ດອກໄມ້ປະດິດ ເປັນທີ່ສົນໃຈຈາກລູກຄ້າພາຍໃນ ແລະ ຕ່າງປະເທດ

ດອກໄມ້ປະດິດ ເປັນທີ່ສົນໃຈຈາກລູກຄ້າພາຍໃນ ແລະ ຕ່າງປະເທດ

ດອກໄມ້ປະດິດ ເປັນທີ່ສົນໃຈຈາກລູກຄ້າພາຍໃນ ແລະ ຕ່າງປະເທດ
ໂດຍ: ແສງຈັນ ຜະລິດຕະພັນດອກໄມ້ທີ່ຜະລິດຈາກວັດຖຸດິບ (ດິນ) ນໍາເຂົ້າຈາກປະເທດຍີ່ປຸ່ນ ເລີ່ມເປັນທີ່ສົນໃຈຈາກສັງຄົມ ກໍຄືລູກຄ້າທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກຜະລິດຕະພັນດັ່ງກ່າວແມ່ນຜະລິດອອກມາຈາກສີໄມ້ລາຍມືຂອງຄົນລາວທີ່ມີຄວາມປານີດ ແລະ ມີຄວາມສວຍສົດງົດງາມໃນເວລານໍາໄປຕົບແຕ່ງ ເອ້-ຢ້ອງ.

ທ່ານນາງ ສຸດຖະໜອມ ວິສີສົມບັດ ຜູ້ບໍລິຫານ ຮ້ານມະນີລາໄມ້ປະດິດ ບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ໂອກາດເຂົ້າຮ່ວມງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ແລະ ສິນຄ້າຄອບຄົວຕົວແບບຄັ້ງທີ XI ປະຈຳປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ເພື່ອເປັນການໂຄສະນາສິນຄ້າໃຫ້ສັງຄົມ ທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຢ່າງກວ້າງຂວາງ ຊຶ່ງສິນຄ້າທີ່ຮ້ານຜະລິດຈະມີປະເພດດອກໄມ້, ຕົ້ນໄມ້ປະດິດ ເປັນຕົ້ນແມ່ນດອກໄມ້-ຕົ້ນໄມ້ມຸງຄຸນ ຊົມໃຊ້ ເພື່ອປະດັບເອ້ຍ້ອງຢູ່ພາຍໃນເຮືອນ, ສຳນັກງານ, ບໍລິສັດ, ໂຮງແຮມ ແລະ ສະຖານທີ່ທ່ອງທ່ຽວ ໄດ້ແກ່: ດອກຈຳປາ, ດອກຮັກ, ດອກດາວເຮືອງ, ດອກບົວ, ຕົ້ນເຂົ້າ (ໃຊ້ເວລາ ປະມານ 2 ເດືອນ), ຕົ້ນກ້ວຍ, ຕົ້ນໝາກຍົມ, ຕົ້ນໝາກມີ້, ຕົ້ນໝາກພິລາ, ຕົ້ນໝາກກ້ຽງ, ດອກເຫັດ ແລະ ພືດພັນຊະນິດອື່ນໆ. ເລີ່ມຜະລິດມາແຕ່ ປີ 2010, ແນວຄວາມຄິດດັ່ງກ່າວ ໄດ້ມາຈາກການໄປເຂົ້າຮ່ວມງານໂອດັອບ, ຝຶກອົບຮົມຢູ່ປະເທດໄທ ແລະ ດ້ວຍໃຈມັກ-ຮັກ ຈາກນັ້ນໄດ້ມາສິດສອນ ທັງປະດິດ-ຄິດຄົ້ນໄປນໍາຕົວຈິງ. ທ່ານ ນາງ ສຸດຖະໜອມ ວິສີສົມບັດ ກ່າວຕື່ມວ່າ: ການຜະລິດດອກໄມ້ປະດິດ ມັນກໍບໍ່ຕ່າງຈາກການຈົກລາຍແບບຂອງການຕໍ່າສິ້ນ, ຖ້າເຮົາຮູ້ລາຍໃດໜຶ່ງແລ້ວ ລາຍອື່ນໆ ກໍຈະຄ້າຍໆກັນ, ການທີ່ໄດ້ນໍາເອົາບົດຮຽນມາເຜີຍແຜ່ສົ່ງຄວາມຮູ້ ໃຫ້ກັບປະຊາຊົນ ຈໍານວນ 6ຄອບຄົວ, ຢູ່ບ້ານໜອງບຶກ, ບ້ານໜອງບົວທອງ ແລະ ບ້ານຕານມີໄຊ ເປັນຜູ້ຜະລິດແມ່ນຄວາມພູມໃຈຫຼາຍ ໂດຍຕົນເອງຈະເປັນຜູ້ອອກແບບໃຫ້. ນັບແຕ່ເລີ່ມດໍາເນີນວຽກງານດັ່ງກ່າວ ມາຮອດປັດຈຸບັນ ມີຫຼາຍກວ່າ 50 ຊະນິດ, ເລີ່ມຕົ້ນແມ່ນ: ເຂັມຂັດເສື້ອ-ປິ່ນປັກຜົມ ລາຄາ 25 ພັນກີບ, ຕົ້ນເຂົ້າ ລາຄາ 7 ລ້ານກວ່າກີບ, ໝາກເບັງ ປະດັບດ້ວຍຈໍາປາ - ໝາກເບັງປະດັບດ້ວຍດອກດາວເຮືອງ ຂາຍໃນລາຄາປະມານ 3 ລ້ານກີບ, ລາຄາສູງກວ່າໝູ່ແມ່ນປະເພດໝາກເບັງ-ພາຂວັນ ມີຄວາມສູງ 1,50 ແມັດ ທີ່ໃຊ້ດອກໄມ້ຈຳນວນຫຼາຍ ແຕ່ຜະລິດຕະພັນແມ່ນໄດ້ຂາຍດີ. ຄຽງຄູ່ກັບການຜະລິດອອກຈໍາໜ່າຍແລ້ວ ຍັງຮັບສິດສອນ ແລະ ຈໍາໜ່າຍອຸປະກອນຕື່ມອີກ, ແຮງງານຜະລິດພຽງ 4-5 ຄົນ, ຜະລິດຕະພັນດອກບົວບູຊາ ແມ່ນຂາຍໄດ້ຕະຫຼອດ ເພາະວ່າສັງຄົມນິຍົມຊົມຊື້ຫຼາຍ, ເດືອນໜຶ່ງໆ ລາຍຮັບປະມານ 30 ລ້ານກີບ. ນອກຈາກຜະລິດໃຫ້ລູກຄ້າພາຍໃນແລ້ວຍັງມີການສັ່ງຈ່ອງຂອງລູກຄ້າຕ່າງປະເທດ ເປັນຕົ້ນ ປະເທດຍີ່ປຸ່ນ ແລະ ປະເທດຝຣັ່ງ, ການເຂົ້າຮ່ວມງານແຕ່ລະຄັ້ງ ແມ່ນໄດ້ມີການຕອບ-ຮັບເປັນຢ່າງດີ ແລະ ຄັ້ງນີ້ກໍເຊັ່ນກັນ.

ໃນແຜນຕໍ່ໜ້າ ຈະຕັ້ງໃຈໃນການຜະລິດ ເພື່ອຕອບສະໜອງຕໍ່ຜູ້ຊົມໃຊ້, ຈະເຮັດພາຂວັນ-ໝາກເບັງທີ່ມີຄວາມສູງ, ທ່ານໃດຫາກມີຄວາມສົນໃຈງານດອກໄມ້ ແລະ ຕົ້ນໄມ້ງາມທີ່ຜະລິດຈາກວັດຖຸດິບ ໄປໄວ້ຕົບແຕ່ງ-ໂຊ, ຫາຊື້ໄດ້ທີ່ສູນການຄ້າວຽງຈັນເຊັນເຕີຊັ້ນ1 ຂາຍປະຈໍາໃນທຸກວັນ. ໂທ: 020 54632666 ໃນໂມງລັດຖະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ