![]() |
ກິດຈະກໍານີ້, ຖືເປັນປະເພນີທີ່ ໄຟຟ້າຫົງສາ ໃຫ້ຄວາມສໍາຄັນມາໂດຍຕະຫຼອດ ດໍາເນີນຕໍ່ເນື່ອງມາຕັ້ງແຕ່ປີ 2012 ເຖິງປັດຈຸບັນ ສະແດງເຖິງຄວາມຕັ້ງໃຈຂອງບໍລິສັດ ໃນການເປັນສ່ວນໜຶ່ງຂອງຊຸມຊົນ, ຮ່ວມສົ່ງເສີມວັດທະນະທໍາ ແລະ ສາສະໜາ ໃຫ້ຍືນຍົງ; ວັດທີ່ທາງບໍລິສັດໄດ້ໄປຖວາຍໄດ້ແກ່: ວັດບ້ານນໍາແກ່ນຄໍາ, ວັດບ້ານຈໍາປາ, ວັດບ້ານວຽງແກ້ວ, ວັດບ້ານນາປຸ່ງ, ວັດດອນໄຊ, ວັດບ້ານແທ່ນຄໍາ, ວັດບ້ານໂພນສູງ, ວັດບ້ານສີມຸງຄຸນ, ວັດບ້ານຈອມແຈ້ງ, ວັດບ້ານໂພນຈັນ, ວັດບ້ານນາສ້ານ, ວັດບ້ານໂພນໄຊ, ວັດບ້ານຫານ, ວັດບ້ານສີບຸນເຮືອງ ແລະ ວັດທົ່ງ.
![]() |
ນອກຈາກຖວາຍທຽນພັນສາ ແລະ ຜ້າອາບນໍ້າຝົນ ຊຶ່ງເປັນຂອງຈໍາເປັນຕໍ່ກິດຂອງສົງ ໃນໄລຍະເຂົ້າພັນສາແລ້ວ, ປີນີ້ ບໍລິສັດຍັງໄດ້ຖວາຍພັດລົມວັດລະ 1 ໜ່ວຍ ເພື່ອສະໜັບສະໜູນສະພາບແວດລ້ອມ ທີ່ເໝາະສົມສໍາລັບການປະຕິບັດທໍາ ແລະ ຈໍາວັດຂອງພະ. ກິດຈະກໍານີ້, ບໍ່ພຽງແຕ່ສະທ້ອນເຖິງຄວາມຊັດທາໃນພະພຸດທະສາສະໜາແຕ່ຍັງເປັນອີກໜຶ່ງແຮງຂັບເຂື່ອນຂອງການສ້າງຄວາມສໍາພັນທີ່ແໜ້ນແຟ້ນ ລະຫວ່າງບໍລິສັດກັບຊຸມຊົນອ້ອມຂ້າງຢອດໝັ້ນໃນແນວທາງ “ໄຟຟ້າຫົງສາ ຄຽງຂ້າງຊຸມຊົນ” ຢ່າງແທ້ຈິງ.
(ຂ່າວ: ໄຟຟ້າຫົງສາ)
ຄໍາເຫັນ