ແຄມທະເລເມດິເຕີເຣນຽນ ໃນເນື້ອທີ່ 400.000 ກິໂລຕາແມັດ ແລະ ມີການລົງທຶນ ປະມານ 1,2 ຕື້ປອນເອຢິບ (ສະກຸນເງິນເອຢິບ).
ບົດລາຍງານລະບຸວ່າ: ໂຄງການໄລຍະທຳອິດ ປະກອບດ້ວຍການກໍ່ສ້າງໂຮງງານຫຼັກ 3 ແຫ່ງ ແລະ ສິ່ງອຳນວຍຄວາມສະດວກເພີ່ມເຕີມ, ໂດຍການຜະລິດຈະເລີ່ມໃນໄລຍະໄຕມາດທີ 2 (ເມສາ-ມິຖຸນາ) ຂອງປີ 2025 ແລະ ຈະໃຊ້ສ່ວນປະກອບສ່ວນໃຫຍ່ 60-70% ຈາກພາຍໃນປະເທດ.
ໂຄງການອຸດສາຫະກຳສີຂຽວນີ້ ຄາດວ່າຈະສາມາດສ້າງວຽກເຮັດງານທໍາ 2.000 ອັດຕາ ໂດຍລັດຖະບານເອຢິບ ຕັ້ງເປົ້າໝາຍນໍາໃຊ້ໂຄງການດັ່ງກ່າວເປັນຕົ້ນແບບໃນການດຶງດູດການລົງທຶນຈາກຕ່າງປະເທດໃນອຸດສາຫະກໍາທີ່ກ່ຽວຂ້ອງກັບການຜະລິດອຸປະກອນໂລຫະ ແລະ ເພື່ອເດີນໜ້າພັດທະນາເຕັກໂນໂລຊີພາຍໃນປະເທດເອຢິບ.
ຄໍາເຫັນ