ທ່ານ ແດນ ຈໍເກນເຊນ ກໍາມາທິການພະລັງງານຂອງ EU ກ່າວໃນກອງປະຊຸມທີ່ນະຄອນຫຼວງບຣຸກແຊນ ປະເທດແບນຊິກ ຫວ່າງບໍ່ດົນມານີ້ວ່າ: ທ່ານກຽມຈະສະເໜີມາດຕະການເພື່ອຍົກລະດັບປະສິດທິພາບພະລັງງານໃນສູນຂໍ້ມູນຂອງພາກພື້ນ, ເຖິງແມ່ນວ່າບໍ່ມີການເປີດເຜີຍລາຍລະອຽດຂອງມາດຕະການດັ່ງກ່າວ.
ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງຄວາມພະຍາຍາມຂອງ EU ໃນການຄວບຄຸມການຊົມໃຊ້ພະລັງງານຂອງຂະແໜງເຕັກໂນໂລຊີທີ່ເຕີບໂຕໄວ ແລະ ແກ້ໄຂສິ່ງທ້າທາຍດ້ານພະລັງງານໃນໄລຍະຍາວ.
ເວັບໄຊ techinasia.com ລາຍງານວ່າ: NVIDIA ບໍລິສັດຜະລິດຊິບ AIລາຍໃຫຍ່ຂອງ ສະຫະລັດ ອາເມຣິກາ ໄດ້ຮ່ວມມືກັບຫຼາຍປະເທດໃນເອີຣົບ, ລວມທັງຝຣັ່ງ, ອີຕາລີ, ແອັດສະປາຍ (ສະເປນ)ແລະອັງກິດ, ເພື່ອພັດທະນາໂຄງສ້າງພື້ນຖານຂອງ AI ໂດຍໃຊ້ເຕັກໂນໂລຊີBlackwell ຂອງ NVIDIA.
ທັງນີ້, ການຮ່ວມມືດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມອະທິປະໄຕທາງດີຈີຕອນແລະສະໜັບສະໜູນການພັດທະນານະວັດຕະກໍາ AI ໃນທົ່ວເອີຣົບ.
ຄໍາເຫັນ