າງແທດເໝາະຂອງໃຜລາວ.

ນາຍກເຂາຮວມເປດງານວາງສະແດງສນຄາ ຂອງສະມາຄມ ສະຖາປະນກ ແລະ ວສະວະກອນໂຍທາລາວ - image 3
 

ໃນຕອນທ້າຍພິທີ ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເພື່ອເປີດພິທີ ຢ່າງເປັນທາງການ ພ້ອມທັງໄດ້ຢ້ຽມຊົມບັນດາຫ້າງຮ້ານ ທີ່ນຳສິນຄ້າມາວາງສະແດງ ໃນງານຕື່ມອີກ.

(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ,ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ,ບັນດາກະຊວງ, ອົງການຂອງລາວ ແລະ ຫວຽດນາມ ແລະ ຊາວໜຸ່ມເຍົາວະຊົນເຂົ້າຮ່ວມ.
ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ເພີ່ມເຕີມ