ດອກໄມ້ມິດຕະພາບລາວ-ຈີນ ພວມເບັ່ງບານລຽບຕາມທາງລົດໄຟລາວ-ຈີນ

ດອກໄມ້ມິດຕະພາບລາວ-ຈີນ ພວມເບັ່ງບານລຽບຕາມທາງລົດໄຟລາວ-ຈີນ

ຂ້ອຍຊື່​ນາງ ຕິ້ງ ພາລີວັນ, ປີນີ້ອາຍຸ 26 ປີ, ຂ້ອຍ​ມາ​ຈາກ​ປະ​ເທດ​ລາວ. ຂ້ອຍເຄີຍຮຽນຢູ່ວິທະຍາ​ໄລວິທະຍາສາດສັງຄົມ ແລະ ທໍາມະ​ສາດ ເສສວນ ສປ ຈີນ, ໄດ້ຮຽນ ແລະ ດໍາລົງຊີວິດຢູ່ ສປ ຈີນ ເປັນເວລາ 4 ປີກວ່າ. ເນື່ອງໃນໂອກາດໃກ້ຈະ​ຮຽນ​ຈົບ, ຂ້ອຍພະຍາຍາມຊອກວຽກເຮັດງານທຳຢູ່ນຳວິສາຫະກິດຈີນ, ຫວັງວ່າ ຈະໄດ້ນໍາໃຊ້ຄວາມຮູ້ຄວາມສາມາດຂອງຕົນທີ່ໄດ້ຮຽນມາເຂົ້າໃນ​ໜ້າ​ທີ່ວຽກງານໃນອະນາຄົດ. ວັນທີ 13 ກໍລະກົດ 2020, ຂ້ອຍໄດ້ເຂົ້າເຮັດວຽກຢູ່ບໍລິສັດການລົງທຶນດ້ານ​ການກໍ່ສ້າງພື້ນຖານໂຄງລ່າງຢຸນນານ (ບໍລິສັດລົງທຶນພື້ນຖານໂຄງລ່າງ) ສົມ​ດັ່ງ​ຄວາມ​ປາ​ຖະ​ໜາ​ຂອງ​ຕົນ ແລະ ກາຍເປັນໜຶ່ງ​ໃນພະນັກງານທີ່ຮັບຜິດຊອບການບໍ​ລິ​ຫານງານ​ຕາມທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ ຊຶ່ງເປັນທາງດ່ວນສາຍທໍາອິດຂອງປະເທດລາວ, ຂ້ອຍຮູ້ສຶກພາກພູມໃຈຫຼາຍທີ່ປະເທດເຮົາ ມີທາງດ່ວນເປັນຂອງຕົນເອງ, ພ້ອມກັນນີ້, ຂ້ອຍກໍຮູ້ສຶກພາກພູມໃຈທີ່ໄດ້ເຂົ້າມາເຮັດວຽກເປັນໜຶ່ງ​ໃນ​ພະ​ນັກ​ງານ ​ໃນ​ທີ​ມ​ງານບໍ​ລິ​ຫານ​ງານ​ ຕາມທາງດ່ວນວຽງຈັນ-ວັງວຽງ. “ທາງດ່ວນແມ່ນຫຍັງ“ການ​ບໍ​ລິ​ຫານ​ງານ​ຕາມທາງດ່ວນຈະເຮັດຫຍັງແດ່” ເວລາຂ້ອຍ​ຫາ​ກໍເຂົ້າມາເຮັດວຽກໃໝ່ໆ, ສໍາລັບຂ້ອຍ​ເອງ, ເລື່ອງເຫຼົ່ານີ້ ລ້ວນແຕ່ເປັນເລື່ອງໃໝ່, ຂ້ອຍເປັນ​ພະ​ນັກ​ງານໃໝ່ ທີ່ເລີ່ມຕົ້ນ​ໜ້າ​ທີ່ການບໍລິຫານງານ​ຕາມທາງດ່ວນ, ມີຄວາມກະຕືລືລົ້ນ ແລະ ສົນໃຈຫຼາຍຕໍ່ໜ້າທີ່ວຽກງານ ທີ່ຕົນໄດ້ຮັບຜິດຊອບ.

   ໃນເວລາ 3 ເດືອນທີ່ເຂົ້າຮ່ວມການຝຶກອົບຮົມພະນັກງານໃໝ່ນັ້ນ, ຕົ້ນຕໍແມ່ນຮຽນຄວາມ​ຮູ້​ກ່ຽວ​ກັບວຽກງານປະຈໍາວັນ ແລະ ຂັ້ນ​ຕອນ​ເຮັດ​ວຽກຂອງຜູ້ເກັບຄ່າຜ່ານທາງ. 

​ຕອ​ນ​ເລີ່ມຕົ້ນເຮັດວຽກໃໝ່ໆ, ຂ້ອຍມີຄວາມກັງວົນວ່າ ຈະເກີດມີຄວາມຜິດພາດໃນວຽກງານເກັບຄ່າຜ່ານທາງ. ແຕ່ພາຍໃຕ້ການຊ່ວຍເຫຼືອ​ແບບສຸດອົກສຸດໃຈຂອງບັນດາໝູ່ຮ່ວມງານ​ຝ່າຍຈີນ ກໍຄືຫົວໜ້າສະຖານີເກັບຄ່າຜ່ານທາງວັງວຽງ, ເຮັດໃຫ້ຂ້ອຍມີຄວາມສໍານິຊໍານານ ແລະ ສາມາດ​ເກັບ​ຄ່າ​ຜ່ານ​ທາງ​ຕາມລະບົບເກັບຄ່າທໍານຽມທາງໄດ້ຢ່າງສະດວກວ່ອງໄວ, ຂ້ອຍເລີ່ມຈາກຜູ້ເກັບຄ່າທາງ ກາຍເປັນຫົວໜ້າຫ້ອງການເກັບຄ່າຜ່ານທາງດ່ວນ. ຂ້ອຍບໍ່ພຽງແຕ່ໄດ້​ປະ​ສົບ​ການ​ໃນ​ໜ້າ​ທີ່​ວຽກ​ງານ​ເທົ່າ​ນັ້ນ, ແຕ່ຫາກຍັງ​ຜູກ​ມິດ​ສຳ​ພັນກັບພະ​ນັກ​ງານ​ຝ່າຍຈີນຫຼາຍຄົນ. ດອກໄມ້ມິດຕະພາບ ລະຫວ່າງ ພະນັກງານລາວ-ຈີນ ທີ່ພວມເບັ່ງບານ​ຕາມທາງດ່ວນວຽງຈັນ-ວັງວຽງ ຊຶ່ງ​ເຮັດ​ໃຫ້​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ ກາຍ​ເປັນ​ເສັ້ນ​ທາງ​ແຫ່ງ​ມິດ​ຕະ​ພາບ ແລະ ເສັ້ນ​ທາງ​ແຫ່ງ​ຄວາມ​ສຸກ​ ລະ​ຫວ່າງ​ ລາວ-ຈີນ.

  ປີ 2022, ຍ້ອນ​ບໍ​ລິ​ສັດມີນະໂຍບາຍ​ ໃຫ້​ຄົນ​ທ້ອງ​ຖິ່ນມາບໍ​ລິ​ຫານ​​ໂຄງ​ການ​ທ້ອງ​ຖິ່ນ​​, ໝູ່ຮ່ວມງານ​ຝ່າຍ​ລາວຫຼາຍ​ຄົນ ລ້ວນແຕ່ໄດ້ເຂົ້າຮ່ວມການຮັບສະໝັກຕໍາແໜ່ງບໍລິຫານ, ໂດຍຜ່ານການແຂ່ງຂັນທາງດ້ານ​ສີ​ມື​ຄວາມ​ຮູ້ຫຼາຍຮອບ, ຂ້ອຍຖືກ​ຈັດ​ເຂົ້າ​ໃນຄັງ​ພະ​ນັກ​ງານ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຝ່າຍລາວຂອງບໍລິສັດ ແລະ ໄດ້ຖືກແຕ່ງຕັ້ງເປັນຮອງຫົວໜ້າສະຖານີວັງວຽງ. ນີ້ສະແດງ​ໃຫ້​ເຫັນ​ວ່າ: ທາງ​ບໍ​ລິ​ສັດ ​ໄດ້​ຢັ້ງຢືນໃຫ້ເຫັນ ຕໍ່​ຜົນ​ງານ​ຂອງຂ້ອຍ, ເຮັດໃຫ້ ຂ້ອຍ ຍິ່ງມີ​ຄວາມ​ບຸກບືນຫ້າວ​ຫັນ​ທີ່​ຈະ​ອຸ​ທິດ​ກຳ​ລັງ​ວັງ​ຊາ​ຂອງຕົນ​ເພື່ອ​ບໍ​ລິ​ສັດ.

  ຕະຫຼອດ 4 ປີ ທີ່ເຂົ້າເຮັດວຽກຢູ່ບໍລິສັດລົງທຶນພື້ນຖານໂຄງລ່າງນີ້, ຂ້ອຍ​ ກັບ​ໝູ່​ຮ່ວມງານ​ຝ່າຍ​ຈີນຫຼາຍ​ຄົນ ໄດ້ຮ່ວມກັນຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຕ່າງໆ​ນາໆ, ໄດ້ຮ່ວມ​ຊີ​ວິດ​ກັນ​ແບບເບີກບານມ່ວນຊື່ນ. ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງບຸນປະເພນີທັງສອງປະເທດ ລາວ-ຈີນ ຄື: ບຸນກຸດຈີນ, ບຸນເຂົ້າຕົ້ມ, ບຸນ​ສົງ​ການ ແລະ ອື່ນໆ ຊຶ່ງໄດ້ສຳຜັດກັບຄວາມມ່ວນຊື່ນ ​ໃນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ລະ​ຫວ່າງ​ ສອງ​ປະ​ເທດ​ລາວ​-ຈີນ.

  ເຖິງ​ວ່າວັດທະນະທໍາສອງ​ປະ​ເທດ ມີຄວາມແຕກຕ່າງກັນກໍ​ຕາມ, ແຕ່​ພວກ​ເຮົາ​ໄດ້​ທຳ​ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ, ພວກເຮົາ ເປັນເພື່ອນມິດກັນ, ເປັນຄອບຄົວດຽວກັນ. ຂ້ອຍຂໍ​ສະ​ແດງ​ຄວາມຂອບອົກຂອບໃຈຕໍ່ຄວາມໄວ້ວາງໃຈ ແລະ ການສະໜັບສະໜູນ​ຈາກ​ທາງບໍລິສັດລົງທຶນພື້ນຖານໂຄງລ່າງ ຊຶ່ງ​ເຮັດໃຫ້ຂ້ອຍເຕີບໃຫຍ່ຂຶ້ນເປັນ​ພະ​ນັກ​ງານດີເດັ່ນ ຄືປັດຈຸບັນນີ້, ພ້ອມທັງໄດ້​ຜູກມິດສຳ​ພັນ​ກັບ​ພະ​ນັກ​ງານຫຼາຍຄົນ ທີ່​ມີພາສາເວົ້າ​ຕ່າງ​ກັນ ແລະ ວັດ​ທະ​ນະ​ທຳ​ຕ່າງ​ກັນ. ໃນອະນາຄົດ, ຂ້ອຍຈະ​ອຸ​ທິດ​ກຳ​ລັງ​ວັງ​ຊາ​ຂອງ​ຕົນ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອການພັດທະນາຂອງບໍລິສັດ, ຮ່ວ​ມ​ແຮງຮ່ວມໃຈກັບ​ເພື່ອນ​ຮ່ວມ​ງານທີ່ມີອຸດົມການດຽວກັນ ເພື່ອຂຽນ​ປະ​ວັດ​ສາດ​ໜ້າໃໝ່​ຂອງ​ບໍ​ລິ​ສັດ.

ບົດໂດຍ: ນາງ ຕິ້ງ ພາລີວັນ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ