ດ່ານສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ດ່ານສາກົນບ້ານວັງ ຊ່ວຍໃຫ້ປະຊາຊົນເມືອງໝື່ນມີຊີວິດການເປັນຢູ່ດີຂຶ້ນ

ດ່ານສາກົນບ້ານວັງ ຊ່ວຍໃຫ້ປະຊາຊົນເມືອງໝື່ນມີຊີວິດການເປັນຢູ່ດີຂຶ້ນ
ດຍ:ບຸນອູ້ມ ດ່ານສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ ພາຍຫຼັງເປີດນໍາໃຊ້ຢ່າງເປັນທາງການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.

 

ທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງເຈົ້າເມືອງໆໝື່ນ ແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ດ່ານສາກົນບ້ານວັງໃນເມື່ອກ່ອນເປັນດ່ານທ້ອງຖິ່ນມາເປັນເວລາ 20 ກວ່າປີ, ພາຍຫຼັງໄດ້ຮັບການຍົກລະດັບ ແລະ ເປີດນໍາໃຊ້ເປັນດ່ານສາກົນ ຊຶ່ງຈະນໍາເອົາຜົນປະໂຫຍດຫຼາຍຢ່າງມາສູ່ປະຊາຊົນພາຍໃນເມືອງ ແລະ ປະຊາຊົນທີ່ອາໃສຢູ່ເຂດອ້ອມຂ້າງ ເພື່ອສ້າງລາຍຮັບ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເທື່ອລະກ້າວເຊັ່ນ: ອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ, ການບໍລິການອາຫານ, ເຄື່ອງດື່ມ, ການຂາຍເຄື່ອງກະສິກຳ, ການສັນຈອນໄປມາຂອງນັກທ່ອງທ່ຽວທີ່ຈະເຂົ້າ-ອອກຜ່ານດ່ານດັ່ງກ່າວ ເພື່ອຈະໄປທ່ຽວເມືອງເຟືອງ, ວັງວຽງແຂວງວຽງຈັນ ຫຼືໄປທ່ຽວທາງພາກເໜືອຂອງລາວ,ການເດີນທາງແມ່ນມີຄວາມສະດວກ ສະບາຍ ປອດໄພປະຢັດເວລາ.

ທ່ານ ສອນໄຊ ຫຼວງອາໄພກ່າວໃຫ້ຮູ້ຕື່ມວ່າ: ສໍາລັບສິນຄ້າກະສິກຳຈໍານວນໜຶ່ງທາງເມືອງໄດ້ສົ່ງອອກໄປປະເທດເພື່ອນບ້ານ (ໄທ) ເຊັ່ນ: ມັນຕົ້ນ, ແຮ່ບາລິດ, ສິນຄ້າກະສິກຳ ແລະ ສິນຄ້າອື່ນໆ ໄດ້ມີການສົ່ງອອກເປັນປົກກະຕິ. ນອກຈາກນີ້, ການດຳເນີີນເອກະສານຕ່າງໆເຂົ້າ-ອອກຜ່ານດ່ານແມ່ນມີຄວາມສະດວກດີ.

ສຳລັບແຜນພັດທະນາໃນຕໍ່ໜ້າ ທາງເມືອງມີແຜນພັດທະນາແຫຼ່ງທ່ອງທ່ຽວຫຼາຍແຫ່ງຄື: ພັດທະນາຜາຮົ່ມພ້າວ ເປັນຜາທີ່ມີວັດຖຸບູຮານຢູ່ທາງດ້ານໃນ ຊຶ່ງເປັນແຫຼ່ງທ່ອງທ່ຽວແບບທຳມະຊາດ ແລະ ອ່າງນໍ້າຂວາງທີ່ເປັນໜໍ່ແໜງຍັງບໍ່ທັນມີການພັດທະນາເທື່ອ, ນອກຈາກນີ້, ຍັງມີແຫຼ່ງທ່ອງທ່ຽວບ້ານວັດທະນະທຳສາມຊົນເຜົ່າເຊັ່ນ: ຊົນເຜົ່າມົ້ງ, ຊົນເຜົ່າກຶມມຸ ແລະ ຊົນເຜົ່າລາວ ແລະ ຈະມີການພັດທະນາແຄມຂອງເພື່ອເປີດບໍລິການ ຮ້ານກິນດື່ມ, ຮ້ານອາຫານ ແລະ ອື່ນໆອີກເພື່ອສ້າງລາຍຮັບໃຫ້ປະຊາຊົນໃຫ້ມີຊີວິດການເປັນຢູ່ດີຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະທານຄະນະກໍາມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ລົງເຄື່ຶອນໄຫວຊູກຍູ້ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ດ່ານສາກົນນໍ້າເງິນ

ປະທານຄະນະກໍາມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ລົງເຄື່ຶອນໄຫວຊູກຍູ້ວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ດ່ານສາກົນນໍ້າເງິນ

ວັນທີ 20 ພຶດສະພາຜ່ານມານີ້ ທີ່ຫ້ອງປະຊຸມດ່ານສາກົນນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ ສະຫາຍ ພົຕ ວົງສັກ ພັນທະວົງ ຄະນະປະຈໍາສະພາແຫ່ງຊາດ ປະທານຄະນະກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊູກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີຫົວໜ້າຄຸ້ມຄອງດ່ານສາກົນນໍ້າເງິນ, ຫົວໜ້າພາສີ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງໃຫ້ການຕ້ອນຮັບ.
ຮອງປະທານ ສນຊ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເມືອງໜອງແຮດ

ຮອງປະທານ ສນຊ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເມືອງໜອງແຮດ

ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະປະຈໍາພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ຊີ້ນໍາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມ ແລະ ເຮັດວຽກຮ່ວມກັບອົງການປົກຄອງເມືອງໜອງແຮດ ແຂວງຊຽງຂວາງ ໂດຍມີທ່ານ ວັນໄຊກື ຫວັງກືຫວັງເນັ້ງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ໜອງແຮດ ພ້ອມດ້ວຍຄະນະນຳຂອງເມືອງ, ບັນດາພະແນກການອ້ອມຂ້າງ, ແນວລາວສ້າງຊາດເມືອງ ເຂົ້າຮ່ວມທີ່ຫ້ອງວ່າການປົກຄອງ ເມືອງໃນວັນທີ 20 ພຶດສະພາ 2025.
ກອງປະຊຸມແຕ່ງຕັ້ງກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມແຕ່ງຕັ້ງກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ

ວັນທີ 20 ພຶດສະພາ ນີ້ ຢູ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມການແຕ່ງຕັ້ງກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ແລະ ການແບ່ງຄວາມຮັບຜິດຊອບການກວດກາ ແລະ ຄົ້ນຄວ້າ ການສະເໜີຂໍອະໄພຍະໂທດ ປະຈຳປີ 2025. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ຮອງຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າ ອອປສ, ກະຊວງ ປກສ,
ຄອສພ ປາຖະກະຖາເຫດການຜ່າວົງປິດລ້ອມ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ

ຄອສພ ປາຖະກະຖາເຫດການຜ່າວົງປິດລ້ອມ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ (18/5/1959-18/5/2025) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ (24/5/1960-24/5/2025) ຂຶ້ນໃນວັນທີ 21 ພຶດສະພານີ້ ທີ່ສະໂມສອນຂອງ ຄອສພ, ກ່າວປາຖະກະຖາໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ; ເຂົ້າຮ່ວມພິທີມີບັນດາສະຫາຍຄະນະພັກ-ຄະນະນໍາ ພ້ອມດ້ວຍສະມາຊິກພັກ, ພະນັກງານ -ລັດຖະກອນພາຍໃນ ຄອສພ.
ຫ້ອງວ່າການແຂວງຊຽງຂວາງສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ

ຫ້ອງວ່າການແຂວງຊຽງຂວາງສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ

ພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ໃບຍ້ອງຍໍຫ້ອງວ່າການແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພານີ້ ທີ່ຫ້ອງວ່າການແຂວງໂດຍການເປັນປະທານຂອງທ່ານ ບົວເງິນ ຫຸມໄຊຍະພົມ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຊຽງຂວາງ.
ກຸ່ມບໍລິສັດພົງຊັບທະວີ ຈໍາກັດຜູ້ດຽວມອບເງິນ 10,000 ໂດລາສະຫະລັດ ໃຫ້ແຂວງຄໍາມ່ວນ

ກຸ່ມບໍລິສັດພົງຊັບທະວີ ຈໍາກັດຜູ້ດຽວມອບເງິນ 10,000 ໂດລາສະຫະລັດ ໃຫ້ແຂວງຄໍາມ່ວນ

ວັນທີ 21 ພຶດສະພານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ໄດ້ມອບເງິນ ໃຫ້ແກ່ແຂວງຄໍາມ່ວນ ຈໍານວນ 10,000 ໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນຂອງໂຄງການພະລັງລົມ ຄູນຄໍາ 300 MW ຢູ່ເມືອງຄູນຄໍາ, ມອບໂດຍ ທ່ານ ຄູນ ບົວແພງພັນ ອໍານວຍການຝ່າຍພະລັງງານລົມ ກຸ່ມບໍລິສັດ ພົງຊັບທະວີ, ຕາງໜ້າຮັບໂດຍ ທ່ານ ພາກອນ ແກ້ວມະນີ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາຂະແໜງການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ພັອ ຄຳແພງ ນຳພາວັນ ຊຸກຍູ້ວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ

ທ່ານ ພັອ ຄຳແພງ ນຳພາວັນ ຊຸກຍູ້ວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ

ໃນວັນທີ 20 ພຶດສະພາຜ່ານມາ ທີ່ຫ້ອງປະຊຸມ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ. ທ່ານ ພັອ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ເກັບກູ້ອາວຸດເຖື່ອນຢູ່ພາຍໃນເມືອງປາກກະດິງ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ພັທ ຄໍາໝັ້ນ ໄຂທະວີສຸກ ຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມດ້ວຍຄະນະ.
ຢາພື້ນເມືອງການົກສັນຕິພາບຄູ່ ສູ່ສັງຄົມພາຍໃນ-ຕ່າງປະເທດ

ຢາພື້ນເມືອງການົກສັນຕິພາບຄູ່ ສູ່ສັງຄົມພາຍໃນ-ຕ່າງປະເທດ

ໂດຍ: ແສງຈັນ ປະເທດລາວມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ໂດຍສະເພາະ ແມ່ນມີການປົກຫຸ້ມຂອງເນື້ອທີ່ປ່າໄມ້ກວມຈໍານວນຫຼວງຫຼາຍ ໃນນັ້ນ ມີທັງໄມ້ເປັນຢາ ແລະ ປ່າໄມ້ສໍາລັບອຸດສາຫະກໍາປຸງແຕ່ງ.
ປວງຊົນລາວຈົ່ງເຊີດຊູສະຕິຮັກ ແລະ ຫວງແຫນ ຊັບພະຍາກອນປ່າໄມ້ໃຫ້ຍືນຍົງ

ປວງຊົນລາວຈົ່ງເຊີດຊູສະຕິຮັກ ແລະ ຫວງແຫນ ຊັບພະຍາກອນປ່າໄມ້ໃຫ້ຍືນຍົງ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ກປ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 20 ພຶດສະພານີ້ ທີ່ຫ້ອງການກະຊວງ ກປ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ປີ 2025 ໃກ້ຈະມາເຖິງນີ້ ວ່າ: ພັກ ແລະ ລັດຖະບານ ໄດ້ກໍານົດເອົາ ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ ແຫ່ງຊາດ ຊຶ່ງກົງກັບວັນເດັກນ້ອຍສາກົນ ເພື່ອປູກຈິດສໍານຶກໃຫ້ເຍົາວະຊົນ ແລະ ອະນຸຊົນ
ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດ ສະໄໝທີ V

ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດ ສະໄໝທີ V

ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດ ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ເລຂາຄະນະບໍລິຫານງານຊາວໜຸ່ມ ສະພາແຫ່ງຊາດ; ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທັນຕາ ກອງຜາລີ ກຳມະການຄະນະບໍລິຫານງານພັກສະພາແຫ່ງຊາດຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາສະຫາຍໃນຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມສະພາແຫ່ງຊາດເຂົ້າຮ່ວມ.
ເພີ່ມເຕີມ