ສົ່ງດາວທຽມທ່ຽນພີງເລກ 3 ຂຶ້ນສູ່ອະວະກາດ

ຈີນສົ່ງດາວທຽມທ່ຽນພີງເລກ 3 ຂຶ້ນສູ່ອະວະກາດ

ຈີນສົ່ງດາວທຽມທ່ຽນພີງເລກ 3 ຂຶ້ນສູ່ອະວະກາດ
ຂ່າວສານຊີອາໄອລາຍງານວ່າ: ໃນເວລາ 8 ໂມງ 10 ນາທີຂອງວັນທີ 22 ຕຸລາ ຜ່ານມາ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 6

 ຢູ່ສູນສົ່ງດາວທຽມໄທ້ຢວນແຂວງສ່ານຊີ່ຈີນສົ່ງດາວທຽມທ່ຽນພີງເລກ 3 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ພາລະກິດສົ່ງດາວທຽມໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ດາວທຽມທ່ຽນພີງເລກ 3 ຕົ້ນຕໍແມ່ນນຳໃຊ້ເຂົ້າໃນການສະໜອງການບໍລິການໃຫ້ແກ່ການກວດກາຢ່າງຖືກຕ້ອງຂອງອຸປະກອນເຣດາຢູ່ພື້ນດິນແລະການວັດແທກລະບົບກວດຈັບຂອງເຣດາຫຼື RCS, ການວັດແທກສິ່ງແວດລ້ອມຢູ່ຊັ້ນບັນຍາກາດແລະອື່ນໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ສູນຝຶກວິຊາຊີບ​ ຫລູ້ປ່ານ​ ຕ້ອງກ້າວສູ່ສາກົນ

ສູນຝຶກວິຊາຊີບ​ ຫລູ້ປ່ານ​ ຕ້ອງກ້າວສູ່ສາກົນ

ການພັດທະນາປະເທດຊາດໃດໜຶ່ງຕ້ອງອາໃສບຸກຄະລາກອນຜູ້ທີ່ມີຄວາມຮູ້ຄວາມສາມາດແລະມີການສຶກສາທາງດ້ານວິຊາຊີບທີ່ແນ່ນອນ ແລະ ຕ້ອງຈົບຈາກສະຖາບັນໃດໜຶ່ງທີ່ໄດ້ຮັບການຍອມຮັບຈາກສັງຄົມ,
ໝູ່ບ້ານບູຮານ ເດືອງເລິມ ສະຖານທີ່ສະຫງົບສຸກ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ

ໝູ່ບ້ານບູຮານ ເດືອງເລິມ ສະຖານທີ່ສະຫງົບສຸກ ແລະ ມີຄວາມໝາຍດ້ານວັດທະນະທໍາຫວຽດນາມ

ເມື່ອກ່າວເຖິງໝູ່ບ້ານບູຮານຢູ່ຫວຽດນາມ ໜຶ່ງໃນບັນດາສົມບັດທາງວັດທະນະທໍາ ແລະ ປະຫວັດສາດຂອງຊາດ; ສຳລັບຄົນຫວຽດນາມແລ້ວ, ຖ້າບໍ່ເອີຍເຖິງ ໝູ່ບ້ານບູຮານ ເດືອງລິມ ແມ່ນບໍ່ໄດ້ ເພາະໝູ່ບ້ານນີ້ ມີອາຍຸຫຼາຍກວ່າ 1,000 ປີ; ປັດຈຸບັນ,ບໍ່ພຽງແຕ່ຮັກສາໄດ້ ຄວາມງາມຂອງບັນດາສະຖາປັດຕະຍະກໍາ ແຕ່ຍັງມີຄຸນຄ່າດ້ານວັດທະນະທໍາ. ພ້ອມນີ້, ໝູ່ບ້ານບູຮານ ເດືອງເລິມ ຍັງມີຄວາມງຽບສະຫງົບ, ມີໂຮມສະເຕ(Homestay) ເພື່ອໃຫ້ນັກທ່ອງທ່ຽວ ໄດ້ສໍາພັດວັດທະນະທໍາ-ວິຖີຊີວິດ ແລະ ຢ້ຽມຊົມດິນແດນທີ່ເປັນບ້ານເກີດຂອງ 2 ກະສັດ ໃນປະຫວັດສາດຫວຽດນາມ.
ບັນດາສື່ມວນຊົນກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດການຮ່ວມມືຊຽງໄຮ້

ບັນດາສື່ມວນຊົນກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດການຮ່ວມມືຊຽງໄຮ້

ເພື່ອກະກຽມຄວາມພ້ອມຮັບໃຊ້ ກອງປະຊຸມສຸດຍອດ ການຮ່ວມມືຊຽງໄຮ SCO ທີ່ຈະຈັດຂຶ້ນໃນວັນທີ 31 ຫາ 1 ກັນຍານີ້ ທີ່ເມືອງ ທຽນຈິນ ສປ ຈີນ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 27 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເຂົ້າຮ່ວມ ແລະ ເປັນປະທານການພົບປະບັນດາຜູ້ແທນສະພາແຫ່ງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ແລະ ກ້າວໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດທົ່ວປະເທດ ຄັ້ງທຳອິດ (1945 - 2026).
ຂະໜາດຕະຫຼາດການຈໍລະຈອນສິນຄ້າຂອງຈີນ ເປັນອັນດັບໜຶ່ງຂອງໂລກຫຼາຍປີຕິດຕໍ່ກັນ

ຂະໜາດຕະຫຼາດການຈໍລະຈອນສິນຄ້າຂອງຈີນ ເປັນອັນດັບໜຶ່ງຂອງໂລກຫຼາຍປີຕິດຕໍ່ກັນ

ຂ່າວສານຊີອາໄອລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ແຫຼ່ງຂ່າວຈາກສະມາຄົມການຈໍລະຈອນ ແລະ ຈັດຊື້ສິນຄ້າຈີນໃຫ້ຮູ້ວ່າ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນໄດ້ຮັກສາການພັດທະນາຢ່າງໝັ້ນທ່ຽງ. ປີ 2025, ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວສັງຄົມຈີນຈະບັນລຸເຖິງ 380,000 ຕື້ຢວນ, ໄດ້ເພີ່ມຂຶ້ນປະມານ 80,000 ຕື້ຢວນໃນຮອບ 5 ປີ. ຂະໜາດລາຍຮັບລວມຈາກອຸດສາຫະກຳຈໍລະຈອນສິນຄ້າຂອງຈີນໄດ້ຂະຫຍາຍກວ້າງອອກຢ່າງຕໍ່ເນື່ອງ, ໄດ້ເພີ່ມຂຶ້ນປະມານ 4,000 ຕື້ຢວນໃນຮອບ 5 ປີ ແລະ ຄາດວ່າຈະມີຫຼາຍກວ່າ 14,000 ຕື້ຢວນໃນປີ 2025, ຂະໜາດຕະຫຼາດອາດຈະສາມາດຄອງອັນດັບໜຶ່ງຂອງໂລກເປັນປີທີ 10 ຕິດຕໍ່ກັນ.
ສ ເກົາຫຼີ ຫ້າມໃຊ້ໂທລະສັບມືຖືໃນຫ້ອງຮຽນທົ່ວປະເທດ

ສ ເກົາຫຼີ ຫ້າມໃຊ້ໂທລະສັບມືຖືໃນຫ້ອງຮຽນທົ່ວປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ສິງຫາ ຜ່ານມາວ່າ: ສ ເກົາຫຼີ ໄດ້ຜ່ານຮ່າງກົດໝາຍໃໝ່ ຫ້າມໃຊ້ໂທລະສັບມືຖື ແລະ ອຸປະກອນອັດສະລິຍະ ໃນເວລາຮຽນໃນໂຮງຮຽນທົ່ວປະເທດ. ໂດຍຈະມີຜົນບັງຄັບໃຊ້ນັບແຕ່ສົກຮຽນໃໝ່ ເດືອນມີນາ 2026 ເປັນຕົ້ນໄປ, ຖືເປັນຄວາມພະຍາຍາມຂອງທັງຝ່າຍລັດຖະບານ ແລະ ຝ່າຍຄ້ານ ເພື່ອແກ້ໄຂບັນຫາການຕິດໂທລະສັບມືຖື ຊຶ່ງຜົນການສຶກສາຫຼາຍຄັ້ງໄດ້ລະບຸວ່າ: ມີຜົນກະທົບທາງລົບຕໍ່ການພັດທະນາ ແລະ ການຮຽນຮູ້ຂອງເດັກນ້ອຍ ແລະ ໄວໜຸ່ມ.
ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (ສປຊ)ໄດ້ສ້າງຕັ້ງອົງການທີ່ປຶກສາກ່ຽວກັບປັນຍາປະດິດ (AI) ເພື່ອໃຫ້ປະເທດຕ່າງໆສາມາດຕັດສິນໃຈ ແລະ ເຈລະຈາກ່ຽວກັບເຕັກໂນໂລຊີດັ່ງກ່າວ.
ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ພິທີເປີດງານວາງສະແດງຜົນງານແຫ່ງຊາດ "80 ປີແຫ່ງເອກະລາດ - ເສລີພາບ-ຄວາມສຸກ" ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 28 ສິງຫານີ້ ທີ່ສູນວາງສະແດງແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ; ມີ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງ ອະດີດການນໍາຂັ້ນສູງຂອງພັກ-ລັດ ຫວຽດນາມ, ບັນດາແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມປະມານ 6,000 ຄົນ.
ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະພາສູງຂອງລັດຖະສະພາອິນເດຍ ໄດ້ຜ່ານຮ່າງກົດໝາຍສົ່ງເສີມ ແລະ ຄວບຄຸມເກມອອນລາຍ ປີ 2025 ຊຶ່ງຫ້າມການບໍລິການເກມອອນລາຍທີ່ກ່ຽວຂ້ອງກັບເງິນ, ລວມທັງການໂຄສະນາ ແລະ ທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງ. ຫຼັງຈາກສະພາຕໍ່າຂອງລັດຖະສະພາອິນເດຍ​ຜ່ານ​ຮ່າງ​ກົດ ໝາຍ​ດັ່ງກ່າວ​ ​ໃນ​ວັນທີ 20 ສິງຫາ ຜ່ານມາ.
WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ສິງຫາ ຜ່ານມາວ່າ: ບົດ​ລາຍ​ງານ​ສະບັບສົມບູນ ​ແລະ ຄຳແນະນຳທາງ​ດ້ານ​ເຕັກນິກ ​ຊຶ່ງ​ອົງການ​ອະນາ​ໄມ​ໂລກ (WHO) ​ແລະ ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ (WMO) ​ໄດ້​ປະກາດ​ຫວ່າງມໍ່ໆມານີ້, ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທົ່ວ​ໂລກ​ເພື່ອ​ແກ້​ໄຂ​ໄພ​ຂົ່ມຂູ່​ຂອງ​ຄື້ນຄວາມ​ຮ້ອນ​ທີ່ທະວີຄວາມຮຸ່ນແຮງຍິ່ງຂຶ້ນ​ຕໍ່​ແຮງ​ງານ​ໃນ​ທົ່ວ​ໂລກ. ພາຍຫຼັງ ​ປີ 2024, ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ໃນ​ສະຖິຕິ, ດ້ວຍ​ອຸນຫະພູມ​ໃນ​ຕອນ​ກາງ​ເວັນ​ສູງ​ເຖິງ 40 ອົງສາ ​ແລະ ບາງພາກພື້ນສູງເຖິງ 50 ອົງສາ ຊຶ່ງກໍາລັງກາຍເປັນປະກົດການທີ່ນັບມື້ນັບເພີ່ມຂຶ້ນ.
ເພີ່ມເຕີມ