ເດືອນມີນານີ້ ກວດພົບກໍລະນີສົງໄສເປັນພະຍາດໄຂ້ເລືອດດໍາແລ້ວ 65 ກໍລະນີ

ເດືອນມີນານີ້ ກວດພົບກໍລະນີສົງໄສເປັນພະຍາດໄຂ້ເລືອດດໍາແລ້ວ 65 ກໍລະນີ
ໃນເດືອນມີນານີ້, ກວດພົບກໍລະນີສົງໄສເປັນພະຍາດໄຂ້ເລືອດດໍາຢູ່ລາວ ຈໍານວນ 65 ກໍລະນີ ໃນນີ້ຢູ່ແຂວງຈໍາປາສັກມີ 54 ກໍລະນີ ຄື: ເມືອງຈໍາປາສັກ 52 ກໍລະນີ, ເມືອງສຸຂຸມາ 2 ກໍລະນີ ແລະ 2 ບ້ານຂອງເມືອງຄົງເຊໂດນ ແຂວງສາລະວັນ ຈໍານວນ 11 ກໍລະນີ.
ທ່ານ ລັດຕະນະໄຊ ເພັດສຸວັນຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ(ວສລ)ວ່າ: ກໍລະນີສົງໄສພະຍາດໄຂ້ເລືອດດໍາທັງໝົດໄດ້ຮັບການປິ່ນປົວຕາມຫຼັກວິຊາການຂອງແພດໝໍ ແລະ ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ແລະ ລາຍງານປະຈໍາວັນ ຜູ້ທີ່ສໍາຜັດໃກ້ຊິດກັບກໍລະນີສົງໄສຈົນຄົບ 14 ວັນ, ພ້ອມທັງສືບຕໍ່ເຝົ້າລະວັງ ແລະຊອກຄົ້ນຫາກໍລະນີສົງໄສໃໝ່ໃນບ້ານທີ່ພົບກໍລະນີ ແລະບ້ານໃກ້ຄຽງທີ່ມີຄວາມສ່ຽງ, ຄຽງຄູ່ກັບການໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ເລືອດດໍາແກ່ປະຊາຊົນໃນບ້ານທີ່ມີລາຍງານກໍລະນີສົງໄສ ລວມທັງບ້ານທີ່ມີການກິນງົວຕາຍ ແລະບ້ານທີ່ຢູ່ໃກ້ຄຽງ ເພື່ອບໍ່ໃຫ້ປະຊາຊົນນໍາເອົາງົວທີ່ຕາຍຍ້ອນພະຍາດມາກິນອີກ, ເກັບຕົວຢ່າງຕາມຕຸ່ມທີ່ຢູ່ຜິວໜັງຂອງຄົນທຸກກໍລະນີສົງໄສເພື່ອສົ່ງກວດຢູ່ສູນວິເຄາະ ແລະລະບາດວິທະຍາ, ຖ້າພົບເຫັນສັດເຈັບປ່ວຍ ແລະ ເສຍຊີວິດພາຍໃນບ້ານໃຫ້ແຈ້ງເຖິງພາກສ່ວນກະສິກຳ-ປ່າໄມ້ ເພື່ອມາສອບສວນ ແລະ ປະຕິບັດມາດຕະການ ຢ່າງທັນການ ແລະມາດຕະການອື່ນໆ.
    ໃນປີ 2009 ລາວເຄີຍເກີດການລະບາດພະຍາດໄຂ້ເລືອດດໍາຢູ່ 3 ບ້ານຂອງເມືອງສາລະວັນຄື: ບ້ານແບ່ງອຸດົມ, ບ້ານຄຽງໂຄ້ງ, ບ້ານນາໄຊ ແລະ ປີ 2010 ເກີດມີຢູ່ 3 ບ້ານຄື: ບ້ານທ່າເມືອງເກົ່າ, ບ້ານທ່າເມືອງເຊ ແລະ ບ້ານນາດອນຂວາງ ມີກໍລະນີສົງໄສຈໍານວນ 18 ກໍລະນີ ແຕ່ບໍ່ມີກໍລະນີເສຍຊີວິດ. ປີ 2011 ມີການລະບາດພະຍາດໄຂ້ເລືອດດໍາ ຢູ່ບ້ານນາຂ້ອຍສາວ ເມືອງສາລະວັນ, ມີຈໍານວນທັງໝົດ 12 ກໍລະນີ ແລະ ເສຍຊີວິດ 1 ກໍລະນີ. ໃນເດືອນມີນາ ປີ 2022 ມີລາຍງານກໍລະນີສົງໄສພະຍາດໄຂ້ເລືອດດໍາທີ່ເມືອງຄົງເຊໂດນ 1 ກໍລະນີ ແຕ່ບໍ່ເສຍຊີວິດ ແລະໃນປີ 2023 ຜ່ານມາ ມີລາຍງານກໍລະນີສົງໄສພະຍາດໄຂ້ເລືອດດໍາຢູ່ບ້ານຂຸມຄໍາ ເມືອງຄົງເຊໂດນຈໍານວນ 4 ກໍລະນີ ສ່ວນເດືອນມັງກອນ ປີ 2024 ນີ້ ມີລາຍງານກໍລະນີສົງໄສພະຍາດໄຂ້ເລືອດດໍາ ທີ່ບ້ານພູດາວແຈ້ງເມືອ ລະຄອນເພັງ ຈໍານວນ 16 ກໍລະນີ.
       ໄຂ້ເລືອດດໍາ ແມ່ນພະຍາດຕິດຕໍ່ທີ່ຮ້າຍແຮງຊຶ່ງເກີດຈາກເຊື້ອຈຸລິນຊີທີ່ສ້າງສະປໍທີ່ເອີ້ນວ່າ:bacillus anthracis, ເປັນພະຍາດທີ່ເກີດຂຶ້ນຕາມທໍາມະຊາດຢູ່ໃນດິນໃນພື້ນທີ່ສ່ວນໃຫຍ່ຂອງໂລກ, ແລະໂດຍທົ່ວໄປແລ້ວຜົນກະທົບຕໍ່ສັດຄ້ຽວເອື້ອງ ທັງສັດລ້ຽງ ແລະສັດປ່າເຊັ່ນ: ຄວາຍ, ງົວແລະແບ້ ສາມາດແຜ່ຈາກສັດສູ່ຄົນໄດ້ ແຕ່ປົກກະຕິແລ້ວບໍ່ແຜ່ຈາກຄົນສູ່ຄົນ. ເຊື້ອຈຸລິນຊີດັ່ງກ່າວຜະລິດສານພິດທີ່ລິດຮຸນແຮງເຮັດໃຫ້ເກີດພະຍາດຮ້າຍແຮງ ແລະ ເສຍຊີວິດໃນທັງຄົນແລະສັດ.ພະຍາດໄຂ້ເລືອດດໍາໃນທັງຄົນ ແລະ ສັດສາມາດປິ່ນປົວດ້ວຍຢາຕ້ານເຊື້ອທີ່ສັ່ງຈ່າຍຢາໂດຍແພດໝໍແລະສັດຕະວະແພດ, ຖ້າຜູ້ທີ່ຕິດເຊື້ອພະຍາດໄຂ້ເລືອດດໍາ ໄດ້ຮັບການປິ່ນປົວທາງການແພດຢ່າງໄວວາ, ຄວາມສ່ຽງຕໍ່ການເສຍຊີວິດແມ່ນໜ້ອຍຫຼາຍ. ສ່ວນວິທີທີ່ດີທີ່ສຸດໃນການປ້ອງກັນພະຍາດໄຂ້ເລືອດດໍາໃນຄົນແມ່ນການຊອກຫາກໍລະນີທີ່ເຈັບປ່ວຍໃນສັດລ້ຽງຢ່າງໄວວາ ແລະ ການປະຕິບັດມາດຕະການຄວບຄຸມເພື່ອຢຸດຕິການແຜ່ລະບາດຂອງພະຍາດ.
ຂ່າວ-ພາບ: ວສລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ