ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%
ປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໄດ້ຮັບມອບໝາຍຕົວເລກລາຍຮັບຈາກພາສີປະຈຳແຂວງສະຫວັນນະເຂດຈໍານວນ 1,778 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ເດືອນຕົ້ນປີ 2025 ສາມາດເກັບລາຍໄດ້ທັງໝົດ 772.04 ຕື້ກີບ ເທົ່າກັບ 43.42% ຂອງແຜນການປີ, ທຽບໃສໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15.75% ຄິດເປັນເງິນຈໍານວນ 105.07 ຕື້ກີບ.
ທ່ານ ພຸດທະມີໄຊ ພັນທະນາໄລ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 5 ເດືອນຕົ້ນປີ 2025 ມີທັງຜົນສໍາເລັດ ແລະ ສິ່ງທ້າທາຍ, ແຕ່ໂດຍພື້ນຖານກົນໄກການຄຸ້ມຄອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການກໍານົດເຮັດໃຫ້ການຄຸ້ມຄອງວຽກງານຂອງດ່ານໄດ້ດໍາເນີນໄປຢ່າງຄ່ອງຕົວ ແລະ ວຽກງານຕົ້ນຕໍໄດ້ສຸມໃສ່ການຈັດເກັບລາຍຮັບຕິດພັນກັບການເຄື່ອນໄຫວວຽກງານອື່ນໆທີ່ປິ່ນອ້ອມ.
ດານພາສສາກນຂວມດຕະພາບ 2 ແລະ ທາບກສະຫວນນະເຂດ 5 ເດອນເກບລາຍຮບໄດ 772 ຕກບເພມຂນ 15.75% - image 1
 
ສະເພາະດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນະເຂດປະກອບມີ: 1 ດ່ານພາສີທ້ອງຖິ່ນ, 4 ດ່ານພາສີປະເພນີ ແລະ 3 ໜ່ວຍງານຂຶ້ນກັບ, ຊຶ່ງໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ຜ່ານແດນສິນຄ້າເຄື່ອງຂອງ, ການນໍາເຂົ້າ-ອອກຜ່ານດ່ານຂອງພາຫະນະ ແລະ ຜູ້ໂດຍສານ, ການຈັດເກັບລາຍຮັບເຂົ້າງົບປະມານເພື່ອໃຫ້ສາມາດບັນລຸໄດ້ຕາມແຜນ ຫຼື ລື່ນແຜນການທີ່ວາງໄວ້.
ດານພາສສາກນຂວມດຕະພາບ 2 ແລະ ທາບກສະຫວນນະເຂດ 5 ເດອນເກບລາຍຮບໄດ 772 ຕກບເພມຂນ 15.75% - image 2
 
ໃນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດໄດ້ຮັບຕົວເລກລາຍຮັບຈາກພາສີປະຈຳແຂວງຈໍານວນ 1,778 ຕື້ກີບ; ຊຶ່ງຄະນະດ່ານໄດ້ມີຄວາມເອກະພາບ, ບວກກັບຄວາມຮັບຜິດຊອບສູງຕາມທີ່ໄດ້ຮັບມອບໝາຍ ແລະ ໃຫ້ການບໍລິການອຳນວຍຄວາມສະດວກບົນລະບຽບຫຼັກການ,ປັບປຸງແກ້ໄຂຂອດບໍລິການພາຍໃນດ່ານໃຫ້ມີຄວາມສະດວກ, ວ່ອງໄວ, ຮັັບປະກັນໄດ້ດ້ານລະບຽບກົດໝາຍ,ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ ແລະ ບັນຫາອື່ນໆ...ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ5 ເດືອນປີ 2025 ໄດ້ທັງໝົດ 772.04 ຕື້ກີບ ຫຼື ເທົ່າກັບ 43.42% ຂອງແຜນການປີ, ທຽບໃສໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15.75% ຄິດເປັນເງິນປະມານ 105.07 ຕື້ກີບ; ຊຶ່ງລາຍຮັບສ່ວນໃຫຍ່ຢູ່ດ່ານໄດ້ຈາກຄ່າຊັກພິເສດສົ່ງອອກ, ພາສີ-ອາກອນຂາເຂົ້າ, ປະເພດນໍ້າມັນເຊື້ອໄຟ, ການນໍາເຂົ້າພາຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫຼ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກ, ຄ່າທໍານຽມຕ່າງໆ ແລະ ອື່ນໆ.
ດານພາສສາກນຂວມດຕະພາບ 2 ແລະ ທາບກສະຫວນນະເຂດ 5 ເດອນເກບລາຍຮບໄດ 772 ຕກບເພມຂນ 15.75% - image 3
 
ທ່ານ ພຸດທະມີໄຊ ພັນທະນາໄລ ກ່າວຕື່ມວ່າ: ສຳລັບທິດທາງແຜນການໝົດປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ, ຈະສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ ແລະ ລື່ນແຜນການປີ. ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານດ້ວຍການບຸລະທຸຫັນເປັນທັນສະໄໝໃຫ້ສາມາດກາຍເປັນພະນັກງານຊຳນານງານ, ນໍາໃຊ້ເຄື່ອງມືທີ່ທັນສະໄໝເປັນຕົ້ນ: ລະບົບແຈ້ງພາສີໂດຍສັງເຂບ,ລະບົບ NSWA+, ລະບົບຄຸ້ມຄອງແຜນນໍາເຂົ້າ (MasterList), ລະບົບຊໍາລະພັນທະງົບປະມານແຫ່ງລັດແບບລວມສູນ FINLINK,Easypass ຊໍາລະຄ່າທຳນຽມ ແລະ ຄ່າບໍລິການ, ລະບົບ D53 ແລະ ອື່ນໆ ເຂົ້າໃນວຽກງານວິຊາສະເພາະ ແລະ ກຳນົດແຜນວຽກປະຈຳອາທິດ, ເດືອນ, ງວດ, ປີໃຫ້ຈະແຈ້ງ, ເພື່ອຮັບປະກັນໃນການຈັດຕັ້ງປຕິບັດວຽກງານນຳເຂົ້າ ແລະ ສົ່ງອອກສິນຄ້າໃຫ້ສາມາດເກັບລາຍຮັບໃຫ້ຄົບຖ້ວນ ແລະ ຖືກຕ້ອງ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...
ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.
ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ມອບເງິນປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ lX ທີ່ຈະໄຂຂຶ້ນໃນລະຫວ່າງວັນ 26-27 ມິຖຸນານີ້, ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃນການກະກຽມກອງປະຊຸມໃຫຍ່ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ພິທີມອບ-ຮັບເງິນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໂດຍການກ່າວມອບຂອງທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານ ແລະ ກ່າວຮັບໂດຍທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ຮັກສາການເລຂາພັກນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ ພ້ອມຄະນະ.
ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ເມື່ອບໍ່ດົນມານີ້ ຢູ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ຈິດຕະວົງ ສີສົງຄາມ ຮອງປະທານຄະນະກວດກາພັກແຂວງວຽງຈັນ.
ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ໃນວັນທີ 23 ມິຖຸນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່ ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ.
ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣ ນານາຊາດ ປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້ฌ ການລາຍງານຂ່າວບັນຫາຫາສີຂຽວ ໃຫ້ສື່ມວນຊົນ ພາກກາງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຊຶ່ງຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ນະຄອນຫຼວງວຽງຈັນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ເພື່ອເປັນການລະນຶກເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ ສານປະຊາຊົນແຂວງຜົ້ງສາລີ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນນະທີຫ້ອງປະຊຸມຊັ້ນ 3 ສານປະຊາຊົນແຂວງ. ໂດຍການເປັນປະທານຂອງ ສະຫາຍ ອິກ ເພັງສະໝຸດ ເລຂາໜ່ວຍພັກ ຮັກສາການປະທານສານປະຊາຊົນແຂວງຜົ້ງສາລີ.
ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານ ແລະ ປະດັບຫຼຽນໂດຍ ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ເພີ່ມເຕີມ