ໃນເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາມີຄື: ບ້ານດົງສຳພັນ, ບ້ານທົ່ງຂວາ, ບ້ານປຸງ ແລະ ບ້ານຫຼວງ.
ການລົງພື້ນທີ່ຕົວຈິງເພື່ອມອບເຄື່ອງຊ່ວຍເຫຼືອຄັ້ງນີ້, ນໍາພາໂດຍ ທ່ານ ບຸນແທນ ຈັນສະໄໝ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ), ມີຄະນະຫ້ອງການໄຟຟ້າລາວ, ຄະນະຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ, ຄະນະສາຂາແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ ແລະ ພະແນກປະຊາສຳພັນ-ກິດຈະກຳເພື່ອສັງຄົມ ໄດ້ລົງພື້ນທີ່ ມອບເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນ ແລະ ພະນັກງານ ຟຟລ.
ນອກນັ້ນ, ລັດວິສາຫະກິດໄຟຟ້າລາວ ກໍໄດ້ມອບທຶນສົມທົບບາງສ່ວນ ເພື່ອນໍາໃຊ້ເຂົ້າໃນການປັບປຸງບູລະນະໂຄງສ້າງພື້ນຖານໂຄງລ່າງຂອງແຂວງຫຼວງນໍ້າທາ ໃຫ້ສາມາດກັບຄືນມານໍາໃຊ້ໄດ້ເປັນປົກກະຕິ ໂດຍມີ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ ຂຶ້ນຮັບທຶນສົມທົບດັ່ງກ່າວ.
(ຂ່າວ: ສຸກສະຫວັນ)
ຄໍາເຫັນ