ຈີນຍົກລະດັບເຄື່ອງຈັກການຜະລິດເພື່ອສ້າງໂອກາດໃນຕະຫຼາດ

ຈີນຍົກລະດັບເຄື່ອງຈັກການຜະລິດເພື່ອສ້າງໂອກາດໃນຕະຫຼາດ
ຂ່າວສານຊີອາໄອລາຍງານໃນວັນທີ 7 ເມສາ ຜ່ານມາວ່າ:ແຫ່ງຕ່າງໆຂອງຈີນພວມຊຸກຍູ້ການປັບປຸງ ແລະ ຍົກລະດັບເຄື່ອງຈັກອຸປະກອນໃນຂະແໜງການສຳຄັນ ໂດຍປິ່ນອ້ອມການປະຢັດພະລັງງານ, ຫຼຸດການປ່ອຍກາກບອນ ແລະປ່ອຍກາກບອນໃນລະດັບຕ່ຳທີ່ສຸດ, ການຜະລິດຢ່າງປອດໄພ, ການຫັນເປັນແບບດີຈີຕອນ, ການຍົກລະດັບຕາມທິດອັດສະລິຍະ ແລະອື່ນໆ.
 ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນຍັງໄດ້ກ່າວວ່າ:ປີນີ້ຈະປິ່ນອ້ອມການຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ຖືເອົາການຍົກລະດັບເຄື່ອງຈັກອຸປະກອນຂະໜາດໃຫຍ່ເປັນຈຸດລົງມື, ລົງເລິກດຳເນີນໂຄງການບຸກທະລຸການຄົ້ນຄວ້າເຕັກໂນໂລຊີເຄື່ອງຈັກອຸປະກອນປະເພດສຳຄັນຂະໜາດໃຫຍ່, ເລັ່ງລັດປະຕິບັດໂຄງການປັບປຸງພື້ນຖານຂະແໜງການ ໂດຍປິ່ນອ້ອມຜະລິດຕະພັນ ແລະ ເຕັກໂນໂລຊີພື້ນຖານທີ່ມີລັກສະນະສຳຄັນຂໍກຸນແຈ, ນຳໃຊ້ທົ່ວໄປໃນຂົງເຂດສຳຄັນຂອງອຸດສາຫະກຳການຜະລິດ, ຄາດວ່າການຍົກລະດັບເຄື່ອງຈັກອຸປະກອນຂອງຈີນແມ່ນຈະສ້າງຕະຫຼາດອັນໃຫຍ່ຫຼວງທີ່ມີມູນຄ່າ 5.000 ຕື້ຢວນຕໍ່ປີ. ເມື່ອຮອດປີ 2027, ການລົງທຶນເຂົ້າໃນເຄື່ອງຈັກອຸປະກອນໃນຂົງເຂດອຸດສາຫະກຳ, ກະສິກຳ, ການກໍ່ສ້າງ, ຄົມມະນາຄົມ, ການສຶກສາ, ການທ່ອງທ່ຽວວັດທະນະທຳ, ການປິ່ນປົວ ແລະ ອື່ນໆຈະເພີ່ມຂຶ້ນຫຼາຍກວ່າ 25% ເມື່ອທຽບໃສ່ປີ 2023.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ເຈິ່ນແທັງເໝີ້ນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຫວຽດນາມ ຊຸດທີ 16

ທ່ານ ເຈິ່ນແທັງເໝີ້ນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຫວຽດນາມ ຊຸດທີ 16

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນເຊົ້າວັນທີ 6 ເມສານີ້ ຢູ່ນະຄອນຫຼວງຮ່າໂນ້ຍ ໃນກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ໄດ້ເລືອກຕັ້ງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຊຸດທີ 15, ສະມາຊິກສະພາແຫ່ງຊາດຊຸດທີ 16 ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ສສ ຫວຽດນາມ ຊຸດທີ 16, ດ້ວຍບັດເຫັນດີ 100%.
ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 71% ໃນໄຕມາດທໍາອິດຂອງປີ 2026

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ບົດລາຍງານຈາກສະຫະພັນເຂົ້າກຳປູເຈຍ ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ລະບຸວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ ຈໍານວນ 361,578 ໂຕນໄປຍັງຕະຫຼາດສາກົນໃນໄຕມາດທຳອິດຂອງປີ 2026, ເພີ່ມຂຶ້ນ 71.3% ຈາກ 211,058 ໂຕນ ໃນໄລຍະດຽວກັນຂອງປີ 2025.
ສ ເກົາຫຼີ ສົ່ງເສີມໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະ

ສ ເກົາຫຼີ ສົ່ງເສີມໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທຳນຽບປະທານາທິບໍດີ ສ ເກົາຫຼີ ໄດ້ຖະແຫຼງວ່າ, ເພື່ອຮັບມືກັບສະພາບການສະໜອງພະລັງງານທີ່ຫຍຸ້ງຍາກ ເນື່ອງຈາກຄວາມບໍ່ສະຖຽນລະພາບໃນພາກພື້ນຕາເວັນອອກກາງ, ລັດຖະບານມີແຜນຈະຜ່ານການໃຫ້ເງິນອຸດໜູນ ເພື່ອຊຸກຍູ້ໃຫ້ປະຊາຊົນໃຊ້ຄົມມະນາຄົມສາທາລະນະໃນເວລາທີ່ບໍ່ແມ່ນເຂົ້າການ-ເລີກການ.
ສິງກະໂປ ເພີ່ມການຊ່ວຍເຫຼືອຄົວເຮືອນ ແລະ ເລັ່ງບັນເທົາທຸກພາກທຸລະກິດ

ສິງກະໂປ ເພີ່ມການຊ່ວຍເຫຼືອຄົວເຮືອນ ແລະ ເລັ່ງບັນເທົາທຸກພາກທຸລະກິດ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລໍເຣັນສວອງ ນາຍົກລັດຖະມົນຕີສິງກະໂປໄດ້ເປີດເຜີຍຜ່ານຄລິບວີດີໂອທີ່ເຜີຍແຜ່ຫວ່າງມໍ່ໆມານີ້ວ່າ, ທ່ານໄດ້ຮຽກປະຊຸມຄະນະກຳມະການລະດັບກະຊວງກ່ຽວກັບການຄຸ້ມຄອງວິກິດການພາຍໃນປະເທດ ເພື່ອປະສານງານການຕອບສະໜອງໃນລະດັບຊາດ. ໂດຍຄະນະກຳມະການດັ່ງກ່າວມີທ່ານ ເຄ. ຊານມູກາມ ລັດຖະມົນຕີກະຊວງປະສານງານຄວາມໝັ້ນຄົງແຫ່ງຊາດ ເປັນປະທານ ແລະ ທ່ານ ກັນ ຄິມຍອງ ຮອງນາຍົກລັດຖະມົນຕີ ເປັນທີ່ປຶກສາ.
ການຍົກລະດັບອຸດສາຫະກຳເຕັກໂນໂລຊີລະດັບສູງຂອງຈີນສືບຕໍ່ເຂົ້າສູ່ລວງເລິກ

ການຍົກລະດັບອຸດສາຫະກຳເຕັກໂນໂລຊີລະດັບສູງຂອງຈີນສືບຕໍ່ເຂົ້າສູ່ລວງເລິກ

ຂະ​ນະ​ດຽວ​ກັນ, ຜົນ​ການ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດມາ​ປະ​ຍຸກ​ໃຊ້​ໃຫ້​ເປັນ​ປະ​ໂຫຍດ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ​ລາຍ​ໄດ້​ຈາກ​ການ​ຈຳ​ໜ່າຍ​ຂອງອຸດ​ສາ​ຫະ​ກຳ​ການ​ບໍ​ລິ​ການ​ດ້ານ​ການ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ແລະ ອຸດ​ສາ​ຫະ​ກຳ​ທີ່​ເນັ້ນ​ໃຊ້ຊັບ​ສິນ​ທາງ​ປັນ​ຍາ​ ຊຶ່ງມີ​ລະ​ດັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີອ່າວ​ສູງ ຕ່າງ​ກໍ​ເພີ່ມ​ຂຶ້ນ 21% ແລະ 10.9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ຕາມ​ລຳ​ດັບ ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າ: ຜົນ​ງານ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກຳ​ລັງ​ເລັ່ງ​ລັດ​​ຫັນ​ເປັນ​ກຳ​ລັງ​ການ​ຜະ​ລິດ.
ມຽນມາ ຍົກເວັ້ນພາສີນໍ້າມັນກາຊວນ ເພື່ອຄວບຄຸມລາຄານໍ້າມັນເຊື້ອໄຟ

ມຽນມາ ຍົກເວັ້ນພາສີນໍ້າມັນກາຊວນ ເພື່ອຄວບຄຸມລາຄານໍ້າມັນເຊື້ອໄຟ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ເມສາ ຜ່ານມາວ່າ: ກະຊວງການເງິນ ແລະ ພາສີຂອງມຽນມາໄດ້ປະກາດຍົກເວັ້ນພາສີຊົ່ວຄາວສຳລັບການນຳເຂົ້ານໍ້າມັນກາຊວນ HSD 500 ppm ແຕ່ວັນທີ 1 ຫາ 30 ເມສາ ເພື່ອຮັກສາສະຖຽນລະພາບ ແລະ ຫຼຸດຜ່ອນລາຄາສິນຄ້າ ຫຼັງຈາກລາຄານໍ້າມັນເຊື້ອໄຟທົ່ວໂລກເພີ່ມສູງຂຶ້ນ, ເຊັ່ນດຽວກັນກັບການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟພາຍໃນປະເທດທີ່ເກີດຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ.
ສ ເກົາຫຼີ - ອິນໂດເນເຊຍ ຍົກລະດັບສາຍພົວພັນຂຶ້ນສູ່ລະສູງສຸດ

ສ ເກົາຫຼີ - ອິນໂດເນເຊຍ ຍົກລະດັບສາຍພົວພັນຂຶ້ນສູ່ລະສູງສຸດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ເມສາ ຜ່ານມາວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ແລະ ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີ ຂອງອິນໂດເນເຊຍ ໄດ້ຕົກລົງຍົກລະດັບສາຍພົວພັນລະຫວ່າງສອງປະເທດໃຫ້ເປັນ "ຫຸ້ນສ່ວນຍຸດທະສາດພິເສດຮອບດ້ານ" ຊຶ່ງເປັນລະດັບການຮ່ວມມືສູງສຸດ ແລະ ຖືເປັນຄັ້ງທຳອິດທີ່ ສ ເກົາຫຼີ ໄດ້ສ້າງຕັ້ງສາຍພົວພັນໃນລະດັບນີ້ກັບປະເທດອື່ນ. ພ້ອມກັນນີ້, ຜູ້ນຳທັງສອງຍັງໄດ້ຕົກລົງທີ່ຈະຂະຫຍາຍການຮ່ວມມືໃນດ້ານຊັບພະຍາກອນ ແລະ ຄວາມໝັ້ນຄົງ ເພື່ອແກ້ໄຂວິກິດການພະລັງງານ ແລະ ຕ່ອງໂສ້ການສະໜອງທົ່ວໂລກ ທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ.
ໃນ 2 ເດືອນຕົ້ນປີ ອຸດສາຫະກຳກົນຈັກຈີນ ມີການເລີ່ມຕົ້ນ​ທີ່​ດີ

ໃນ 2 ເດືອນຕົ້ນປີ ອຸດສາຫະກຳກົນຈັກຈີນ ມີການເລີ່ມຕົ້ນ​ທີ່​ດີ

ຂ່າວສານຊີອາໄອລາຍງານໃນວັນທີ 3 ເມສາ ຜ່ານມາວ່າ: ສະມາຄົມອຸດສາຫະກຳກົນຈັກຈີນເປີດເຜີຍໃຫ້​ຮູ້ວ່າ, ໃນ 2 ເດືອນຕົ້ນປີນີ້ ມູນຄ່າເພີ່ມຂອງອຸດສາຫະກຳກົນຈັກ 5 ​ປະ​ເພດຫຼັກ​ຂອງຈີນ ໄດ້​ຮັກ​ສາ​ທ່າ​ອ່ຽງ​ການເຕີບໂຕທີ່​ດີເມື່ອທຽບໃສ່​ໄລ​ຍະ​ດຽວ​ກັນ​ຂອງປີກາຍ. ໃນນັ້ນ, ອຸດສາຫະກຳຜະລິດອຸ​ປະ​ກອນໃຊ້ງານທົ່ວໄປເພີ່ມຂຶ້ນ 8.9%, ອຸດສາຫະກຳຜະລິດ​ອຸ​ປະ​ກອນໃຊ້ງານພິ​ເສດເພີ່ມຂຶ້ນ 8.8%, ອຸດສາຫະກຳຜະລິດລົດຍົນເພີ່ມຂຶ້ນ 3.4%. ການຜະລິດ ແລະ ການສະໜອງຜະລິດຕະພັນປະ​ເພດຕ່າງໆ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຄວາມຕ້ອງການຂອງຕະຫຼາດ​ໄດ້ເພີ່ມຂຶ້ນ​ຢ່າງ​ໝັ້ນ​ທ່ຽງ ​ເຮັດ​ໃຫ້ອຸດສາຫະກຳກົນຈັກ​ມີການເລີ່ມຕົ້ນທີ່ດີ.
3 ເດືອນຕົ້ນປີ ການສົ່ງອອກຜະລິດຕະພັນກະເສດ ແລະ ສິນໃນນໍ້າ ຂອງຫວຽດນາມ ບັນລຸ 16,69 ຕື້ໂດລາ

3 ເດືອນຕົ້ນປີ ການສົ່ງອອກຜະລິດຕະພັນກະເສດ ແລະ ສິນໃນນໍ້າ ຂອງຫວຽດນາມ ບັນລຸ 16,69 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ການ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ໄລ​ຍະ​ທີ່​ດຳ​ເນີນ​ຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງ​ຮ່າ​ໂນ້ຍ, ກະ​ຊວງກ​ະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ໃຫ້​ຮູ້​ວ່າ, ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂ​ອງ​ດົງ, ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ ໃນ​ເດືອນ ເມ​ສາ 2026 ຄາດ​ວ່າ​ບັນ​ລຸ 6.02 ຕື້ໂດລາ (ເພີ່ມ​ຂຶ້ນ​ຢ່າງ​ແຮງ ເຖິງ 47.8% ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ). ໄລ່​ສະ​ເລ່ຍ 3 ເດືອນ​ຕົ້ນ​ປີ 2026, ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ​ບັນ​ລຸ 16.69 ຕື້ໂດລາ (ເພີ່ມ​ຂຶ້ນ 5.9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025).
ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ຢູ່​ອາ​ເມ​ຣິ​ກາ​ ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ

ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ຢູ່​ອາ​ເມ​ຣິ​ກາ​ ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ

ຂ່າວສານຊີອາໄອລາຍງານໃນວັນທີ 1 ເມສາ ຜ່ານມາວ່າ: ໂຕ​ເລກ​ຂໍ້​ມູນ​ທີ່​ສະ​ມາ​ຄົມ​ລົດ​ ສະຫະລັດ ອາ​ເມ​ຣິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 31 ມີ​ນາ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ, ລາ​ຄາ​​ນ້ຳ​ມັນ​ແອັດ​ຊັງ​ທຳ​ມະ​ດາ​ສະ​ເລ່ຍໃນ​ທົ່ວ​ປະ​ເທດ​​ໄດ້​ເພີ່ມ​ຂຶ້ນ​ເປັນ 4.02 ໂດ​ລາ​ຕໍ່​ກາ​ລອນ ຊຶ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ ແລະ ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 1 ໂດ​ລາ​ ເມື່ອ​ທຽບ​ໃສ່​ໄລ​ຍະ​ທີ່​ ສະຫະລັດ ອາ​ເມ​ຣິ​ກາ ແລະ ອິ​ສ​ຣາ​ແອນ ​ເລີ່ມເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ອີ​ຣານ​ໃນ​ວັນ​ທີ 28 ກຸມ​ພາ​ຜ່ານ​ມາ.
ເພີ່ມເຕີມ