ໄຟຟ້າລາວ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025

ໄຟຟ້າລາວ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025

ໄຟຟ້າລາວ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ຂອງ ລັດວິສາຫະກິດໄຟຟ້າລາວ(ຟຟລ) ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້ ທີ່ ຟຟລ ໃຫ້ກຽດເປັນປະທານໂດຍ ທ່ານ ມະໄລທອງ ກົມມະສິດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.
ໄຟຟາລາວ ສະຫບການຈດຕງປະຕບດວຽກງານ ປະຈາປ 2025 - image 1
 

 

ໃນກອງປະຊຸມ, ທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ຟຟລ ໄດ້ລາຍງານຜົນການດຳເນີນທຸລະກິດຂອງ ຟຟລ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງ ຟຟລ ຊຶ່ງການດຳເນີນວຽກງານແມ່ນຍັງສືບຕໍ່ປະເຊີນກັບສິ່ງທ້າທາຍ ຊຶ່ງກະທົບໂດຍກົງຈາກສະພາບເສດຖະກິດໂລກ ແລະ ພາກພື້ນທີ່ມີຄວາມຜັນແປ ແລະ ຟື້ນຕົວຊ້າເຊັ່ນດຽວກັບສະພາບເສດຖະກິດພາຍໃນປະເທດເຮົາແມ່ນພົບກັບຄວາມຫຍຸ້ງຍາກຢ່າງຫຼີກລ່ຽງບໍ່ໄດ້. ຕໍ່ກັບສະພາບການດັ່ງກ່າວນັ້ນ ແມ່ນເປັນປັດໄຈທີ່ສໍາຄັນຕໍ່ກັບການດຳເນີນທຸລະກິດຂອງ ຟຟລ, ເຮັດໃຫ້ຜົນປະກອບການ ຂອງ ຟຟລ ຍັງມີຄວາມທ້າທາຍ ທຽບກັບແຜນການທີ່ກໍານົດໄວ້. ແຕ່ເຖິງຢ່າງໃດກໍຕາມ ຟຟລ ກໍໄດ້ສຸມໃສ່ວາງຫຼັກການ ແລະ ນະໂຍບາຍການດໍາເນີນທຸລະກິດ ຂອງ ໄຟຟ້າລາວ ໃນໄລຍະ ໃໝ່ ເພື່ອໃຫ້ພະນັກງານທຸກຄົນສາມາດກໍາໄດ້ແນວທາງປະຕິຮູບ ແລະ ໄປໃນທິດທາງດຽວກັນ ໂດຍສະເພາະແມ່ນ ສຸມໃສ່ການປະບັດໜ້າທີ່ວຽກງານຕາມຄໍາຂວັນ 2-4-7 ເປັນເປົ້າໝາຍໃນການດໍາເນີນທຸລະກິດ ຂອງໄຟຟ້າລາວຄື: 2 ໝາຍເຖິງ 2 ໜ້າທີ່ການເມືອງ ຂອງໄຟຟ້າລາວຄື: (1) ໃຫ້ບໍລິການ ແລະ ສະໜອງໄຟຟ້າແກ່ສັງຄົມຢ່າງທົ່ວເຖິງ ແລະ ພຽງພໍ ແລະ (2) ດໍາເນີນທຸລະກິດ ຊື້-ຂາຍໄຟຟ້າ ເພື່ອເປັນຖານລາຍຮັບທີ່ໝັ້ນຄົງໃຫ້ກັບລັດຖະບານ; 4 ໝາຍເຖິງ 4 ເປົ້າໝາຍການປະຕິຮູບຄື: (1) ປະຕິຮູບອົງກອນ, ກົນໄກການບໍລິຫານ ແລະ ບຸກຄະລາກອນ; (2) ປັບໂຄງສ້າງລາຄາຈໍາໜ່າຍໄຟຟ້າໃຫ້ສອດຄ່ອງກັບຕົ້ນທຶນການສະໜອງຕົວຈິງ (ແຕ່ຍັງສືບຕໍ່ຮັກສາການເກື້ອກູນຄົວເຮືອນທີ່ມີລາຍຮັບໜ້ອຍ ແລະ ຫ່າງໄກສອກຫຼີກ), (3) ເຈລະຈາປັບໂຄງສ້າງລາຄາໄຟຟ້າແຫຼ່ງຜະລິດ ແລະ (4) ເຈລະຈາປັບໂຄງສ້າງໜີ້ເງິນກູ້ກັບທະນາຄານ ແລະ ສະຖາບັນການເງິນຕ່າງໆ; 7 ໝາຍເຖິງ 7 ຕົວຊີ້ວັດການດໍາເນີນທຸລະກິດທີ່ມີປະສິດທິພາບຄື: (1) ຄວາມສະຖຽນລະພາບ ຂອງລະບົບໄຟຟ້າ ແລະ ການບໍລິການ, (2) ຫຼຸດຜ່ອນພະລັງງານຕົກເຮ່ຍ, (3) ເກັບເງິນທວງໜີ້, (4) ສ້າງຮາກຖານໃຫ້ເຂັ້ມແຂງ, (5) ສ້າງລາຍຮັບເພີ່ມ, (6) ປະຢັດລາຍຈ່າຍຮ່ວງບໍລິຫານ ແລະ (7) ເຕັກນິກຄວາມປອດໄພໃນການປະຕິບັດວຽກ.

ທ່ານ ອາຄົມເດດ ວົງໄຊ ຍັງໄດ້ກ່າວອີກວ່າ: ວຽກຄຸ້ມຄອງພາກລະບົບສົ່ງ ແລະ ລະບົບຈໍາໜ່າຍໄຟຟ້າລັດວິສາຫະກິດໄຟຟ້າລາວ ຍາມໃດກໍໄດ້ສຸມໃສ່ວຽກງານການປັບປຸງຂະຫຍາຍລະບົບສາຍສົ່ງ-ສະ ຖານີໄຟຟ້າ ແລະ ລະບົບຈຳໜ່າຍໄຟຟ້າ ເພື່ອໃຫ້ສາມາດນໍາສົ່ງພະລັງງານໄຟຟ້າ ຈາກແຫຼ່ງຜະລິດ 107 ແຫ່ງ, ກໍາລັງຕິດຕັ້ງ 4,962.35 MW(ເມກາວັດ) ໃຫ້ໄປເຖິງຜູ້ຊົມໃຊ້ໄຟຟ້າທົ່ວປະເທດ ໃຫ້ພຽງພໍ ແລະ ມີຄວາມສະຖຽນລະພາບ. ມາຮອດປັດຈຸບັນ ທົ່ວປະເທດ ມີສະຖານີໄຟຟ້າແຮງສູງ ທັງໝົດ 86 ແຫ່ງ, ລວມກໍາລັງຕິດຕັ້ງ ທັງໝົດ 9,236 MVA (ເມກາໂວນແອັມແປ), ໃນນັ້ນປະກອບມີ:

- ລະບົບສາຍສົ່ງໄຟຟ້າແຮງສູງ 115 kV ຫາ 500 kV ລວງຍາວທັງໝົດ 11,334 km/ວົງຈອນ.

- ລະບົບຕາຂ່າຍແຮງດັນກາງ 22 kV ຫາ 35 kV ທັງໝົດ 39,599 km/ວົງຈອນ.

- ລະບົບຕາຂ່າຍແຮງດັນຕໍ່າ 0.4 kV ທັງໝົດ 25,978 km/ວົງຈອນ.

- ມີໝໍ້ແປງລະບົບຈໍາໜ່າຍທັງໝົດ 43,149 ໜ່ວຍ, ລວມກໍາລັງຕິດຕັ້ງ 8,611 MVA.

- ມີຈໍານວນໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງ ຂອງ ໄຟຟ້າລາວ ທັງໝົດ 1,835,550 ໜ່ວຍ

ວຽກຫຼຸດຜ່ອນພະລັງງານຕົກເຮ່ຍ ແລະ ໄຟຕົກ-ໄຟມອດ:

- ພະລັງງານຕົກເຮ່ຍ ໝົດລະບົບ ປີ 2025: ປະຕິບັດໄດ້ ເທົ່າກັບ 6.99%. ໃນນັ້ນ, ອັນພົ້ນເດັ່ນ, ພາກລະບົບຈໍາໜ່າຍ ປະຕິບັດໄດ້ 9.20%, ທຽບໃສ່ ປີ 2024 ຈໍານວນ 9.22%; ຫຼຸດລົງ 0.02%.

ວຽກງານສະຖິຕິ ໄຟຕົກ-ໄຟມອດ:

- ພາກລະບົບສົ່ງ ຈໍານວນ 501 ຄັ້ງ, ທຽບໃສ່ ປີ 2024 ຫຼຸດລົງ 34 ຄັ້ງ ແລະ ເວລາສູນເສຍກໍ ຫຼຸດລົງ 3,603 ນາທີ.

- ພາກລະບົບຈຳໜ່າຍ ຈໍານວນ 5,130 ຄັ້ງ, ທຽບໃສ່ ປີ 2024 ຫຼຸດລົງ 1,132 ຄັ້ງ ແລະ ເວລາສູນເສຍກໍຫຼຸດລົງ 42,352 ນາທີ.

ໃນປີ 2025 ຜ່ານມາ ໄຟຟ້າລາວ ໄດ້ສຸມໃສ່ວຽກງານພັດທະນາແຫຼ່ງຜະລິດ ທີ່ເປັນໂຄງການຂອງໄຟຟ້າລາວ ຈໍານວນ 2 ໂຄງການ ລວມກໍາລັງຕິດຕັ້ງທັງໝົດ 510 MW. ໄດ້ດໍາເນີນການຈັດຕັ້ງປະຕິບັດໂຄງການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າ ລວມທັງໝົດ ຈໍານວນ 10 ໂຄງການ, ປະຕິບັດສໍາເລັດ ຈໍານວນ 5 ໂຄງການ ແລະ ສືບຕໍ່ຈັດຕັ້ງປະຕິບັດ ຈໍານວນ 5 ໂຄງການ. ໃນນັ້ນ, ອັນພົ້ນເດັ່ນ ແມ່ນສໍາເລັດພິທີວາງສີລາລືກໂຄງການກໍ່ສ້າງສາຍສົ່ງ 230 kV ປາກມອງ 2 (ແຂວງຫຼວງພະບາງ)- ນາເພຍ (ແຂວງຊຽງຂວາງ) ຊຶ່ງໂຄງການດັ່ງກ່າວ ແມ່ນມີຄວາມສໍາຄັນ ເພື່ອລໍາລຽງພະລັງງານໄຟຟ້າຈາກພາກເໜືອມາສູ່ພາກກາງ ກໍຄືການສະໜອງໄຟໃຫ້ນະຄອນຫຼວງວຽງຈັນ ໃຫ້ມີຄວາມສະຖຽນລະພາບ ແລະ ຮັບປະກັນລະບົບໄຟຟ້າ ຫຼຸດຜ່ອນບັນຫາເຫດການໄຟຕົກ-ໄຟມອດ .

ໃນປີ 2026 ນີ້ ໄຟຟ້າລາວ ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ກໍານົດບັນດາໜ້າວຽກຈຸດສຸມ ທີ່ເປັນບຸ ລິມະສິດ ເພື່ອສຸມໃສ່ສືບຕໍ່ດໍາເນີນການ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ໂດຍສືບຕໍ່ຈັດຕັ້ງຜັນຂະຫຍາຍ, ປະກອບສ່ວນວຽກງານຢ່າງຕັ້ງໜ້າ ຕາມແຜນພັດທະນາອຸດສາຫະກໍາ ແລະ ການຄ້າ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ ພາຍໃຕ້ຄໍາຂວັນ: “ເສີມຂະຫຍາຍທ່າແຮງ ຂອງຂະແໜງອຸດສາ ຫະກໍາ ແລະ ການຄ້າ ໃຫ້ເປັນກໍາລັງຂັບເຄື່ອນ ເສດຖະກິດເອກະລາດເປັນເຈົ້າຕົນເອງ ຢ່າງໜັກແໜ້ນ”.

ຊຸກຍູ້ແຜນພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ຂະໜາດໃຫຍ່ ແລະ ຂະໜາດນ້ອຍ ທີ່ເປັນແຜນບຸລິມະສິດເລັ່ງດ່ວນ ປີ 2025-2027.

ເພື່ອຮັບປະກັນການສະໜອງໄຟພາຍໃນໃຫ້ພຽງພໍຕາມຄວາມຕ້ອງການແຕ່ລະໄລຍະ ຟຟລ ໄດ້ຄົ້ນຄວ້າມາດຕະການແກ້ໄຂເລັ່ງດ່ວນ ໃນໄລຍະປີ 2025-2027 ໂດຍສຸມໃສ່ມາດຕະການ ດັ່ງນີ້:

ເລັ່ງກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າງື່ມ 3 (ທີ່ເປັນຂອງ ຟຟລ) ໃຫ້ສໍາເລັດຕາມແຜນຄາດຄະເນໄວ້ ໃນປີ 2027.

ຊຸກຍູ້ໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ ຈໍານວນ 12 ຈຸດ, ລວມກໍາລັງການຕິດຕັ້ງ 830 MW ໃນຂອບເຂດທົ່ວປະເທດ ໄລຍະເລັ່ງດ່ວນ ປີ 2025-2027.

ຄົ້ນຄວ້າແຫຼ່ງຜະລິດແບບປະສົມປະສານໃຫ້ຫຼາກຫຼາຍປະເພດ ເພື່ອຮອງຮັບການເພີ່ມຂຶ້ນ ຂອງແຜນຄວາມຕ້ອງການຊົມໃຊ້ໄຟຟ້າ ໃນແຕ່ລະໄລຍະ.

ປັບປຸງລະບົບຈໍາໜ່າຍໃນຂອບເຂດທົ່ວປະເທດ ໂດຍສະເພາະໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນສູງ ເພື່ອຫຼຸດຜ່ອນບັນຫາແຮງດັນຕົກ (ໄຟບໍ່ພໍ).

ເພີ່ມທະວີຄວາມເອົາໃຈໃສ່ ຄົ້ນຄວ້າ ແລະ ວາງແຜນກະກຽມຄວາມພ້ອມໃນການສະໜອງໄຟໃຫ້ມີຄວາມສະຖຽນລະພາບ ຫຼີກລ່ຽງບັນຫາໄຟຕົກ-ໄຟມອດ ເປັນບໍລິເວນກວ້າງ ເພື່ອຮັບປະກັນການສະໜອງໄຟຟ້າໃຫ້ແກ່ສັງຄົມ, ໂດຍສະເພາະໃນໄລຍລະດູຮ້ອນທີ່ຈະມາເຖິງນີ້ ແລະ ປັບປຸງລະບົບສົ່ງ 115 kV ແລະ ຍົກລະດັບໝໍ້ແປງຢູ່ບັນດາສະຖານີໄຟຟ້າ ຂອງໄຟຟ້າລາວ ໃນຂອບເຂດທົ່ວປະເທດ ໂດຍສະເພາະໃນຂົງເຂດທີ່ມີແຜນຄວາມຕ້ອງການຊົມໃຊ້ໄຟຟ້າຫຼາຍ ເພື່ອປັບປຸງລະບົບໄຟຟ້າໃຫ້ສາມາດສະໜອງພະລັງງານໃຫ້ພຽງພໍກັບແຜນຄວາມຕ້ອງການແຕ່ລະໄລຍະ ແລະ ລະບົບມີຄວາມໝັ້ນຄົງ.

(ຂ່າວ: ໄຟຟ້າລາວ; ພາບ: ພູວຽງຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ