![]() |
ໃນໂອກາດດັ່ງກ່າວ, ພະນະທ່ານ Edgars Rinkevics ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນທະວີ ວິລະວົງ ໃນການມາຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ປະຈຳສາທາລະນະລັດ ລັດເວຍ ແລະ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນດ້ວຍຜົນສຳເລັດອັນຈົບງາມ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດລາວ-ລັດເວຍ ໃຫ້ຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງພ້ອມທັງໄດ້ຕີລາຄາສາຍພົວພັນຂອງສອງປະເທດທີ່ຢູ່ໃນລະດັບດີໃນໄລຍະຜ່ານມາ ແລະ ເຫັນຄວນໃຫ້ສືບຕໍ່ຮັກສາ ແລະ ພັດທະນາໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.
ທ່ານ ບຸນທະວີ ວິລະວົງ ໄດ້ແຈ້ງສະພາບການພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ໃຫ້ທ່ານປະທານາທິບໍດີຮັບຊາບ ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ Edgars Rinkevics, ພ້ອມດຽວກັນນັ້ນ, ພະນະທ່ານປະທານາທິບໍດີ, ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ອວຍ ພອນໄຊອັນປະເສີດມາຍັງທ່ານປະທານປະເທດ ແຫ່ງ ສປປ ລາວ ເຮົາເຊັ່ນດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ສະແດງຄວາມຂອບ ໃຈຕໍ່ລັດຖະບານ ລັດເວຍທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮັກສາການພົວພັນທີ່ດີຕໍ່ ສປປ ລາວ ໃນໄລຍະຜ່ານມາ.
ສປປ ລາວ ແລະ ສາທາລະນະລັດລັດເວຍ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 24 ເມສາ 1995, ຊຶ່ງໃນປີ 2025 ທີ່ຜ່ານມາ, ສອງປະເທດໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 30 ໃນການສ້າງຕັ້ງສາຍພົວພັນທາງການທູດນຳກັນ ແລະ ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕໍາແໜ່ງຝ່າຍລັດເວຍ. ເວົ້າລວມແລ້ວ, ສອງປະເທດໄດ້ມີການພົວພັນກັນໃນລະດັບປົກກະຕິ: ມີການສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບອົງການສະຫະປະຊາຊາດ, ມີການແລກປ່ຽນສານຊົມເຊີຍນໍາກັນໃນໂອກາດ ແລະ ວັນສໍາຄັນຕ່າງໆຂອງທັງຝ່າຍ ໂດຍສະເພາະແມ່ນວັນຊາດ ແລະ ຄົບຮອບວັນສ້າງຕັ້ງສາຍພົວພັນການທູດ.
ໃນໂອກາດການເດີນທາງໄປຄັ້ງນີ້, ທ່ານເອກອັກຄະລັດຖະທູດພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍກັບບັນດາກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ພົບປະກັບທ່ານຮອງປະທານລັດຖະສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກົມທີ່ກ່ຽວຂ້ອງຂອງລັດເວຍ ເພື່ອປຶກສາຫາລືການພົວພັນສອງຝ່າຍ ລາວ-ລັດເວຍ ແລະ ເພີ່ມທະວີການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນຕໍ່ໜ້ານໍາອີກດ້ວຍ.
(ຂ່າວ: ກຕທ)

ຄໍາເຫັນ