ຈີນອາເມຣິກາ ແລະ ເອີຣົບ ຮ່ວມມືຄວາມປອດໄພຂອງສິນຄ້າບໍລິໂພກ

ຈີນອາເມຣິກາ ແລະ ເອີຣົບ ຮ່ວມມືຄວາມປອດໄພຂອງສິນຄ້າບໍລິໂພກ
ຂ່າວສານຫວຽດນາມລາຍງານ, ໃນວັນທີ 10 ເມສາ ຜ່ານມາກົມພາສີຂອງຈີນ (GAC) ປະກາດວ່າ:ຈີນ, ອາເມຣິກາ ແລະ ສະຫະພາບເອີຣົບ ໄດ້ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບການເພີ່ມທະວີການຮ່ວມມືທີ່ກ່ຽວຂ້ອງເຖິງຄວາມປອດໄພຂອງສິນຄ້າບໍລິໂພກ.
ຂ່າວລະບຸວ່າ: ໃນກອງປະຊຸມສຸດຍອດສາມຝ່າຍຈີນ-ອາເມລິກາແລະສະຫະພາບເອີຣົບ ຄັ້ງທີ 8 ກ່ຽວກັບຄວາມປອດໄພດ້ານຜະລິດຕະພັນເຄື່ອງບໍລິໂພກ ຢູ່ ເມືອງຫາງໂຈ່ວ ແຂວງເຈີ້ຈຽງ ຕາເວັນອອກຂອງຈີນ, 3 ຝ່າຍໄດ້ເຫັນດີພັດທະນາມາດຕະຖານຮ່ວມ ແລະ ເພີ່ມທະວີການຕິດຕາມກວດກາ, ສຸມໃສ່ປົກປ້ອງຮັກສາສິດ ແລະ ຜົນປະໂຫຍດຂອງຜູ້ບໍລິໂພກ ເຊັ່ນດຽວກັນກັບຄວາມພະຍາຍາມເພື່ອຮັບປະກັນຄວາມປອດໄພຂອງບັນດາສິນຄ້າບໍລິໂພກ.
ກອງປະຊຸມດັ່ງກ່າວໄດ້ຮັບການຮ່ວມມືໂດຍ GAC, ຄະນະກໍາມະການຄວາມປອດໄພຂອງສິນຄ້າບໍລິໂພກຂອງ ອາເມຣິກາ ແລະ ອົງການເພື່ອຄວາມຍຸຕິທຳຂອງຜູ້ບໍລິໂພກ ຂອງຄະນະກຳມະການເອີຣົບ.
ບັນດາຝ່າຍຈະດຳເນີນການຮ່ວມມືໃນຂອບເຂດການຮ່ວມມືທີ່ມີຢູ່ແລ້ວ ເພື່ອປົກປ້ອງສຸຂະພາບ ແລະ ຄວາມປອດໄພຂອງຜູ້ບໍລິໂພກ, ຊີ້ນຳດ້ວຍຄວາມເຫັນດີເປັນເອກະສັນກັນກ່ຽວກັບການຊອກຫາມາດຕະຖານສາກົນ, ພະຍາຍາມຮັດແໜ້ນລະບຽບການ ແລະ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມສ່ຽງ.
ປີ 2023, ວົງເງິນການຄ້າສິນຄ້າບໍລິໂພກຂອງ ຈີນ, ອາເມຣິກາ ແລະ ເອີຣົບ ບັນລຸປະມານ 248,8 ຕື້ໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນ ຮັກສາການປະເມີນເສດຖະກິດ

ຍີ່ປຸ່ນ ຮັກສາການປະເມີນເສດຖະກິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ກະ​ຊວງ​ການ​ເງິນ​ຂອງ​ຍີ່​ປຸ່ນຮັກສາການປະເມີນ​ເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ປະ​ເທດ​ບໍ່​ມີ​ການ​ປ່ຽນ​ແປງ​ຈາກການປະເມີນກ່ອນໜ້ານີ້, ໂດຍລະບຸວ່າ: ​ເສດ​ຖະ​ກິດຂອງປະເທດກຳລັງ​ຟື້ນ​ຕົວ​ປານ​ກາງເຖິງວ່າປະເຊີນໜ້າກັບຄວາມອ່ອນແອກໍຕາມ.

ກຳປູເຈຍ ເປີດທ່າເຮືອທ່ອງທ່ຽວ ມູນຄ່າ 10 ລ້ານໂດລາ

ກຳປູເຈຍ ເປີດທ່າເຮືອທ່ອງທ່ຽວ ມູນຄ່າ 10 ລ້ານໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ກຳ​ປູ​ເຈຍ​ໄດ້​ເປີດ​ທ່າເຮືອ​ທ່ອງ​ທ່ຽວ​ສາ​ກົນກໍາປອດ ທີ່​ມີ​ມູນ​ຄ່າ 10 ລ້ານ​ໂດ​ລາ​ໃນ​ແຂວງກໍາປອດ ຢູ່ແຄມ​ຝັ່ງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ. ​ເພື່ອ​ແນ​ໃສ່​ຊຸກຍູ້​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ​ກຳປູ​ເຈຍ
ຈີນອະນຸຍາດໃຫ້ວິສາຫະກິດຈາກຕ່າງປະເທດລົງທຶນຊໍ້າຢູ່ຈີນໂດຍບໍ່ຕ້ອງຈົດທະບຽນເງິນຕາຕ່າງປະເທດ

ຈີນອະນຸຍາດໃຫ້ວິສາຫະກິດຈາກຕ່າງປະເທດລົງທຶນຊໍ້າຢູ່ຈີນໂດຍບໍ່ຕ້ອງຈົດທະບຽນເງິນຕາຕ່າງປະເທດ

ຂ່າວສານຊີອາໄອລາຍງານວ່າ: ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 21 ເມສາ ຜ່ານມາ. ໃນໂອກາດນີ້, ກະຊວງການຄ້າຈີນໄດ້ແນະນໍາສະພາບລະອຽດກ່ຽວກັບ “ແຜນດໍາເນີນງານວ່າດ້ວຍການເລັ່ງຊຸກຍູ້ຈຸດທົດລອງສັງລວມການຂະຫຍາຍການເປີດປະຕູດ້ານຂະແໜງການບໍລິການ”.
ຫວຽດນາມ ​ກະ​ກຽມ​ສັ​ບ​ປະ​ດາ​ຂັ້ນ​ສູງ APEC 2027

ຫວຽດນາມ ​ກະ​ກຽມ​ສັ​ບ​ປະ​ດາ​ຂັ້ນ​ສູງ APEC 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ທີ່ນະຄອນຝຸກວັກ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມເຮັດວຽກກັບການນຳແຂວງກຽນຢາງ ກ່ຽວກັບການຜັນຂະຫຍາຍ ແລະ ບາງກົນໄກນະໂຍຍາຍທີ່ຈຳເປັນເພື່ອລົງທຶນພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ສັບປະດາສຸດຍອດ APEC 2027.
ຣັດເຊຍ ຫຼຸດການຄາດຄະເນລາຄານໍ້າມັນດິບ Brent ລົງເກືອບ 17%

ຣັດເຊຍ ຫຼຸດການຄາດຄະເນລາຄານໍ້າມັນດິບ Brent ລົງເກືອບ 17%

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ກະ​ຊວງ​ເສດ​ຖະ​ກິດ​ຣັດ​ເຊຍ​ໄດ້​ຫຼຸດ​ການຄາດຄະເນລາ​ຄາ​ນ້ຳ​ມັນ​ດິບ Brent ປີ 2025 ລົງ​ເກືອບ 17% ​ເຫຼືອ 68 ໂດ​ລາ​ຕໍ່​ບາ​ເຣນ, ຫຼຸດ​ລົງ​ຈາກ 81.7 ໂດ​ລາ​ຕໍ່​ບາ​ເຣນ​ທີ່ເຄີຍ​ຄາດ​ຄະ​ເນໄວ້​ໃນ​ເດືອນ​ກັນ​ຍາ ປີຜ່ານມາ.
ການສົ່ງອອກຂອງ ສ ເກົາຫຼີ ຫຼຸດລົງ 5.2% ໃນ 20 ມື້ທຳອິດຂອງເດືອນເມສາ

ການສົ່ງອອກຂອງ ສ ເກົາຫຼີ ຫຼຸດລົງ 5.2% ໃນ 20 ມື້ທຳອິດຂອງເດືອນເມສາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງ ສເກົາຫຼີ (KCS) ເປີດເຜີຍໃນວັນທີ 21 ເມສາ ຜ່ານມາວ່າ: ການສົ່ງອອກຂອງ ສ ເກົາຫຼີໃນໄລຍະ 20 ມື້ທຳອິດຂອງເດືອນເມສາ ໄດ້ຫຼຸດລົງ5.2% ເມື່ອທຽບໃສ່ປີກາຍມາເປັນ 33.87 ຕື້ໂດລາ. ໂດຍສ່ວນໜຶ່ງແມ່ນຍ້ອນອັດຕາພາສີຂອງສະຫະລັດ ອາເມຣິກາ ທີ່ເຮັດໃຫ້ການສົ່ງອອກໄປສະຫະລັດ ອາເມຣິກາ ຊ້າລົງ.
ສີລັງກາ ຕັ້ງເປົ້າສົ່ງອອກໝາກພ້າວ ບັນລຸ 1.7 ຕື້ໂດລາ ໃນປີ 2025

ສີລັງກາ ຕັ້ງເປົ້າສົ່ງອອກໝາກພ້າວ ບັນລຸ 1.7 ຕື້ໂດລາ ໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາ; ສື່​ມວນ​ຊົນ​ຂອງ​ສີ​ລັງກາ​ອ້າງ​ອີງ​ການ​ລາຍ​ງານ​ຈາກ​ອົງການ​ພັດທະນາ​ໝາກ​ພ້າວ (CDA) ລະບຸວ່າ:ສີ​ລັງກາ​ຕັ້ງ​ເປົ້າ​ຈະ​ເພີ່ມ​ລາຍ​ຮັບຈາກ​ການ​ສົ່ງ​ອອກ​ໝາກພ້າວເປັນສອງເທົ່າ​ໃນ​ປີ​ນີ້​ ລວມຢູ່ທີ່ 1.7 ຕື້​ໂດ​ລາ.
ຍີ່​ປຸ່ນ​ເພີ່ມ​ກົດ​ລະ​ບຽບ​ປີນ​ພູ​ເຂົາໄຟຟູ​ຈິ ຫຼັງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ

ຍີ່​ປຸ່ນ​ເພີ່ມ​ກົດ​ລະ​ບຽບ​ປີນ​ພູ​ເຂົາໄຟຟູ​ຈິ ຫຼັງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ແຂວງຢາມານາຊິ ຜູ້ເບິ່ງແຍງເສັ້ນທາງ ປີນພູໂຍຊິດະ ຊຶ່ງເປັນເສັ້ນທາງທີ່ນິຍົມສຳລັບປີນພູເຂົາໄຟຟູຈິ, ປະກາດກົດລະບຽບໃໝ່ທີ່ເຂັ້ມງວດຫຼາຍຂຶ້ນສໍາລັບຜູ້ທີ່ຕ້ອງການປີນພູເຂົາໄຟຟູຈິ,ໃນຂະນະທີ່ກະກຽມເປີດໃຫ້ຈອງເສັ້ນທາງປີນພູຜ່ານລະບົບອອນລາຍໃນອາທິດໜ້າ.
ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ຂາຍ​ຍົກ​ ແລະ ຂາຍ​ຍ່ອຍ​ຂອງ​ຈີນ​​ບັນ​ລຸ 3,300 ຕື້ຢວນ

ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ຂາຍ​ຍົກ​ ແລະ ຂາຍ​ຍ່ອຍ​ຂອງ​ຈີນ​​ບັນ​ລຸ 3,300 ຕື້ຢວນ

ຂ່າວສານຊີອາໄອ ລາຍງານໃນວັນທີ 21 ເມສາ ຜ່ານມາ, ໂດຍອີງ​ຕາມ​ໂຕເລກ​ຂໍ້​ມູນ​ຂອງ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ລະ​ຫວ່າງ​ເດືອນ​ມັງ​ກອນ​ຫາ​ເດືອນ​ມີ​ນາ​ປີ​ນີ້, ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ຂາຍ​ຍົກ ແລະ ຂາຍ​ຍ່ອຍ​ຂອງ​ຈີນ​ບັນ​ລຸ 3,300 ຕື້ຢວນ, ເພີ່ມ​ຂຶ້ນ 5.8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ
ເພີ່ມເຕີມ