ຈີນຈະເລັ່ງລັດປັບປຸງບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດ

ຈີນຈະເລັ່ງລັດປັບປຸງບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດ
ຂ່າວສານຊີອາໄອລາຍງານ ໃນວັນທີ 15 ມີນາ ນີ້, ບົດລາຍງານວຽກງານຂອງລັດຖະບານຈີນໃນປີນີ້ໄດ້ລະບຸວ່າ: ຈະສືບຕໍ່ຫຼຸດຜ່ອນບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນໃຫ້ໜ້ອຍລົງ ແລະ ຍົກເລີກມາດຕະການຈໍາກັດການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນໃນຂົງເຂດອຸດສາຫະກໍາການຜະລິດຢ່າງຮອບດ້ານ. 
ທ່ານ ເຫີຢ້າຕົ່ງ ໂຄສົກກະຊວງການຄ້າຈີນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 14 ມີນາ ຜ່ານມາວ່າ: ບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນໃນປັດຈຸບັນນີ້ແມ່ນປະກອບດ້ວຍສອງພາກຄື: ບັນຊີທາງລົບທີ່ໃຊ້ໃນຂອບເຂດທົ່ວປະເທດ ແລະ ບັນຊີທາງລົບທີ່ໃຊ້ໃນເຂດທົດລອງການຄ້າເສລີ, ຕໍ່ໄປນີ້, ກະຊວງການຄ້າຈີນຈະສຸມຄວາມພະຍາຍາມຮ່ວມກັບຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ເລັ່ງລັດປັບປຸງບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນທີ່ໃຊ້ໃນຂອບເຂດທົ່ວປະເທດ ເພື່ອບັນລຸການປອດຂໍ້ຈໍາກັດການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນໃນຂົງເຂດອຸດສາຫະກໍາການຜະລິດ.

ຄໍາເຫັນ

ຂ່າວຕ່າງປະເທດ

ສະຫະລັດ ອາເມຣິກາ ຈະລົງທຶນເກືອບ 1 ຕື້ໂດລາ ພັດທະນາບໍ່ແຮ່ ແລະ ວັດສະດຸທີ່ສໍາຄັນ

ສະຫະລັດ ອາເມຣິກາ ຈະລົງທຶນເກືອບ 1 ຕື້ໂດລາ ພັດທະນາບໍ່ແຮ່ ແລະ ວັດສະດຸທີ່ສໍາຄັນ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ກະຊວງ​ພະ​ລັງ​ງານ ​ຂອງ​ສະ​ຫະ​ລັດ ອາເມຣິກາ ​ປະ​ກາດ​ວ່າ​, ຈະ​ຈັດ​ສັນ​ເງິນ​ເກືອບ 1 ຕື້​ໂດ​ລາ ​ເພື່ອ​ເສີມ​ຂະ​ຫຍາຍ​ເຕັກ​ໂນ​ໂລ​ຊີ​ການ​ຂຸດ​ຄົ້ນ​ບໍ່​ແຮ່​, ການ​ປຸງ​ແຕ່ງ ​ແລະ​ ການ​ຜະ​ລິດ​ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​ແຮ່​ທາດ ​ແລະ ​ວັດ​ສະ​ດຸ​ທີ່​ສໍາ​ຄັນ​.
ນັກທ່ອງທ່ຽວຕ່າງປະເທດເດີນມາຢ້ຽມຢາມຍີ່ປຸ່ນ ເພີ່ມຂຶ້ນ 4.4%

ນັກທ່ອງທ່ຽວຕ່າງປະເທດເດີນມາຢ້ຽມຢາມຍີ່ປຸ່ນ ເພີ່ມຂຶ້ນ 4.4%

ຂ່າວຕ່າງປະເທດລາຍງານວ່າ: ອົງການສົ່ງເສີມການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່ປຸ່ນ (JNTO) ປະກາດ​ໃນ​ວັນ​ທີ 20 ສິງຫາ ຜ່ານມາ​ວ່າ, ຈຳນວນ​ນັກ​ທ່ອງ​ທ່ຽວທີ່ເດີນມາຢ້ຽມຢາມ​​ຍີ່ປຸ່ນ​ໃນ​ເດືອນ​ກໍລະກົດ​ ຜ່ານມາ ​ເພີ່ມ​ຂຶ້ນ 4.4% ​ເມື່ອ​ທຽບ​ໃສ່​ປີ​ກາຍ ​ເປັນ 3.4 ລ້ານ​ເທື່ອ​ຄົນ ຊຶ່ງຖືເປັນ​ສະຖິຕິ​ສູງທີ່ສຸດ​ເມື່ອ​ທຽບ​ໃສ່​ເດືອນ​ດຽວ​ກັນ ຍ້ອນວ່າ​ຫຼາຍ​ປະ​ເທດ​ພວມ​ຢູ່ໃນໄລຍະພັກ​ຮຽນ.
7 ເດືອນຕົ້ນປີ ການຄ້າກັບຕ່າງປະເທດຂອງຈີນເພີ່ມຂຶ້ນ 3.5%

7 ເດືອນຕົ້ນປີ ການຄ້າກັບຕ່າງປະເທດຂອງຈີນເພີ່ມຂຶ້ນ 3.5%

ຂ່າວສານຊີອາໄອລາຍງານວ່າ, ໃນກອງປະຊຸມຂ່າວທີ່ຈັດຂຶ້ນວັນທີ 21 ສິງຫາ ຜ່ານມານີ້, ທ່ານ ເຮີຢົງຊຽນ ໂຄສົກກະຊວງການຄ້າຈີນ ກ່າວວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ຄວາມສ່ຽງທີ່ການພັດທະນາເສດຖະກິດການຄ້າສາກົນຕ້ອງຜະເຊີນເພີ່ມຫຼາຍຂຶ້ນຢ່າງຊັດເຈນ, ການຄ້າກັບຕ່າງປະເທດຂອງຈີນຮັກສາທ່າອ່ຽງໝັ້ນຄົງ ແລະ ກ້າວໜ້າ, ໃນ 7 ເດືອນຕົ້ນປີນີ້ ຈັງຫວະເຕີບໂຕແມ່ນ 3.5%.
ຫວຽດນາມ ເປີດນຳໃຊ້ຫໍພິພິຕະພັນອາວະກາດ

ຫວຽດນາມ ເປີດນຳໃຊ້ຫໍພິພິຕະພັນອາວະກາດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີ ວັນຊາດຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2025) ແລະ 50 ປີ ວັນສ້າງຕັ້ງສູນສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (1975 – 2025), ໃນວັນທີ 21 ສິງຫາ ຜ່ານມາ, ສູນອາວະກາດ ຫວຽດນາມ ໄດ້ຈັດພິທີເປີດນຳໃຊ້ “ຫໍພິພິຕະພັນອາວະກາດ ຫວຽດນາມ” ຢູ່ເຂດອຸດສາຫະກຳເຕັກໂນໂລຊີສູງ ຮວ່າລາກ ນະຄອນຫຼວງຮ່າໂນ້ຍ.
ອົສຕຣາລີ ຈະສ້າງຫ້ອງທົດລອງກວດສານພິດໃນອາຫານທະເລ

ອົສຕຣາລີ ຈະສ້າງຫ້ອງທົດລອງກວດສານພິດໃນອາຫານທະເລ

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ອັນໂຕນີ ອານບາເນັສ ນາຍົກລັດຖະມົນຕີ ອົສຕຣາລີ ປະກາດໃນວັນທີ 20 ສິງຫາ ຜ່ານມາວ່າ: ລັດຖະບານຈະສ້າງຫ້ອງທົດລອງໃໝ່ ຢູ່ລັດ South Australia ເພື່ອກວດຫາສານພິດ ໃນອາຫານທະເລ ໂດຍມີເປົ້າໝາຍເພື່ອແນໃສ່ແກ້ໄຂການລະບາດຂອງສາຫຼ່າຍພິດ ທີ່ເກີດຢູ່ບໍລິເວນນອກຊາຍຝັ່ງຂອງລັດດັ່ງກ່າວ.
ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມຢູ່ພາກເໜືອປາກິສຖານ ຫຼາຍກວ່າ 400 ຄົນ

ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມຢູ່ພາກເໜືອປາກິສຖານ ຫຼາຍກວ່າ 400 ຄົນ

ຂ່າວຕ່າງປະເທດລາຍງານຈາກເມືອງເປສະວາ ປະເທດປາກິສຖານ ໃນວັນທີ 20 ສິງຫາ ຜ່ານມາວ່າ: ຝົນຕົກໜັກໃນທົ່ວພາກເໜືອຂອງປາກິສຖານ ເຮັດໃຫ້ເກີດນໍ້າຖ້ວມ ແລະ ດິນເຈື່ອນ ຊຶ່ງສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ບ້ານເຮືອນຕ່າງໆ, ເຮັດໃຫ້ມີຜູ້ຄົນຈຳນວນຫຼາຍຕິດຢູ່ໃຕ້ຊາກຫັກພັງ ແລະ ອີກຫຼາຍຄົນສູນຫາຍ.
ໄຟປ່າໃນເອີຣົບທຳລາຍພື້ນທີ່ເກືອບ 895,000 ເຮັກຕາ

ໄຟປ່າໃນເອີຣົບທຳລາຍພື້ນທີ່ເກືອບ 895,000 ເຮັກຕາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫາ ຜ່ານມາວ່າ: ສູນຄົ້ນຄວ້າຮ່ວມຂອງຄະນະກຳມາທິການເອີຣົບເປີດເຜີຍວ່າ: ໄຟປ່າໄດ້ທໍາລາຍພື້ນທີ່ທົ່ວສະຫະພາບເອີຣົບ (EU)ເກືອບ 895,000 ເຮັກຕາ ໃນປີ 2025 ຫຼາຍກວ່າໄລຍະດຽວກັນຂອງປີ 2024 ກວ່າ 4 ເທົ່າ ແລະ ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າ ເມື່ອທຽບກັບໂຕເລກ 439,568 ເຮັກຕາ ໃນອາທິດກ່ອນໜ້ານີ້ ຊຶ່ງຊີ້ໃຫ້ເຫັນເຖິງການແຜ່ລາມຢ່າງໄວວາຂອງໄຟປ່າໃນສອງສາມມື້ຜ່ານມາ.
ເດືອນກໍລະກົດ ການສົ່ງອອກຂອງຍີ່ປຸ່ນ ຫຼຸດລົງ 2.6%

ເດືອນກໍລະກົດ ການສົ່ງອອກຂອງຍີ່ປຸ່ນ ຫຼຸດລົງ 2.6%

ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ເງິນ​ຍີ່ປຸ່ນ​ລາຍ​ງານ​ໃນ​ວັນ​ທີ 20 ສິງຫາ​ ຜ່ານມາ​ວ່າ, ການ​ສົ່ງ​ອອກ​ໄດ້​ຫຼຸດ​ລົງ 2.6% ​ໃນ​ເດືອນ​ກໍລະກົດ ມາ​ເປັນ 9.36 ພັນ​ຕື້​ເຢນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຊຶ່ງເປັນ​ການ​ຫຼຸດ​ລົງ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ໃນ​ຮອບ​ຫຼາຍ​ກວ່າ 4 ປີ ຫຼື​ ນັບ​ແຕ່​ເດືອນ​ກຸມ​ພາ 2021 ແລະ ​ຫຼຸດ​ລົງ​ຢ່າງຫຼວງຫຼາຍຈາກເດືອນມິຖຸນາ ​ຊຶ່ງໄດ້ຫຼຸດ​ລົງພຽງແຕ່ 0.5%. ນອກຈາກນີ້, ການສົ່ງອອກໃນເດືອນກໍລະກົດຍັງຫຼຸດລົງຫຼາຍກວ່າທີ່ນັກວິເຄາະຄາດຄະເນໄວ້ວ່າຈະຫຼຸດລົງ 2.1%.
ການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ບັນລຸ 247 ຕື້ 700 ລ້ານໂດລາ

ການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ບັນລຸ 247 ຕື້ 700 ລ້ານໂດລາ

ຂ່າວສານຊີອາໄອລາຍງານໃນວັນທີ 20 ສິງຫາ ຜ່ານມາວ່າ: ກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້ການຮ່ວມມືດ້ານເສດຖະກິດລະດັບພາກພື້ນຂອງອົງການຮ່ວມມືຊຽງໄຮ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ໃນນັ້ນ, ຂະໜາດການຄ້າດ້ານສິນຄ້າຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນ 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄຮ້ໄດ້ບັນລຸເຖິງ 247 ຕື້ 700 ລ້ານໂດລາ, ເພີ່ມຂຶ້ນ 0.8% ເມື່ອທຽບກັບໄລຍະດຽວກັນຂອງປີ 2024. ໃນ 5 ປີມໍ່ໆມານີ້, ຍອດມູນຄ່າການຄ້າລະຫວ່າງຈີນ ກັບປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄດ້ບັນລຸເຖິງ 300 ຕື້, 400 ຕື້ ແລະ 500 ຕື້ໂດລາ ຢ່າງລຽນຕິດ ແລະ ບັນລຸຮອດ 512 ຕື້ 400 ລ້ານໂດລາໃນປີ 2024 ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 2.7% ເມື່ອທຽບໃສ່ປີ 2023.
ຫວຽດ​ນາມ ກາຍເປັນປະເທດນຳໜ້າໃນ​ການດຶງ​ດູດ​ເງິນ​ລົງ​ທຶນ FDI

ຫວຽດ​ນາມ ກາຍເປັນປະເທດນຳໜ້າໃນ​ການດຶງ​ດູດ​ເງິນ​ລົງ​ທຶນ FDI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເວັບໄຊ ໄດ້ລົງບົດວິເຄາະຂອງທ່ານ ຫງວຽນຈາງ ແລະ ທ່ານ ບໍຣິສ ຊັລລິແວນ ຊຶ່ງໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນສະຖານທີ່ນັດພົບຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແຖວໜ້າໂລກ, ດ້ວຍກຳລັງແຮງໜຸ່ມທີ່ມີຄວາມຂະຫຍັນຂັບເຄື່ອນ, ບັນດາສັນຍາການຄ້າ ທີ່ສະດວກ ແລະ ສະພາບແວດລ້ອມດ້ານການເມືອງທີ່ເປັນປົກກະຕິ. ບົດຂຽນລະບຸວ່າ: ທຶນ FDI ຂອງ ຫວຽດນາມ ພວມມີທ່າເຕີບໂຕຢ່າງບໍ່ຢຸດຢັ້ງ. ປີ 2023, ຫວຽດນາມໄດ້ດຶງດູດເງິນລົງທຶນຈົດທະບຽນ FDI 36.6 ຕື້ກວ່າໂດລາ, ເພີ່ມຂຶ້ນ 32% ເມື່ອທຽບໃສ່ກັບປີກາຍນີ້. ນີ້ແມ່ນລະດັບສະຖິຕິທີ່ສູງໃນຫຼາຍປີມານີ້.
ເພີ່ມເຕີມ