ດັດສະນີລາຄາອາຫານໂລກເດືອນພຶດສະພາ ຫຼຸດລົງ 0.8%

ດັດສະນີລາຄາອາຫານໂລກເດືອນພຶດສະພາ ຫຼຸດລົງ 0.8%

ດັດສະນີລາຄາອາຫານໂລກເດືອນພຶດສະພາ ຫຼຸດລົງ 0.8%
ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມິຖຸນາ ຜ່ານມາວ່າ: ດັດຊະນີລາຄາອາຫານໂລກ ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຫຼຸດລົງ 0.8% ໃນເດືອນພຶດສະພາ ຜ່ານມາ, ໂດຍມີສາເຫດຕົ້ນຕໍຍ້ອນການຫຼຸດລົງຂອງລາຄານ້ຳມັນພືດ ແລະ ນ້ຳຕານ.

 

ອີງຕາມບົດລາຍງານທີ່ເປີດເຜີຍໃນວັນທີ 6 ມິຖຸນາ ຜ່ານມາ ລະບຸວ່າ: ລາຄາຂອງທັນຍາພືດ ຊຶ່ງເປັນອົງປະກອບໃຫຍ່ທີ່ສຸດຂອງດັດຊະນີ FAO ຫຼຸດລົງ 1.8%, ເນື່ອງຈາກການເກັບກ່ຽວເຂົ້າສາລີທີ່ດີໃນອາກຊັງຕິນ ແລະ ບາຣຊິນ ລວມເຖິງຄວາມຕ້ອງການເຂົ້າສາລີທົ່ວໂລກຫຼຸດລົງ. ຢ່າງໃດກໍຕາມ, ລາຄາເຂົ້າໄດ້ເພີ່ມສູງຂຶ້ນໃນເດືອນພຶດສະພາຍ້ອນຄວາມຕ້ອງການເຂົ້າອິນດິກາ ເພີ່ມຂຶ້ນ ແລະ ເງິນໂດລາທີ່ອ່ອນຄ່າລົງ, ແຕ່ກໍບໍ່ສາມາດຊົດເຊີຍການຫຼຸດລົງຂອງສິນຄ້າອື່ນໆໃນດັດຊະນີນີ້ໄດ້.

ໃນທາງກົງກັນຂ້າມ, ລາຄາຜະລິດຕະພັນຈາກຊີ້ນ ແລະ ນົມໄດ້ເພີ່ມຂຶ້ນສູງໃນເດືອນດຽວກັນ, ໂດຍລາຄສິນຄ້າປະເພດຊີ້ນເພີ່ມຂຶ້ນ 1.3% ຍ້ອນຄວາມຕ້ອງການທີ່ສູງຂຶ້ນສໍາລັບຊີ້ນງົວ, ໝູ ແລະ ຊີ້ນແກະ ຊຶ່ງສາມາດຊົດເຊີຍການຫຼຸດລົງຂອງລາຄາຊີ້ນໄກ່ໄດ້. ໂດຍສະເພາະລາຄາໝູທີ່ເພີ່ມຂຶ້ນຫຼັງຈາກເຢຍລະມັນກັບມາສົ່ງອອກໄດ້ອີກຄັ້ງ ພາຍຫຼັງໝົດຂໍ້ຈໍາກັດກ່ຽວກັບພະຍາດປາກເປືອຍລົງເລັບ, ໃນຂະນະທີ່ລາຄາໄກ່ຫຼຸດລົງຍ້ອນວ່າຄວາມກັງວົນຕໍ່ໄຂ້ຫວັດສັດປີກໃນບາງຕະຫຼາດທີ່ກະທົບຕໍ່ຄວາມຕ້ອງການທົ່ວໂລກ.

ລາຄາຜະລິດຕະພັນນົມເພີ່ມຂຶ້ນ 0.8%, ຍ້ອນແຮງໜຸນຈາກຄວາມຕ້ອງການໃນອາຊີ, ໂດຍສະເພາະເນີຍ ໄດ້ບັນລຸລະດັບສູງສຸດເປັນປະຫວັດການ ແລະ ຍັງສົ່ງຜົນໃຫ້ລາຄາຂອງຊີສ ແລະ ນົມຜົງເພີ່ມຂຶ້ນດ້ວຍ.

ຢ່າງໃດກໍຕາມ, ສິນຄ້າທີ່ມີການປ່ຽນແປງລາຄາຫຼາຍທີ່ສຸດໃນດັດຊະນີ FAO ແມ່ນນ້ໍາມັນພືດ ແລະ ນໍ້າຕານ.

ລາຄານໍ້າມັນພືດ ຫຼຸດລົງ 3.7%, ເຖິງແມ່ນວ່າຍັງສູງກວ່າລະດັບຂອງປີກ່ອນ 19.1%. ໂດຍລາຄານໍ້າມັນປາມ, ຄາໂນລາ, ຖົ່ວເຫຼືອງ ແລະ ນ້ໍາມັນດອກຕາເວັນ ປັບຫຼຸດລົງຍ້ອນປະລິມານການຜະລິດທີ່ດີ ແລະ ຄາດວ່າຈະດີຂຶ້ນອີກໃນອະນາຄົດ ລວມເຖິງຄວາມຕ້ອງການທີ່ຫຼຸດລົງໃນ ສະຫະລັດ ອາເມຣິກາ.

ລາຄານໍ້າຕານຫຼຸດລົງ 2.6% ຍ້ອນຄວາມບໍ່ແນ່ນອນຕໍ່ຂອງທ່າອ່ຽງການຄ້າລະຫວ່າງປະເທດ ເຮັດໃຫ້ຄວາມຕ້ອງການຈາກອຸດສາຫະກໍາເຄື່ອງດື່ມ ແລະ ອາຫານ ຫຼຸດລົງ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກວິທະຍາສາດຣັດເຊຍ ພັດທະນາສານເຄືອບເຮືອບິນລຸ້ນໃໝ່

ນັກວິທະຍາສາດຣັດເຊຍ ພັດທະນາສານເຄືອບເຮືອບິນລຸ້ນໃໝ່

ຂ່າວຕ່າງປະເທດລາຍງານວ່າ: ໃນທ້າຍອາທິດຜ່ານມາ, ສະຖາບັນ Kurchatov ຂອງຣັດເຊຍ ໄດ້ເປີດເຜີຍວ່າໄດ້ພັດທະນາສານເຄືອບເຮືອບິນທີ່ມີນໍ້າໜັກເບົາ ສາມາດຫຼຸດຜ່ອນຄວາມຖີ່ຂອງການບໍາລຸງຮັກສາໄດ້ຢ່າງຫຼວງຫຼາຍ.
ນັກຄົ້ນຄວ້າອົສຕຣາລີ ພັດທະນາ AI ຮັບຮູ້-ເຂົ້າໃຈຄວາມຮູ້ສຶກຂອງມະນຸດ

ນັກຄົ້ນຄວ້າອົສຕຣາລີ ພັດທະນາ AI ຮັບຮູ້-ເຂົ້າໃຈຄວາມຮູ້ສຶກຂອງມະນຸດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທີມນັກຄົ້ນຄວ້າຂອງອົສຕຣາລີໄດ້ເປີດເຜີຍວິທີການເຮັດໃຫ້ລະບົບປັນຍາປະດິດ (AI) ສາມາດຮັບຮູ້ຄວາມຮູ້ສຶກໄດ້ຫຼາຍຂຶ້ນ ຊຶ່ງເປັນການວາງພື້ນຖານສໍາລັບການໂຕ້ຕອບລະຫວ່າງມະນຸດກັບເຄື່ອງຈັກທີ່ມີຄວາມເຫັນອົກເຫັນໃຈ ແລະ ມີປະສິດທິພາບຫຼາຍຂຶ້ນ.
ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນທ້າຍອາທິດຜ່ານມາ, ທະນາຄານສູນກາງເອີຣົບ (ECB) ໄດ້ຫຼຸດອັດຕາດອກເບ້ຍລົງ 0.25 ຍ້ອນຄວາມວິຕົກກັງວົນ ກ່ຽວກັບພື້ນຖານເສດຖະກິດພາກພື້ນນຳໃຊ້ສະກຸນເງິນເອີໂຣ (Eurozone) ພວມປະສົບກັບຄວາມຫຍຸ້ງຍາກ ແລະ ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ. ດັ່ງນັ້ນ, ນັບແຕ່ເດືອນມິຖຸນາ 2024, ECB ໄດ້ຫຼຸດຜ່ອນອັດຕາດອກເບ້ຍລົງ 8 ເທື່ອ, ເທົ່າກັບ 2 ຄະແນນສ່ວນຮ້ອຍ, ເພື່ອແນໃສ່ໜູນຊ່ວຍພື້ນຖານເສດຖະກິດ Eurozone. ອັດຕາດອກເບ້ຍເງິນຝາກຫຼຸດລົງແຕ່ 2.25% ເປັນ 2%, ອັດຕາດອກເບ້ຍກູ້ຢຶມຫຼຸດແຕ່ 2.65% ເປັນ 2.4%.
ອິນໂດເນເຊຍ ປ່ຽນທະນະບັດທີ່ບໍ່ໃຊ້ແລ້ວ ເປັນພະລັງງານໄຟຟ້າ

ອິນໂດເນເຊຍ ປ່ຽນທະນະບັດທີ່ບໍ່ໃຊ້ແລ້ວ ເປັນພະລັງງານໄຟຟ້າ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ບໍລິສັດ PT PLN Indonesia Power ຊຶ່ງເປັນລັດວິສາຫະກິດດ້ານໄຟຟ້າຂອງອິນໂດເນເຊຍ ໄດ້ເລີ່ມແປຮູບທະນະບັດທີ່ເສຍຫາຍ ຫຼື ບໍ່ສາມາດໃຊ້ໄດ້ໃຫ້ກາຍເປັນພະລັງງານໄຟຟ້າ ຊຶ່ງຖືເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອສະໜອງແຫຼ່ງພະລັງ ງານທີ່ມີປະສິດທິພາບ ແລະ ເປັນມິດກັບສິ່ງແວດລ້ອມ.
4 ເດືອນຕົ້ນປີນີ້ ມູນຄ່າການຄ້າຂາເຂົ້າ - ຂາອອກການບໍລິການຂອງຈີນເພີ່ມຂຶ້ນ 8.2%

4 ເດືອນຕົ້ນປີນີ້ ມູນຄ່າການຄ້າຂາເຂົ້າ - ຂາອອກການບໍລິການຂອງຈີນເພີ່ມຂຶ້ນ 8.2%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້; ກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນເມສາ ປີ 2025, ການຄ້າການບໍລິການຂອງຈີນໄດ້ຮັກສາຈັງຫວະເພີ່ມຂຶ້ນຢ່າງວ່ອງໄວ, ມູນຄ່າການຄ້າຂາເຂົ້າ-ຂາອອກການບໍລິການບັນລຸເຖິງ 2,632 ຕື້ 60 ລ້ານຢວນ, ເພີ່ມຂຶ້ນ 8.2% ເມື່ອທຽບກັບໄລຍະດຽວກັນຂອງປີ 2024.
ຫວຽດ​ນາມ ​​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ຈາກ ສະຫະລັດ ອາ​ເມ​ຣິ​ກາ ມູນຄ່າເກືອບ 3 ຕື້ໂດລາ

ຫວຽດ​ນາມ ​​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ຈາກ ສະຫະລັດ ອາ​ເມ​ຣິ​ກາ ມູນຄ່າເກືອບ 3 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດການປະຕິບັດງານຂອງຄະນະຜູ້ແທນກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຢູ່ລັດໂລວາ, ໂອໄຮໂອ, ເມຣີແລນ ແລະ ນະຄອນຫຼວງ ວໍຊິງຕັນ (ສະຫະລັດ ອາເມຣິກາ) ໃນວັນທີ 2 – 6 ມິຖຸນາ ຜ່ານມາ. ນີ້ແມ່ນບາດກ້າວສຳຄັນໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ສະຫະລັດ ອາເມຣິກາ.
ທະ​ນາ​ຄານ​ກາງ​ເອີ​ຣົບ​ອະ​ນຸ​ມັດ​ບຸນ​ກາ​ລີ ​ເປັນ​ສະ​ມາ​ຊິກ​ເຂດທີ່​ໃຊ້​ເງິນ​ເອີ​ໂຣ

ທະ​ນາ​ຄານ​ກາງ​ເອີ​ຣົບ​ອະ​ນຸ​ມັດ​ບຸນ​ກາ​ລີ ​ເປັນ​ສະ​ມາ​ຊິກ​ເຂດທີ່​ໃຊ້​ເງິນ​ເອີ​ໂຣ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ທະ​ນາ​ຄານ​ກາງ​ເອີ​ຣົບ ​ໄດ້​ອະ​ນຸ​ມັດ​ຄຳ​ຮ້ອງ​ຂໍ​ຂອງ​ບຸນ​ກາ​ລີ​​ ໃນ​ການ​ນຳ​ໃຊ້​ເງິນ​ເອີ​ໂຣ, ບຸນ​ກາ​ລີ ​ຈຶ່ງ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ທີ 21 ໃນ​ເຂດ​ທີ່ໃຊ້​ເງິນ​ເອີ​ໂຣ.
OECD ​ໃຫ້ຄຳໝັ້ນສັນຍາເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ອື່ນໆ

OECD ​ໃຫ້ຄຳໝັ້ນສັນຍາເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ອື່ນໆ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ກອງປະຊຸມສະພາລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD - MCM) ປີ 2025 ໄດ້ປິດລົງໃນວັນທີ 4 ມິຖຸນາ ຜ່ານມາ ພາຍຫຼັງການຈັດກອງປະຊຸມກຸ່ມຢູ່ນະຄອນຫຼວງປາຣີ ຝຣັ່ງ ເປັນເວລາ 2 ວັນ.
5 ພາກ​ສ່ວນ​ຂອງ​ຈີນ​ ຮ່ວມ​ມື​ກັນດຳ​ເນີນ​ກິດ​ຈະ​ກຳ​ສົ່ງ​ເສີມ​ລົດ​ພະ​ລັງ​ງານ​ໃໝ່​

5 ພາກ​ສ່ວນ​ຂອງ​ຈີນ​ ຮ່ວມ​ມື​ກັນດຳ​ເນີນ​ກິດ​ຈະ​ກຳ​ສົ່ງ​ເສີມ​ລົດ​ພະ​ລັງ​ງານ​ໃໝ່​

ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະກຳມະການການພັດທະນາ ແລະ ປະຕິຮູບແຫ່ງລັດຈີນ, ກະຊວງກະສິກຳ ແລະ ຊົນນະບົດ, ກະຊວງການຄ້າຈີນ ແລະ ອົງການພະລັງງານແຫ່ງຊາດຈີນໄດ້ອອກແຈ້ງການ ໂດຍຈະຈັດຕັ້ງດຳເນີນກິດຈະກຳສົ່ງເສີມລົດພະລັງງານໃໝ່ລົງສູ່ຊົນນະບົດໃນປີ 2025.
ການ​​ປັບ​ປຸງລະບຽບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ​​ຕ້ອງ​ເປີດ​ເສັ້ນທາງ​ໃຫ້​ແກ່​ຂໍ້​ລິ​ເລີ່ມການ​ພັດ​ທະ​ນາ

ການ​​ປັບ​ປຸງລະບຽບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ​​ຕ້ອງ​ເປີດ​ເສັ້ນທາງ​ໃຫ້​ແກ່​ຂໍ້​ລິ​ເລີ່ມການ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປັບປຸງລະບອບລະບຽບກາກົດໝາຍໃຫ້ສົມບູນແບບ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມເພື່ອພິຈາລະນາ, ປະກອບຄຳເຫັນກ່ຽວກັບ: ຮ່າງກົດໝາຍຂໍ້ກຳນົດການເຮັດວຽກຂອງຄະນະຊີ້ນຳ; ຮ່າງບົດລາຍງານມອບໝາຍໜ້າທີ່ຂອງບັນດາສະມາຊິກຄະນະຊີ້ນຳ, ຮ່າງໂຄງການປະຕິບັດງານປີ 2025 ຂອງຄະນະຊີ້ນຳ, ບົດລາຍງານກ່ຽວກັບສະພາບການປະກອບຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງ, ເພີ່ມເຕີມລັດຖະທຳມະນູນ 2013, ບົດລາຍງານກ່ຽວກັບສະພາບການ, ໝາກຜົນຂອງການປັບປຸງກົດໝາຍປະຕິບັດການແບ່ງຂັ້ນ, ແບ່ງອຳນາດ, ແບ່ງສິດອຳນາດໃຫ້ສົມບູນແບບ.
ເພີ່ມເຕີມ