ຈີນ ສຶບຕໍ່ເປັນຜູ້ສະໜອງສິນຄ້າອັນດັບໜຶ່ງໃຫ້ ອິດສະຣາແອນ

ຈີນ ສຶບຕໍ່ເປັນຜູ້ສະໜອງສິນຄ້າອັນດັບໜຶ່ງໃຫ້ ອິດສະຣາແອນ
ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ອົງການສະຖິຕິ ອິດສະຣາແອນ (CBS) ໄດ້ປະກາດຂໍ້ມູນການນຳເຂົ້າ ແລະ ສົ່ງອອກປີ 2023 ໂດຍສະແດງໃຫ້ເຫັນວ່າ: ຈີນ ສືບຕໍ່ເປັນປະເທດສະໜອງສິນຄ້າໃຫຍ່ທີ່ສຸດໃຫ້ແກ່ ອິດສະຣາແອນ 4 ປີຕິດຕໍ່ກັນ, ດ້ວຍຍອດມູນຄ່າການນຳເຂົ້າຈາກຕະຫຼາດ 11,2 ຕື້ໂດລາ.
ຂ່າວລະບຸວ່າ: ສິນຄ້າທີ່ ອິສຣາແອນ ນຳເຂົ້າຈາກ ຈີນ ສ່ວນໃຫຍ່ແມ່ນອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງເອເລັກໂຕຣນິກ, ແຜ່ນແພ, ລົດໄຟຟ້າ, ເຄມີ, ຢາງພາລາ ແລະ ຜະລິດຕະພັນຢາງ. ອາເມຣິກາ ແມ່ນຕະຫຼາດນຳເຂົ້າໃຫຍ່ອັນດັບທີ່ສອງຂອງອິດສະຣາແອນ, ດ້ວຍມູນຄ່າ 9,06 ຕື້ໂດລາ (ບໍ່ລວມເພັດ). ຖັດມາແມ່ນ ເຢຍລະມັນ, ສະວິດເຊີແລນ ແລະ ຕວັກກີ.
ໃນດ້ານການສົ່ງອອກ, ຕະຫຼາດທີ່ນຳໜ້າໃນການນຳເຂົ້າສິນຄ້າ ແລະ ການບໍລິການ ຈາກ ອິດສະຣາແອນ ເປັນຈຳນວນຫຼວງຫຼາຍແມ່ນ ອາເມຣິກາ ດ້ວຍວົງເງິນການຄ້າ 17,58 ຕື້ໂດລາ; ຮອງລົງມາແມ່ນ ຈີນ 3,44 ຕື້ໂດລາ, ອຽກລັງ 3,42 ຕື້ໂດລາ, ໂຮນລັງ, ອິນເດຍ ແລະ ເຢຍລະມັນ.
 

ຄໍາເຫັນ

ຂ່າວຕ່າງປະເທດ

ຣັດເຊຍ ຕັ້ງເປົ້າສ້າງສູນຂໍ້ມູນໃໝ່ 8 ແຫ່ງພາຍໃນປີ 2036

ຣັດເຊຍ ຕັ້ງເປົ້າສ້າງສູນຂໍ້ມູນໃໝ່ 8 ແຫ່ງພາຍໃນປີ 2036

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກັນຍາ ຜ່ານມາວ່າ: ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ປະກາດວ່າ: ຣັດເຊຍ ຈະສ້າງສູນຂໍ້ມູນໃໝ່ 8 ແຫ່ງ ແລະ ຂະຫຍາຍຕາໜ່າງການຂົນສົ່ງ, ພະລັງງານ ແລະ ການສື່ສານ ພາຍໃຕ້ແຜນການພັດທະນາຂະໜາດໃຫຍ່ເຖິງປີ 2036. ໂດຍສູນຂໍ້ມູນໃໝ່ຈະສ້າງຂຶ້ນເປັນໄລຍະ ແລະ ຈະຮອງຮັບຕູ້ເຊີເວີຫຼາຍກວ່າ 10,000 ຕູ້.
7-Eleven ຍີ່ປຸ່ນ ເລີ່ມທົດລອງໃຊ້ຫຸ່ນຍົນເພື່ອເຕີມສິນຄ້າ ແລະ ເຮັດຄວາມສະອາດ

7-Eleven ຍີ່ປຸ່ນ ເລີ່ມທົດລອງໃຊ້ຫຸ່ນຍົນເພື່ອເຕີມສິນຄ້າ ແລະ ເຮັດຄວາມສະອາດ

ຂ່າວຕ່າງປະເທດລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ບໍລິສັດ Seven-Eleven ປະເທດຍີ່ປຸ່ນ ໄດ້ເລີ່ມທົດລອງນຳເອົາຫຸ່ນຍົນມາຊ່ວຍເຮັດວຽກໃນຮ້ານສະດວກຊື້ 7-Eleven ແຫ່ງໜຶ່ງໃນນະຄອນຫຼວງໂຕກຽວ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການນຳລະບົບອັດຕະໂນມັດມາໃຊ້ເພື່ອແກ້ໄຂບັນຫາການຂາດແຄນແຮງງານຂອງຍີ່ປຸ່ນ.
ກຳປູເຈຍ - ຟີລິບປິນ ລົງນາມເອກະສານການຮ່ວມມື 3 ສະບັບ

ກຳປູເຈຍ - ຟີລິບປິນ ລົງນາມເອກະສານການຮ່ວມມື 3 ສະບັບ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ກຳປູ​ເຈຍ ​ແລະ ຟີ​ລິບ​ປິນ ​ໄດ້​ລົງ​ນາມ​ເອກະສານ 3 ສະບັບ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ການ​ເຊື່ອມ​ຕໍ່​ການ​ບິນ, ການ​ສຶກສາ​ຊັ້ນ​ສູງ ​ແລະ ຕ້ານ​ອາຊະຍາ​ກຳ​ຂ້າມ​ຊາຍ​ແດນ.
ຂະ​ໜາດ​​ໂດຍລວມ​ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຈີນ​ ​ຮັກ​ສາ​ອັນ​ດັບ​ໜຶ່ງ​ຂອງ​ໂລກ 15 ປີ​ລຽນ​ຕິດ

ຂະ​ໜາດ​​ໂດຍລວມ​ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຈີນ​ ​ຮັກ​ສາ​ອັນ​ດັບ​ໜຶ່ງ​ຂອງ​ໂລກ 15 ປີ​ລຽນ​ຕິດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 9 ກັນ​ຍາ​ ຜ່ານມານີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ພາຍ​ໃຕ້​ຫົວ​ຂໍ້: “ການ​ສຳ​ເລັດ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ ​ຄັ້ງ​ທີ 14 ດ້ວຍ​ຄຸນ​ນະ​ພາບ​ສູງ” ໂດຍ​ໄດ້ລາຍ​ງານສະ​ພາບ​ທີ່​ກ່ຽວ​ຂ້ອງ​​ກັບ​ການ​ຊຸກ​ຍູ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ແບບ​ໃໝ່​​ຢ່າງ​ແຂງ​ແຮງ ລວມ​ເຖິງ​ການປັບ​ປຸງ​ ແລະ ​ເປີດກວ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຮູບ​ປະ​ທຳໃຫ້​ດີ​ຂຶ້ນໃນ​ໄລ​ຍະປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 14.
ຫວຽດ​ນາມ ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ສູນ​ຂົນ​ສົ່ງ​ທາງ​ທະ​ເລ

ຫວຽດ​ນາມ ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ສູນ​ຂົນ​ສົ່ງ​ທາງ​ທະ​ເລ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ເຈີແມນ ມາສລອຟ ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບ logistics ຂອງບໍລິສັດ FESCO ທີ່ມີສຳນັກງານຕັ້ງຢູ່ເມືອງວະລາດິວອສຕັອກ ປະເທດຣັດເຊຍ ໃຫ້ຮູ້ວ່າ, ພາຍຫຼັງ 2 ປີແຫ່ງການເຄື່ອນໄຫວ, ເສັ້ນທາງທະເລເຊື່ອມຕໍ່ ວະລາດິວອສຕັອກ ກັບບັນດາທ່າກ່ຳປັ່ນຂອງຫວຽດນາມ, ບໍລິສັດ FESCO ໄດ້ເພີ່ມກ່ຳປັ່ນທີ່ເຄື່ອນໄຫວເປັນປະຈຳຂຶ້ນເປັນ 3 ລຳ. ປະລິມານສິນຄ້າລະຫວ່າງ ຫວຽດນາມ ແລະ ຣັດເຊຍ ຊຶ່ງ ບໍລິສັດ FESCO ຂົນສົ່ງໃນປີ 2025 ນີ້ ໄດ້ເພີ່ມຂຶ້ນ 16% ເມື່ອທຽບໃສ່ປີກາຍ. ສິນຄ້າຈາກບັນດາປະເທດ ອາຊຽນ ທີ່ສົ່ງໄປຍັງ ຣັດເຊຍ ກໍລ້ວນແຕ່ໄດ້ຮັບການຄ່ຽນຖ່າຍໂດຍ FESCO ຜ່ານບັນດາທ່າກ່ຳປັ່ນຂອງ ຫວຽດນາມ.
ຟີລິບປິນ ອະນຸຍາດໃຫ້ເຊົ່າທີ່ດິນໄດ້ 99 ປີ

ຟີລິບປິນ ອະນຸຍາດໃຫ້ເຊົ່າທີ່ດິນໄດ້ 99 ປີ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຟີ​ລິບ​ປິນ ອະນຸຍາດ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຊົ່າ​ທີ່​ດິນໄດ້​ເປັນ​ເວ​ລາ 99 ປີ, ເພື່ອຊຸກ​ຍູ້​ການ​ລົງ​ທຶນ​ພາຍ​ໃນ​ປະ​ເທດ​ດ້ວຍສັນຍາເຊົ່າ​​ໄລ​ຍະ​ຍາວ.
ສິງກະໂປ ພົບຜູ້ຕ້ອງສົງໄສ ເກືອບ 50 ຄົນ ໃຊ້ຢາສູບຊອມບີ້

ສິງກະໂປ ພົບຜູ້ຕ້ອງສົງໄສ ເກືອບ 50 ຄົນ ໃຊ້ຢາສູບຊອມບີ້

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສາທາລະນະສຸກຂອງສິງກະໂປ ລາຍງານວ່າ, ສະຖາບັນເບິ່ງແຍງສຸຂະພາບສາທາລະນະທົ່ວສິງກະໂປ ກວດພົບຜູ້ຕ້ອງສົງໄສສູບຢາສູບໄຟຟ້າທີ່ປະສົມສານ Etomidate ຊຶ່ງຖືກຂະໜານນາມວ່າ “ຢາສູບຊອມບີ້” ເກືອບ 50 ຄົນ ໃນໄລຍະ 6 ອາທິດ ຊຶ່ງເລີ່ມນັບຕັ້ງແຕ່ວັນທີ 9 ກໍລະກົດ ເປັນຕົ້ນມາ.
ສ ເກົາຫຼີ ຍົກເວັ້ນວີຊານັກທ່ອງທ່ຽວຈີນທີ່ເດີນທາງມາເປັນກຸ່ມ

ສ ເກົາຫຼີ ຍົກເວັ້ນວີຊານັກທ່ອງທ່ຽວຈີນທີ່ເດີນທາງມາເປັນກຸ່ມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ສ ເກົາຫຼີ​ ໄດ້​ປະກາດ​ໂຄງການ​ຍົກ​ເວັ້ນວີ​ຊາ​ຊົ່ວຄາວ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນທາງມາ​ເປັນ​ກຸ່ມ, ​ເພື່ອ​ແນ​ໃສ່​ຊຸກຍູ້​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ປະ​ເທດ. ຂະນະທີ່ນັກ​ວິ​ເຄາະ​ຄາດ​ວ່າ​ການ​ທ່ອງ​ທ່ຽວ​ຈະ​ເພີ່ມ​ຂຶ້ນ​ໃນ​ຕົ້ນ​ເດືອນ​ຕຸລາ ຈະມາເຖິງນີ້ ​ຍ້ອນຈີນມີ​ວັນ​ພັກຍາວເນື່ອງໃນ​ວັນ​ຊາດ​​.
ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ເລັ່ງສ້າງບົດລາຍງານໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ

ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ເລັ່ງສ້າງບົດລາຍງານໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 7 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກວດກາ, ສືບຕໍ່ຊຸກຍູ້ການຜັນຂະຫຍາຍໂຄງການເສັ້ນທາງລົດໄຟຄວາມໄວສູງສາຍເໜືອ - ໃຕ້ ແລະ ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ.
ຈີນຢືນຢັນວ່າ SCO ແມ່ນການຮ່ວມມືທີ່ເປັນຮູບປະທຳ

ຈີນຢືນຢັນວ່າ SCO ແມ່ນການຮ່ວມມືທີ່ເປັນຮູບປະທຳ

ກອງປະຊຸມຖະແຫຼງການກ່ຽວກັບຜົນກອງປະຊຸມສຸດຍອດ SCO ປີ 2025 ເຊິ່ງຈັດຂຶ້ນທີ່ ນະຄອນທຽນຈິນ ຫວ່າງມໍ່ໆມານີ້ ທີ່ຫ້ອງປະຊຸມຊຽນເຫີ່ ສະໂມສອນສາກົນປັກກິ່ງ ໃນວັນທີ 8 ກັນຍານີ້ ໂດຍການເປັນປະທານຂອງທ່ານ ຝ່ານ ຊ່ຽນຣົງ ( Fan Xianrong)
ເພີ່ມເຕີມ