ດອກໄມ້ມິດຕະພາບລາວ-ຈີນ ພວມເບັ່ງບານລຽບຕາມທາງລົດໄຟລາວ-ຈີນ

ດອກໄມ້ມິດຕະພາບລາວ-ຈີນ ພວມເບັ່ງບານລຽບຕາມທາງລົດໄຟລາວ-ຈີນ

ຂ້ອຍຊື່​ນາງ ຕິ້ງ ພາລີວັນ, ປີນີ້ອາຍຸ 26 ປີ, ຂ້ອຍ​ມາ​ຈາກ​ປະ​ເທດ​ລາວ. ຂ້ອຍເຄີຍຮຽນຢູ່ວິທະຍາ​ໄລວິທະຍາສາດສັງຄົມ ແລະ ທໍາມະ​ສາດ ເສສວນ ສປ ຈີນ, ໄດ້ຮຽນ ແລະ ດໍາລົງຊີວິດຢູ່ ສປ ຈີນ ເປັນເວລາ 4 ປີກວ່າ. ເນື່ອງໃນໂອກາດໃກ້ຈະ​ຮຽນ​ຈົບ, ຂ້ອຍພະຍາຍາມຊອກວຽກເຮັດງານທຳຢູ່ນຳວິສາຫະກິດຈີນ, ຫວັງວ່າ ຈະໄດ້ນໍາໃຊ້ຄວາມຮູ້ຄວາມສາມາດຂອງຕົນທີ່ໄດ້ຮຽນມາເຂົ້າໃນ​ໜ້າ​ທີ່ວຽກງານໃນອະນາຄົດ. ວັນທີ 13 ກໍລະກົດ 2020, ຂ້ອຍໄດ້ເຂົ້າເຮັດວຽກຢູ່ບໍລິສັດການລົງທຶນດ້ານ​ການກໍ່ສ້າງພື້ນຖານໂຄງລ່າງຢຸນນານ (ບໍລິສັດລົງທຶນພື້ນຖານໂຄງລ່າງ) ສົມ​ດັ່ງ​ຄວາມ​ປາ​ຖະ​ໜາ​ຂອງ​ຕົນ ແລະ ກາຍເປັນໜຶ່ງ​ໃນພະນັກງານທີ່ຮັບຜິດຊອບການບໍ​ລິ​ຫານງານ​ຕາມທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ ຊຶ່ງເປັນທາງດ່ວນສາຍທໍາອິດຂອງປະເທດລາວ, ຂ້ອຍຮູ້ສຶກພາກພູມໃຈຫຼາຍທີ່ປະເທດເຮົາ ມີທາງດ່ວນເປັນຂອງຕົນເອງ, ພ້ອມກັນນີ້, ຂ້ອຍກໍຮູ້ສຶກພາກພູມໃຈທີ່ໄດ້ເຂົ້າມາເຮັດວຽກເປັນໜຶ່ງ​ໃນ​ພະ​ນັກ​ງານ ​ໃນ​ທີ​ມ​ງານບໍ​ລິ​ຫານ​ງານ​ ຕາມທາງດ່ວນວຽງຈັນ-ວັງວຽງ. “ທາງດ່ວນແມ່ນຫຍັງ“ການ​ບໍ​ລິ​ຫານ​ງານ​ຕາມທາງດ່ວນຈະເຮັດຫຍັງແດ່” ເວລາຂ້ອຍ​ຫາ​ກໍເຂົ້າມາເຮັດວຽກໃໝ່ໆ, ສໍາລັບຂ້ອຍ​ເອງ, ເລື່ອງເຫຼົ່ານີ້ ລ້ວນແຕ່ເປັນເລື່ອງໃໝ່, ຂ້ອຍເປັນ​ພະ​ນັກ​ງານໃໝ່ ທີ່ເລີ່ມຕົ້ນ​ໜ້າ​ທີ່ການບໍລິຫານງານ​ຕາມທາງດ່ວນ, ມີຄວາມກະຕືລືລົ້ນ ແລະ ສົນໃຈຫຼາຍຕໍ່ໜ້າທີ່ວຽກງານ ທີ່ຕົນໄດ້ຮັບຜິດຊອບ.

   ໃນເວລາ 3 ເດືອນທີ່ເຂົ້າຮ່ວມການຝຶກອົບຮົມພະນັກງານໃໝ່ນັ້ນ, ຕົ້ນຕໍແມ່ນຮຽນຄວາມ​ຮູ້​ກ່ຽວ​ກັບວຽກງານປະຈໍາວັນ ແລະ ຂັ້ນ​ຕອນ​ເຮັດ​ວຽກຂອງຜູ້ເກັບຄ່າຜ່ານທາງ. 

​ຕອ​ນ​ເລີ່ມຕົ້ນເຮັດວຽກໃໝ່ໆ, ຂ້ອຍມີຄວາມກັງວົນວ່າ ຈະເກີດມີຄວາມຜິດພາດໃນວຽກງານເກັບຄ່າຜ່ານທາງ. ແຕ່ພາຍໃຕ້ການຊ່ວຍເຫຼືອ​ແບບສຸດອົກສຸດໃຈຂອງບັນດາໝູ່ຮ່ວມງານ​ຝ່າຍຈີນ ກໍຄືຫົວໜ້າສະຖານີເກັບຄ່າຜ່ານທາງວັງວຽງ, ເຮັດໃຫ້ຂ້ອຍມີຄວາມສໍານິຊໍານານ ແລະ ສາມາດ​ເກັບ​ຄ່າ​ຜ່ານ​ທາງ​ຕາມລະບົບເກັບຄ່າທໍານຽມທາງໄດ້ຢ່າງສະດວກວ່ອງໄວ, ຂ້ອຍເລີ່ມຈາກຜູ້ເກັບຄ່າທາງ ກາຍເປັນຫົວໜ້າຫ້ອງການເກັບຄ່າຜ່ານທາງດ່ວນ. ຂ້ອຍບໍ່ພຽງແຕ່ໄດ້​ປະ​ສົບ​ການ​ໃນ​ໜ້າ​ທີ່​ວຽກ​ງານ​ເທົ່າ​ນັ້ນ, ແຕ່ຫາກຍັງ​ຜູກ​ມິດ​ສຳ​ພັນກັບພະ​ນັກ​ງານ​ຝ່າຍຈີນຫຼາຍຄົນ. ດອກໄມ້ມິດຕະພາບ ລະຫວ່າງ ພະນັກງານລາວ-ຈີນ ທີ່ພວມເບັ່ງບານ​ຕາມທາງດ່ວນວຽງຈັນ-ວັງວຽງ ຊຶ່ງ​ເຮັດ​ໃຫ້​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ ກາຍ​ເປັນ​ເສັ້ນ​ທາງ​ແຫ່ງ​ມິດ​ຕະ​ພາບ ແລະ ເສັ້ນ​ທາງ​ແຫ່ງ​ຄວາມ​ສຸກ​ ລະ​ຫວ່າງ​ ລາວ-ຈີນ.

  ປີ 2022, ຍ້ອນ​ບໍ​ລິ​ສັດມີນະໂຍບາຍ​ ໃຫ້​ຄົນ​ທ້ອງ​ຖິ່ນມາບໍ​ລິ​ຫານ​​ໂຄງ​ການ​ທ້ອງ​ຖິ່ນ​​, ໝູ່ຮ່ວມງານ​ຝ່າຍ​ລາວຫຼາຍ​ຄົນ ລ້ວນແຕ່ໄດ້ເຂົ້າຮ່ວມການຮັບສະໝັກຕໍາແໜ່ງບໍລິຫານ, ໂດຍຜ່ານການແຂ່ງຂັນທາງດ້ານ​ສີ​ມື​ຄວາມ​ຮູ້ຫຼາຍຮອບ, ຂ້ອຍຖືກ​ຈັດ​ເຂົ້າ​ໃນຄັງ​ພະ​ນັກ​ງານ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຝ່າຍລາວຂອງບໍລິສັດ ແລະ ໄດ້ຖືກແຕ່ງຕັ້ງເປັນຮອງຫົວໜ້າສະຖານີວັງວຽງ. ນີ້ສະແດງ​ໃຫ້​ເຫັນ​ວ່າ: ທາງ​ບໍ​ລິ​ສັດ ​ໄດ້​ຢັ້ງຢືນໃຫ້ເຫັນ ຕໍ່​ຜົນ​ງານ​ຂອງຂ້ອຍ, ເຮັດໃຫ້ ຂ້ອຍ ຍິ່ງມີ​ຄວາມ​ບຸກບືນຫ້າວ​ຫັນ​ທີ່​ຈະ​ອຸ​ທິດ​ກຳ​ລັງ​ວັງ​ຊາ​ຂອງຕົນ​ເພື່ອ​ບໍ​ລິ​ສັດ.

  ຕະຫຼອດ 4 ປີ ທີ່ເຂົ້າເຮັດວຽກຢູ່ບໍລິສັດລົງທຶນພື້ນຖານໂຄງລ່າງນີ້, ຂ້ອຍ​ ກັບ​ໝູ່​ຮ່ວມງານ​ຝ່າຍ​ຈີນຫຼາຍ​ຄົນ ໄດ້ຮ່ວມກັນຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຕ່າງໆ​ນາໆ, ໄດ້ຮ່ວມ​ຊີ​ວິດ​ກັນ​ແບບເບີກບານມ່ວນຊື່ນ. ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງບຸນປະເພນີທັງສອງປະເທດ ລາວ-ຈີນ ຄື: ບຸນກຸດຈີນ, ບຸນເຂົ້າຕົ້ມ, ບຸນ​ສົງ​ການ ແລະ ອື່ນໆ ຊຶ່ງໄດ້ສຳຜັດກັບຄວາມມ່ວນຊື່ນ ​ໃນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ລະ​ຫວ່າງ​ ສອງ​ປະ​ເທດ​ລາວ​-ຈີນ.

  ເຖິງ​ວ່າວັດທະນະທໍາສອງ​ປະ​ເທດ ມີຄວາມແຕກຕ່າງກັນກໍ​ຕາມ, ແຕ່​ພວກ​ເຮົາ​ໄດ້​ທຳ​ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ, ພວກເຮົາ ເປັນເພື່ອນມິດກັນ, ເປັນຄອບຄົວດຽວກັນ. ຂ້ອຍຂໍ​ສະ​ແດງ​ຄວາມຂອບອົກຂອບໃຈຕໍ່ຄວາມໄວ້ວາງໃຈ ແລະ ການສະໜັບສະໜູນ​ຈາກ​ທາງບໍລິສັດລົງທຶນພື້ນຖານໂຄງລ່າງ ຊຶ່ງ​ເຮັດໃຫ້ຂ້ອຍເຕີບໃຫຍ່ຂຶ້ນເປັນ​ພະ​ນັກ​ງານດີເດັ່ນ ຄືປັດຈຸບັນນີ້, ພ້ອມທັງໄດ້​ຜູກມິດສຳ​ພັນ​ກັບ​ພະ​ນັກ​ງານຫຼາຍຄົນ ທີ່​ມີພາສາເວົ້າ​ຕ່າງ​ກັນ ແລະ ວັດ​ທະ​ນະ​ທຳ​ຕ່າງ​ກັນ. ໃນອະນາຄົດ, ຂ້ອຍຈະ​ອຸ​ທິດ​ກຳ​ລັງ​ວັງ​ຊາ​ຂອງ​ຕົນ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອການພັດທະນາຂອງບໍລິສັດ, ຮ່ວ​ມ​ແຮງຮ່ວມໃຈກັບ​ເພື່ອນ​ຮ່ວມ​ງານທີ່ມີອຸດົມການດຽວກັນ ເພື່ອຂຽນ​ປະ​ວັດ​ສາດ​ໜ້າໃໝ່​ຂອງ​ບໍ​ລິ​ສັດ.

ບົດໂດຍ: ນາງ ຕິ້ງ ພາລີວັນ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ

ຄໍາເຫັນ

ຂ່າວຕ່າງປະເທດ

IMF ປະເມີນ ເສດຖະກິດໂລກຍັງບໍ່ມີສັນຍານເຂົ້າສູ່ການຊະລໍຕົວ

IMF ປະເມີນ ເສດຖະກິດໂລກຍັງບໍ່ມີສັນຍານເຂົ້າສູ່ການຊະລໍຕົວ

ຂ່າວຕ່າງປະເທດລາຍງານວ່າ: ທ່ານນາງ ຄຣີສຕາລີນາ ຈໍເຈຍວາ ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ໄດ້ປະເມີນວ່າ: ເສດຖະກິດໂລກຍັງສາມາດຕ້ານທານກັບຜົນກະທົບຈາກສົງຄາມໃນຕາເວັນອອກກາງໄດ້ ເຖິງວ່າລາຄາສິນຄ້າຈະເພີ່ມຂຶ້ນ, ອັດຕາເງິນເຟີ້ກຳລັງເລັ່ງຂຶ້ນ ແລະ ສະພາບການທາງການເງິນໂລກທີ່ເຄັ່ງຕຶງຫຼາຍຂຶ້ນ. ໂດຍມາຮອດປັດຈຸບັນ, ຍັງບໍ່ມີສັນຍານວ່າເສດຖະກິດໂລກກຳລັງເຂົ້າສູ່ການຊະລໍຕົວ.
ມາເລເຊຍ ສູນເສຍເງິນ 2.97 ຕື້ຣິງກິດ ຈາກການຫຼອກລວງທາງອອນລາຍ

ມາເລເຊຍ ສູນເສຍເງິນ 2.97 ຕື້ຣິງກິດ ຈາກການຫຼອກລວງທາງອອນລາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ມິຖຸນາ ຜ່ານມາວ່າ: ທ່ານ ມູຮຳໝັດ ຄາລິດ ອິສມາອີລ ຜູ້ບັນຊາການຕຳຫຼວດມາເລເຊຍ ໄດ້ເປີດເຜີຍວ່າ, ມູນຄ່າຄວາມເສຍຫາຍຈາກການສໍ້ໂກງທາງອອນລາຍໃນມາເລເຊຍໄດ້ເພີ່ມຂຶ້ນເປັນ 2.97 ຕື້ຣິງກິດ ໃນປີ 2025, ເມື່ອທຽບກັບປີ 2024 ຊຶ່ງຢູ່ທີ່ 1.57 ຕື້ຣິງກິດ.
4 ປີ​ຕໍ່​ໜ້າ ຫວຽດ​ນ​າມ ຈະ​ມີ​ສະ​ໜາມ​ບິນ​ແຫ່ງ​ໃໝ່​ຕື່ມ​ອີກ 7 ແຫ່ງ

4 ປີ​ຕໍ່​ໜ້າ ຫວຽດ​ນ​າມ ຈະ​ມີ​ສະ​ໜາມ​ບິນ​ແຫ່ງ​ໃໝ່​ຕື່ມ​ອີກ 7 ແຫ່ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 16 ມິຖຸນາ ຜ່ານມາວ່າ: ຕາມ​ບົດ​ລາຍ​ງານ, ປັດ​ຈຸ​ບັນ ​ທົ່ວ​ປະ​ເທດຫວຽດນາມ​ມີ​ສະໜາມບິນ 22 ແຫ່ງ ແລະ ມີ​ສະໜາມບິນ​ໃໝ່ 5 ແຫ່ງ ພວມ​ໄດ້​ຮັບ​ການ​ລົງ​ທຶນ​ກໍ່​ສ້າງ, ລວມ​ມີ​ ລອງ​ແທັ່ງ (ດົ່ງ​ນາຍ), ຢາ​ບິ່ງ (ບັກ​ນິງ), ກວາງ​ຈິ, ຟານ​ທຽດ (ເລິມ​ດົ່ງ), ໂຖ​ຈູ (ອານ​ຢາງ).
ຈຳນວນຜູ້ຕິດເຊື້ອອີໂບລາໃນກົງໂກ ເພີ່ມຂຶ້ນ 782 ຄົນ ແລະ ເສຍຊີວິດ 181 ຄົນ

ຈຳນວນຜູ້ຕິດເຊື້ອອີໂບລາໃນກົງໂກ ເພີ່ມຂຶ້ນ 782 ຄົນ ແລະ ເສຍຊີວິດ 181 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມິຖຸນານີ້ວ່າ: ການລະບາດຂອງພະຍາດອີໂບລາໃນປະເທດກົງໂກຍັງຄົງໜ້າເປັນຫ່ວງ, ຫຼັງຈາກເຈົ້າໜ້າທີ່ໄດ້ຢືນຢັນກໍລະນີຕິດເຊື້ອ 782 ຄົນ ແລະ ເສຍຊີວິດ 181 ຄົນ ພາຍໃນເວລາພຽງ 1ເດືອນຫຼັງຈາກລັດຖະບານປະກາດການລະບາດຢ່າງເປັນທາງການ.
ມາເລເຊຍ ຄາດຄະເນວ່າ ແອວນີໂຢ ຈະເຮັດໃຫ້ເກີດໄພແຫ້ງແລ້ງ ແລະ ຝົນຕົກຫຼຸດລົງ

ມາເລເຊຍ ຄາດຄະເນວ່າ ແອວນີໂຢ ຈະເຮັດໃຫ້ເກີດໄພແຫ້ງແລ້ງ ແລະ ຝົນຕົກຫຼຸດລົງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ມິຖຸນາ ຜ່ານມາວ່າ: ທ່ານ ມູຮຳມັດ ຮິຊາມ ມູຮຳມັດ ອານິບ ຜູ້ອຳນວຍການໃຫຍ່ກົມອຸຕຸນິຍົມວິທະຍາຂອງມາເລເຊຍ ເປີດເຜີຍວ່າ: ປະກົດການແອວນີໂຢ (El Niño) ຈະເຮັດໃຫ້ເກີດສະພາບໄພແຫ້ງແລ້ງເປັນເວລາຍາວນານ ແລະ ປະລິມານນ້ຳຝົນຈະຫຼຸດລົງຢ່າງຕໍ່ເນື່ອງຈົນຮອດຕົ້ນປີ 2027.
ຜະ​ລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ ​ດຶງ​ດູດ​​ນັກ​ທຸ​ລະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊີ​ໃຕ້

ຜະ​ລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ ​ດຶງ​ດູດ​​ນັກ​ທຸ​ລະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊີ​ໃຕ້

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ມິຖຸນາ ຜ່ານມາວ່າ: ໃນງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊີ​ໃຕ້​ຄັ້ງ​ທີ 10 ​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ ​ແຂວງ​ຢຸນ​ນານ ​ຈີນ, ​ເຕັກ​ໂນ​ໂລ​ຊີ​ໃໝ່ ແລະ ຜະ​ລິດ​ຕະ​ພັນ​ ໃໝ່​ຕ່າງໆ​ຂອງວິ​ສາ​ຫະ​ກິດ​ຈີນ ເຊັ່ນ: ຫຸ່ນ​ຍົນ​ມະ​ນຸດ​ເຮັດຄວາມ​ສະ​ອາດ​ຝາ​​ອາ​ຄານ, ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລາດ​ຕະ​ເວນ​ອັດ​ຕະ​ໂນ​ມັດ, ​ຫ້ອງ​ພັກ​ທັນ​ສະ​ໄໝ​ແບບ​ສາ​ມາດ​ເຄື່ອນ​ທີ່ ແລະ ອື່ນໆ ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ນັກ​ທຸ​ລະ​ກິດ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​ໃຕ້ ແລະ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ມີຫຼາຍ​ຄົນ​ໄດ້​ເຂົ້າ​ໄປ​​ຢ້ຽມ​ຊົມ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ກັນ.
ການ​ຢືນ​ຢັນ​ບັນ​ລຸ​ສັນ​ຍາ​ ລະ​ຫວ່າງອາ​ເມ​ຣິ​ກາ ແລະ ອີ​ຣານ​ ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​​ຫຼຸດ​ລົງ

ການ​ຢືນ​ຢັນ​ບັນ​ລຸ​ສັນ​ຍາ​ ລະ​ຫວ່າງອາ​ເມ​ຣິ​ກາ ແລະ ອີ​ຣານ​ ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​​ຫຼຸດ​ລົງ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ມິຖຸນາ ຜ່ານມາວ່າ: ຍ້ອນ​ວ່າ​ ສະຫະລັດ ອາ​ເມ​ຣິ​ກາ ແລະ ອີ​ຣານ​ ຢືນ​ຢັນ​ວ່າໄດ້​ບັນ​ລຸ​ສັນ​ຍາ ແລະ ຄາດ​ວ່າ​ຊ່ອງ​ແຄບ​ຮໍ​ມຸ​ສ​ ຈະ​ເປີດ​ຄືນ​ໃໝ່​ໃນ​ໄວໆ​ນີ້, ໃນວັນ​ທີ 14 ມິ​ຖຸ​ນາ​ ຜ່ານມາ, ​ລາ​ຄານ້ຳ​ມັນ​ດິບ​ສາ​ກົນ​ທີ່​ສັ່ງ​ຊື້​ລ່ວງ​ໜ້າ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ ພາຍຫຼັງ​ໄດ້​ເລີ່ມ​ການ​​ຊື້-​ຂາຍ​ໃນ​ອາ​ທິດ​ ໃໝ່.
ທຸກ​ນະ​ໂຍ​ບາຍ​ສຶກ​ສາ​​ຕ້ອງ​​ວັດ​ແທກ​ດ້ວຍ​ຄວາມ​ກ້າວ​ໜ້າ ແລະ ອະ​ນາ​ຄົດ​ຂອງ​ນັກ​ຮຽນ

ທຸກ​ນະ​ໂຍ​ບາຍ​ສຶກ​ສາ​​ຕ້ອງ​​ວັດ​ແທກ​ດ້ວຍ​ຄວາມ​ກ້າວ​ໜ້າ ແລະ ອະ​ນາ​ຄົດ​ຂອງ​ນັກ​ຮຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 15 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກກອມ​ມູນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຂະ​ແໜງ​ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງກັບ​ວຽກ​ງານ​ກະ​ກຽມ​ສົກ​ຮຽນ​ໃໝ່ 2026 – 2027 ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 71 ​ສະ​ບັບອອກ​ໃນ​ວັນ​ທີ 22 ສິງ​ຫາ 2025 ຂອງ​ກົມ​ການ​ເມືອງກ່ຽວ​ກັບ​ການ​ບຸກ​ທະ​ລຸ​ພັດ​ທະ​ນາ​ການ​ສຶກ​ສາ​ບຳ​ລຸງ​ສ້າງ.
ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ​ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ

ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ​ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ

ລາຍງານວ່າ: ປີ 1983, ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາຄະ​ນະ​ພັກ​ເມືອງ​ເຈິ້ງ​ຕີ້ງ ແຂວງ​ເຫີ​ເປີຍ ​ໃນ​ເວ​ລາ​ນັ້ນ, ໄດ້​ຕັ້ງ​ໂຕະ​ຢູ່​ຕາມ​ຖະ​ໜົນ​ເປັນ​ການ​ຊົ່ວ​ຄາວ ເພື່ອ​ຮັບ​ຟັງຄຳ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ.
5 ເດືອນ​ຕົ້ນ​ປີ​ ການ​ຄ້າ​ລະ​ຫວ່າງ​ກວາງ​ຊີ​ກັບ​ອາ​ຊຽນສືບ​ຕໍ່​ດີ​ຂຶ້ນ

5 ເດືອນ​ຕົ້ນ​ປີ​ ການ​ຄ້າ​ລະ​ຫວ່າງ​ກວາງ​ຊີ​ກັບ​ອາ​ຊຽນສືບ​ຕໍ່​ດີ​ຂຶ້ນ

ວິທະຍຸໂທລະພາບສູນກາງຈີນລາຍງານວ່າ: ຫວ່າງ​ມໍ່ໆ​ນີ້, ດ່ານ​ພາ​ສີນ​ະ​ຄອນ​ໜານ​ນີງ​​ຂອງ​ຈີນ​ໃຫ້​ຮູ້​ວ່າ, ໃນ 5 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-​​ຂາ​ອອກ​ຂອງ​ເຂດປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ​ໄດ້​ບັນ​ລຸ 347.77 ຕື້ຢວນ, ເພີ່ມ​ຂຶ້ນ 7.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ​ໃນ​ນັ້ນ, ມູນ​ຄ່າ​ຂາ​ເຂົ້າ-​ຂາ​ອອກ​ກັບ​ອາ​ຊຽນບັນ​ລຸ 175.5 ຕື້ຢວນ, ເພີ່ມ​ຂຶ້ນ 1.1%. ໂດຍ​ມີ​ຈຸດ​ພິ​ເສດ​ຕ່າງໆ ເຊັ່ນ: ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-​ຂາ​ອອກ​ລະ​ຫວ່າງ​ເຂດກ​ວາງ​ຊີຈີນ​ກັບ​ອາ​ຊຽນ ກໍຄືການ​ນຳ​ເຂົ້າ​ສິນ​ຄ້າ​​ທີ່​ກ່ຽວ​ຂ້ອງ​ກັບປັນ​ຍາ​ປະ​ດິດ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ ແລະ ​ອື່ນໆ.
ເພີ່ມເຕີມ