ແຂວງໄຊຍະບູລີ ປະຈໍາປີ 2024 ທີ່ ທ່າຊ່ວງເຮືອ ບ້ານປົ່ງ ເມືອງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ; ພາຍໃນງານມີ ຄະນະການນໍາແຂວງ, ການນໍາເມືອງ, ເຈົ້າໜ້າທີ່ພາກລັດ, ເອກະຊົນ, ພະນັກງານໂຄງການໄຟຟ້າຫົງສາ ແລະ ປະຊາຊົນ ທັງພາຍໃນ ແຂວງໄຊຍະບູລີ ແລະ ຕ່າງແຂວງ ເຂົ້າຮ່ວມງານຢ່າງຫຼວງຫຼາຍ.
ສໍາລັບ ປະເພນີບຸນຊ່ວງເຮືອ ແຂວງໄຊຍະບູລີ ຈັດຂຶ້ນເປັນປະຈໍາທຸກປີ ໂດຍໃນປີ 2024 ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ໃຫ້ການສະໜັບສະໜູນງົບປະມານໃນການຈັດງານ ຈໍານວນ 50 ລ້ານກີບ.
ຈຸດປະສົງ ເພື່ອຮ່ວມເສີມສ້າງຄວາມສາມັກຄີ ແລະ ເປັນການຮ່ວມອະນຸລັກວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງລາວໃຫ້ຄົງຢູ່ສືບຕໍ່ໄປ.
ຂ່າວ: ໄຟຟ້າຫົງສາ
ຄໍາເຫັນ