ຈົ່ງຮ່ວມເປັນເຈົ້າພາບ ຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນງານບຸນພະທາດຫຼວງ

ຈົ່ງຮ່ວມເປັນເຈົ້າພາບ ຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນງານບຸນພະທາດຫຼວງ
ໂດຍ: ຍຸພິນທອງ
ໃນໂອກາດເປີດງານບຸນນະມັດສະການພະທາດຫຼວງຢ່າງເປັນທາງການ ແລະ ເປີດປີທ່ອງທ່ຽວລາວປີ 2024 ແລະ ງານວາງສະແດງສິນຄ້າ ທີ່ເດີ່ນພະທາດຫຼວງ ໃນວັນທີ 23 ພະຈິກ 2023 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ:ໃນການຈັດງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ທາງອົງການປົກຄອງນະຄອນຫຼວງວຽງຈັນໄດ້ຖອດຖອນບົດຮຽນໃນການຈັດງານບຸນໃນປີຜ່ານມາເປັນປີທີ່ຜ່ານການເກີດພະຍາດໂຄວິດ-19 ເຮັດໃຫ້ການກະກຽມງານບຸນແມ່ນມີເວລາໜ້ອຍ ອີງໃສ່ການຖອດຖອນບົດຮຽນໃນປີຜ່ານມາ ປີນີ້ຈຶ່ງໄດ້ມີການກະກຽມ ແລະ ອອກແບບ ວາງແຜນຈັດງານບຸນໂດຍເນັ້ນໃສ່ສົ່ງເສີມ ອະນຸລັກ ວັດທະນະທຳ, ຮີດຄອງປະເພນີ, ສົ່ງເສີມຜະລິດຕະພັນລາວ ສີມືແຮງງານລາວເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດ ກໍຄືການຊົມໃຊ້ສິນຄ້າຜະລິດຕະພັນພາຍໃນຂອງພວກເຮົາເປັນຕົ້ນຕໍ ພ້ອມທັງໄດ້ມີງານອອກແບບປະດັບປະດາເອຍ້ອງ ຮ້ານວາງສະແດງສິນຄ້າ ແລະ ຈັດໃຫ້ມີຈຸດຖ່າຍຮູບ ແລະ ສະຖານທີ່ອື່ນໂດຍເນັ້ນອອກແບບທີ່ງົດງາມຮັກສາໄດ້ເອກະລັກຂອງລາວເຮົາ ແລະ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍເພື່ອບໍ່ໃຫ້ມີຄວາມແອອັດ ແນໃສ່ໃຫ້ມວນຊົນທີ່ເຂົ້າມາທ່ຽວງານບຸນມີຄວາມສະດວກສະບາຍ.
ທ່ານເຈົ້າຄອງກ່າວຕື່ມວ່າ: ສຳລັບກິດຈະກຳການຊື້-ຂາຍແມ່ນມີຄວາມຫຼາກຫຼາຍ ມີບັນຍາກາດການຊື້-ຂາຍສິນຄ້າທີ່ຟົດຟື້ນຄາດມີວ່າທຶນໝູນວຽນການຊື້-ຂາຍຫຼາຍກວ່າສິບຕື້ກີບ ການຈັດງານວາງສະແດງ ແລະ ຂາຍສິນຄ້າປີນີ້ໄດ້ຈັດຢູ່ 2 ຈຸດຄື: 1.ຈຸດບໍລິເວນເດີນສະໜາມຫຼວງແມ່ນວາງສະແດງ ແລະ ຂາຍສິນຄ້າຜະລິດຕະພັນລາວ ຊຶ່ງເປັນການສົ່ງເສີມຜະລິດຕະພັນລາວເປັນຫຼັກ ເຊັ່ນ: ສິນຄ້າໂອດັອບຂອງບັນດາເມືອງຕ່າງໆ ພ້ອມນັ້ນກໍຍັງມີສິນຄ້າໂອດັອບທີ່ມາຈາກຕ່າງແຂວງຈຳນວນໜຶ່ງ, 2. ແມ່ນວາງສະແດງ ແລະ ຂາຍສິນຄ້າຢູ່ສູນການຄ້າລາວ-ໄອເຕັກເປັນການຂາຍສິນຄ້າທົ່ວໄປ ແລະ ພິເສດໃນປີນີ້ ໄດ້ເຊີນບັນດາປະເທດໃກ້ຄຽງ ເຂົ້າມາຮ່ວມງານ ແລະ ສ້າງເງື່ອນໄຂໃຫ້ມີການນໍາເອົາຜະລິດຕະພັນສິນຄ້າມາແລກປ່ຽນວາງສະແດງ ແລະ ຂາຍໃນງານ. ນອກຈາກນັ້ນ ໃນງານຍັງມີ ກິດຈະກຳຫຼາຍຢ່າງເຊັ່ນ:ການສະແດງສິລະປະວັນນະຄະດີ (ຢູ່ເວທີກາງ) ຊຶ່ງຄະນະກຳມະການໄດ້ຈັດສັນກໍານົດໃຫ້ມີເນື້ອໃນ ລາຍການສະແດງທີ່ຫຼາກຫຼາຍ ຈາກຫຼາຍພາກສ່ວນມີການຟ້ອນຂັບລຳຈາກກອງ ສິລະປະກອນສູນກາງ,ສິລະປະກອນກອງທັບ,ສິລະປະຈາກບັນດາເມືອງສູນວັດທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ເປັນໂອກາດໃຫ້ຊາວໜຸ່ມໄວໜຸ່ມ,ນັກສິລະປິນ,ນັກປະດິດຄິດແຕ່ງ ໄດ້ມີໂອກາດສະແດງອອກ ແລະ ໄດ້ໂຄສະນາເຜີຍແຜ່ວັດທະນະທໍາລາວອັນດີງາມຂອງຊາດລາວ ສູ່ແຂກຕ່າງດ້າວທ້າວຕ່າງເມືອງທີ່ມາທ່ຽວຊົມງານໄດ້ສຳຜັດ ແລະ ຮ່ວມເບີກບານມ່ວນຊື່ນ ແລະ ສິ່ງສຳຄັນ ແລະ ພົ້ນເດັ່ນອີກຢ່າງໜຶ່ງໃນການຈັດງານປີນີ້ແມ່ນໄດ້ເອົາໃຈໃສ່ວຽກງານການຈັດສັນຄວາມເປັນລະບຽບຮຽບຮ້ອຍຄວາມສະອາດຈົບງາມ ໂດຍສະເພາະໄດ້ເອົາໃຈໃສ່ຮັກສາສິ່ງແວດລ້ອມ ໂດຍໄດ້ຊຸຸກຍູ້ສົ່ງເສີມທຸກພາກສ່ວນ ແລະ ປຸກລະດົມມວນຊົນຮ່ວມກັນໃນການເປັນເຈົ້າພາບຕ້ອນຮັບແຂກພາຍໃນ ແລະ ຊາວຕ່າງປະເທດ ທີ່ຈະມາທ່ຽວຊົມໃນງານບຸນ ດ້ວຍຄວາມເປັນເຈົ້າການຮ່ວມກັນ ໃນການຕ້ອນຮັບແຂກ ຮ່ວມກັນເປັນເຈົ້າພາບທີ່ດີ ແລະ ຮ່ວມກັນຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍພາຍໃນງານບຸນດັ່ງກ່າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ