![]() |
ໃນປີ 2025 ນີ້, ບໍລິສັດໄດ້ໃຫ້ການສະໜັບສະໜູນງົບປະມານລວມທັງໝົດ ຈໍານວນ 80,000,000 ກີບ, ປະກອບມີຄື: ງົບປະມານການຈັດງານ 25,000,000 ກີບ ແລະ ງົບປະມານສະໜັບສະໜູນເສື້ອສີພາຍ ໃຫ້ແກ່ 10 ບ້ານ ລວມມູນຄ່າ 55,000,000 ກີບ, ເພື່ອເປັນຂວັນກໍາລັງໃຈໃຫ້ແກ່ຊຸມຊົນ.
ພິທີເປີດງານໄດ້ຈັດຂຶ້ນ ໃນວັນທີ 14 ພະຈິກ 2025, ໂດຍໄດ້ຮັບກຽດຈາກ ທ່ານ ທອງພັນ ສຸກສະຫວັດ ເລຂາພັກເມືອງເງິນ ເປັນປະທານໃນພິທີ, ພ້ອມດ້ວຍແຂກຜູ້ມີກຽດຈາກ ແຂວງໄຊຍະບູລີ, ໜ່ວຍງານລັດ, ພາກເອກະຊົນ ແລະ ປະຊາຊົນຈາກເມືອງໃກ້ຄຽງເຂົ້າຮ່ວມຊົມຢ່າງຫຼວງຫຼາຍ
ພາຍໃນງານ, ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມຄະນະຜູ້ບໍລິຫານ ແລະ ພະນັກງານ ໄດ້ເຂົ້າຮ່ວມໃນພິທີເປີດ ເພື່ອຮ່ວມເຊຍ ແລະ ໃຫ້ກໍາລັງໃຈ ທ່າມກາງບັນຍາກາດທີ່ມ່ວນຊື່ນເຕັມໄປດ້ວຍຄວາມສຸກ ແລະ ຮອຍຍີ້ມ
![]() |
ການສະໜັບສະໜູນຂອງ ໄຟຟ້າຫົງສາ ໃນຄັ້ງນີ້, ບໍ່ພຽງແຕ່ເປັນການຮ່ວມອະນຸລັກຂະນົບທໍານຽມອັນມີຄຸນຄ່າຂອງ ເມືອງເງິນ ໃຫ້ຄົງຢູ່ສືບໄປ ແຕ່ຍັງເປັນການຫຼໍ່ຫຼອມ “ພະລັງຊັດທາແຫ່ງຊຸມຊົນ” ໃຫ້ກ້າວໄປພ້ອມກັບການພັດທະນາຢ່າງໝັ້ນຄົງ.ຂ່າວ:ໄຟຟ້າຫົງສາ


ຄໍາເຫັນ