ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ
ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.

 

ເດອນ 9 ປະເພນບນຫເຂາປະດບດນຂອງຊາວພດ - image 1
 

 

ພະອາຈານ ສິງໄຊ ທຳມະວົງ (ອະຣິຍະໂພທິ) ຄະນະກຳມາທິການ ການຕ່າງປະເທດສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ທັງເປັນເຈົ້າອະທິການວັດບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 22 ສິງຫານີ້ ກ່ຽວກັບບຸນຫໍ່ເຂົ້າປະດັບດິນວ່າ: ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດ ທີ່ເຄີຍສືບທອດປະຕິບັດກັນມານັບແຕ່ອະດີດຈົນເຖິງປັດຈຸບັນ. ໃນນັ້ນ, ໃນມື້ແຮມ 13 ຄໍ່າເດືອນ 9 ກ່ອນຈະຮອດມື້ຫໍ່ເຂົ້າປະດັບດິນ, ຊາວບ້ານຈະກະກຽມນຳເຄື່ອງຂອງຫວານຂອງຄາວໄປຖວາຍເປັນຕົ້ນ: ຫໍ່ເຂົ້າໜົມ, ປາ, ຊີ້ນແຫ້ງ, ເຜືອກມັນ, ນໍ້າອ້ອຍ, ນໍ້າຕານ, ແປ້ງນົວ, ເກືອ, ໝາກເຜັດ ແລະ ອື່ນໆ ພ້ອມຄໍາໝາກ, ຄໍາພູ, ຢາສູບທີ່ຫໍ່ດ້ວຍໃບຕອງ ຫຼື ເຈ້ຍ ກໍໄດ້. ສາມາດແຍກຫໍ່ອາຫານຫວານ, ຄາວ, ຄຳໝາກ, ຄໍາພູ, ຢາສູບ ເປັນແຕ່ລະຫໍ່ບໍ່ໃຫ້ປົນກັນ ຫຼື ເອົາແນວລະໜ້ອຍຄົບເຍື່ອງໃນຫໍ່ດຽວກັນກໍໄດ້. ພ້ອມນັ້ນ, ຜູ້ເຖົ້າຜູ້ແກ່ຍັງເຄີຍເວົ້າກັນວ່າ: ປາງບຸນໃຫຍ່ຂອງຊາວພຸດລາວມີ 2 ປາງບຸນຄື: ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຫໍ່ເຂົ້າສາກ (ເຂົ້າສະຫຼາກ) ເພາະເປັນມື້ທີ່ເຊື່ອກັນວ່າ: ປະຕູນະລົກຈະເປີດອອກໃຫ້ພວກຜີໄດ້ອອກມາຮັບເຂົ້າປາອາຫານ, ເຂົ້າຕົ້ມ-ເຂົ້າໜົມທີ່ຍາດຕິພີ່ນ້ອງເອົາມາຢາຍໃຫ້. ພໍຮອດຕອນເຊົ້າມືດເວລາປະມານ 3-5 ໂມງຂອງມື້ແຮມ 14 ຄໍ່າເດືອນ 9 ຊາວບ້ານກໍຈະນໍາເອົາຫໍ່ເຂົ້າເຫຼົ່ານັ້ນໄປຢາຍໄວ້ກ້ອງຕົ້ນໄມ້, ຫ້ອຍຕາມງ່າໄມ້, ຕາມບໍລິເວນກໍາແພງວັດ, ຕາມພື້ນດິນສີ່ແຈບ້ານ ພ້ອມກັບໄຕ້ທູບທຽນ ແລະ ບອກເລົ່າພວກຜີເຜດ ຫຼື ຍາດຕິພີ່ນ້ອງທີ່ໄດ້ລ່ວງລັບໄປແລ້ວ ໃຫ້ມາຮັບຈັບເອົາສິ່ງຂອງ ແລະ ຜົນບຸນດ້ວຍ. ຈາກນັ້ນກໍກັບເມື່ອເຮືອນໃຜເຮືອນລາວ ເພື່ອກຽມໜຶ້ງເຂົ້າ ແລະ ອາຫານຄາວຫວານອີກຊຸດໜຶ່ງໄປຕັກບາດ ຖວາຍສັງກະທານແດ່ພະສົງສາມະເນນຢູ່ວັດວາອາຮາມຕ່າງໆໃນຕອນເຊົ້າແຕ່ 7 ໂມງເຊົ້າເປັນຕົ້ນໄປ.

ເດອນ 9 ປະເພນບນຫເຂາປະດບດນຂອງຊາວພດ - image 2
 

ພະອາຈານ ສິງໄຊ ທຳມະວົງ ກ່າວຕື່ມວ່າ: ໃນທາງພຸດທະສາສະນາ, ພະພຸດທະເຈົ້າຕັດວ່າ: ໄຮ້ປະໂຫຍດທີ່ຈະເອົາເຂົ້າເອົາເຄື່ອງໄປເຮັດແນວນີ້ເພາະເປັນການຖິ້ມເຄື່ອງຢູ່ຂອງກິນອັນດີທີ່ຫາມາດ້ວຍຄວາມລຳບາກ, ແຕ່ເຖິງຢ່າງໃດກໍດີຍັງພໍມີປະໂຫຍດຄື: ໄດ້ໃຫ້ເຫຼົ່າສັດທັງຫຼາຍໄດ້ກິນເປັນຫານ ແລະ ເປັນຝຸ່ນໃຫ້ກັບຕົ້ນໄມ້ ແລະ ອື່ນໆ. ດັ່ງນັ້ນ, ພະພຸດທະອົງຈຶ່ງບໍ່ຊົງຫ້າມແຕ່ກໍຍັງຊົງແນະນຳຕື່ມອີກວ່າ: ໃຫ້ຊາວພຸດທັງຫຼາຍພາກັນເຂົ້າວັດທຳບຸນຕັກບາດຖວາຍທານແດ່ພະສົງ ຜູ້ມີສິນສົມບູນແລ້ວຜົນບຸນນັ້ນຈະໄປຮອດໄປເຖິງເຫຼົ່າຍາດຕິພີ່ນ້ອງທີ່ລ່ວງລັບດັບຂັນໄປ ຫຼື ເຫຼົ່າຜີເຜດທັງຫຼາຍແລ້ວເຂົາທັງຫຼາຍເຫຼົ່ານັ້ນກໍຈະໄດ້ຮັບຜົນແຫ່ງຄວາມສຸກ, ພົ້ນຈາກອັດຕະພາບແຫ່ງຄວາມທຸກໄດ້ຢ່າງແທ້ຈິງ ແລະ ເຂົາກໍຈະອຳນວຍພອນໃຫ້ກັບຍາດຕິພີ່ນ້ອງ, ລູກເຕົ້າ, ຫຼານເຫຼນໃຫ້ມີຄວາມສຸກດັ່ງກັບທີ່ເຂົາເຮັດບຸນທຳທານໃຫ້ຜູ້ຂ້າດ້ວຍເທີ້ນ.ສະນັ້ນ, ບຸນຫໍ່ເຂົ້າປະດັບດິນຈຶ່ງເປັນໜຶ່ງຮີດຄອງປະເພນີ, ເປັນຄວາມເຊື່ອຖືຂອງຊາວພຸດທີ່ຕ້ອງໄດ້ປະຕິບັດບໍ່ໄດ້ຂາດເມື່ອຮອດເດືອນ 9 ຂອງທຸກໆປີ, ເມື່ອໄດ້ປະຕິບັດແລ້ວເຊື່ອວ່າບຸນກຸສົນດັ່ງກ່າວຈະໄປຮອດໄປເຖິງຜູ້ທີ່ລ່ວງລັບໄປແລ້ວນັ້ນ ແລ້ວຜົນບຸນດັ່ງກ່າວຈະນໍາແຕ່ຄວາມຢູ່ເຢັນເປັນສຸກມາໃຫ້ແກ່ຕົນເອງ, ຄອບຄົວ ແລະ ອື່ນໆ. ພະອາຈານຍັງໄດ້ເຊີນຊາວພຸດສາສະນິກະຊົນທັງຫຼາຍມາຮ່ວມທໍາບຸນໃສ່ບາດໃນມື້ບຸນຫໍ່ເຂົ້າປະດັບດິນເພື່ອອຸທິດສ່ວນບຸນກຸສົນໄປໃຫ້ຜູ້ທີ່ລ່ວງລັບໄປແລ້ວຕາມປະເພນີທີ່ເຄີຍປະຕິບັດກັນມາ.

ເດອນ 9 ປະເພນບນຫເຂາປະດບດນຂອງຊາວພດ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີພາກສ່ວນກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໜຶ່ງໃນອາຫານພື້ນເມືອງຂອງລາວທີ່ເປັນເອກະລັກຂອງງານບຸນທີ່ຂາດບໍ່ໄດ້ແມ່ນເຂົ້າຫຼາມ-ປີ້ງໄກ່ໄດ້ກາຍເປັນວັດທະນະທຳອັນດີງາມຂອງຊາດລາວ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນລາວເປັນຢ່າງດີ.
ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ພໍຮອດເດືອນ 11 ຂອງທຸກໆປີ ແມ່ນງານບຸນພະທາດຫຼວງວຽງຈັນ ຊຶ່ງເປັນໜຶ່ງປາງບຸນໃຫຍ່ລະດັບຊາດຂອງລາວເຮົາ ທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດມາແຕ່ບູຮານນະການຈົນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບວັນທີ 1-5 ພະຈິກ 2025 ເປັນເວລາ 5 ວັນ.
ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ, ວາງສະແດງຮູບພາບ ແລະ ວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ພະຈິກ 2025 ທີ່ເດີນພະທາດຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ບັນດາທ່ານທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ແຂກຖືກເຊີນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.
ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.
ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ໃນວັນທີ 29 ຕຸລາຜ່ານມາຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງ ຄັ້ງທີ VIII ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ທະນົງສັກ ພົມມະທັດ ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ.
ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 29 ຕຸລາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງການໆເງິນເມືອງສີງ ແຂວງຫຼວງນໍ້າທາ ໄດ້ປິດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດ ແລະ ນັກກວດກາ ຢູ່ພາຍໃນເມືອງສີງ ເພື່ອກະກຽມໃສ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີV2025 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍໍາກ້ຽງ ແກ້ວປະເສີດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ.
ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພື່ອເປັນການເສີມຂະຫຍາຍ ວຽກງານຄວາມປອດໄພທາງຫຼວງ ແລະ ຫຼຸດຜ່ອນອັດຕາການເກີດອຸບັດເຫດ, ທີມງານໂຄງການຄວາມປອດໄພທາງຫຼວງ, ຂະແໜງຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ສົມທົບກັບ ພະແນກຈະລາຈອນແຂວງອຸດົມໄຊ ໄດ້ສືບຕໍ່ລົງໂຄສະນາ ປູກຈິດສໍານຶກ ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ຢູ່ໂຮງຮຽນ ມສ ຫົວນ້ຳງາ (ບ້ານຫຼັກ 32) ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 30 ຕຸລາ ນີ້, ນຳພາທີມງານໂດຍ ທ່ານ ຄຳເພົ້າ ອິນແກ້ວມະນີ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ.
ເພີ່ມເຕີມ