![]() |
ກອງທຶນດັ່ງກ່າວ, ຈັດຂຶ້ນເພື່ອສົ່ງເສີມຄວາມປອດໄພ ແລະ ຄວາມໝັ້ນຄົງຂອງລະບົບສາຍສົ່ງໄຟຟ້າ ເຊິ່ງເປັນໂຄງສ້າງພື້ນຖານດ້ານພະລັງງານທີ່ສໍາຄັນ ໂດຍສະໜັບສະໜູນການເບິ່ງແຍງພື້ນທີ່ແລວສາຍສົ່ງໃຫ້ມີຄວາມປອດໄພສູງສຸດ ທັງດ້ານການປ້ອງກັນອັກຄີໄພ, ການຮັກສາຄວາມສະອາດ ແລະ ການເບິ່ງແຍງແລວກັນໄຟຕະຫຼອດເສັ້ນທາງສາຍສົ່ງໄຟຟ້າ ໂດຍບໍລິສັດໄດ້ດໍາເນີນການມອບກອງທຶນດັ່ງກ່າວຢ່າງຕໍ່ເນື່ອງປີລະ 2 ງວດ ໃນເດືອນພຶດສະພາ ແລະ ເດືອນພະຈິກ ຂອງທຸກປີ.
![]() |
ນອກຈາກນີ້, ຍັງເປັນການສົ່ງເສີມຄວາມຮ່ວມມືກັບໜ່ວຍງານ ແລະ ຊຸມຊົນໃນພື້ນທີ່ ໃຫ້ຮ່ວມກັນຄໍານຶງເຖິງຄວາມສໍາຄັນຂອງການເບິ່ງແຍງລະບົບສາຍສົ່ງໄຟຟ້າ ເຊິ່ງເປັນໂຄງສ້າງພື້ນຖານດ້ານພະລັງງານທີ່ສໍາຄັນຕໍ່ການພັດທະນາເສດຖະກິດ ແລະ ຄຸນນະພາບຊີວິດຂອງປະຊາຊົນ.
ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຍັງຄົງມຸ່ງໝັ້ນດໍາເນີນທຸລະກິດ ຄວບຄູ່ກັບການເບິ່ງແຍງຄວາມປອດໄພ, ສິ່ງແວດລ້ອມ ແລະ ຄວາມເປັນຢູ່ຂອງຊຸມຊົນ ພາຍໃຕ້ແນວຄິດ “Powering with CARE” ທີ່ໃຫ້ຄວາມສໍາຄັນກັບການເຕີບໃຫຍ່ຢ່າງໝັ້ນຄົງ ແລະ ຍືນຍົງ ຮ່ວມກັບສັງຄົມ.
ຂ່າວ: ຫົງສາ


ຄໍາເຫັນ