BSP ລະບຸວ່າ: ການໂອນເງິນກັບປະເທດລວມມີການໂອນເງິນສົດຜ່ານທະນາຄານ ແລະ ຊ່ອງທາງນອກລະບົບ, ຕະຫຼອດຈົນການສົ່ງສິ່ງຂອງກັບຄືນປະເທດດ້ວຍ.
ຖ້າພິຈາລະນາສະເພາະການໂອນເງິນສົດຜ່ານລະບົບທະນາຄານພຽງຢ່າງດຽວພົບວ່າ: ບັນລຸລະດັບສູງສຸດເປັນປະຫວັດການທີ່ 3.52 ຕື້ໂດລາ ໃນເດືອນທັນວາ ຜ່ານມາ, ເຮັດໃຫ້ຍອດລວມໃນປີ 2025 ເປັນ 35.63 ຕື້ໂດລາ, ເພີ່ມຂຶ້ນ 3.3% ຈາກ 34.49 ຕື້ໂດລາ ໃນປີ 2024.
BSP ລະບຸວ່າ: ໃນປີ 2025, ການໂອນເງິນສົດກັບຄືນປະເທດ ກວມເອົາ 7.3% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ແລະ 6.4% ຂອງລາຍຮັບແຫ່ງຊາດທັງໝົດ (GNI).
ທັງນີ້, ສະຫະລັດ ອາເມຣິກາ ຍັງຄົງເປັນແຫຼ່ງໂອນເງິນສົດທີ່ໃຫຍ່ທີ່ສຸດ, ຕິດຕາມມາດ້ວຍສິງກະໂປ ແລະ ຊາອຸດິດ ອາຣັບບີ ຕາມລຳດັບ.
ຄໍາເຫັນ