ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ

ຟີລິບປິນ ປະສົບກັບໄພນໍ້າຖ້ວມ ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ນໍ້າຖ້ວມທີ່ເກີດຈາກຝົນຕົກໜັກຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີຊື່ວ່າ: ຮາບາກັດ ໄດ້ເຮັດໃຫ້ນະຄອນຫຼວງມະນີລາ ຂອງຟີລິບປິນ ຢູ່ໃນສະພາບຢຸດສະງັກ, ປະຊາຊົນຫຼາຍສິບພັນຄົນຕ້ອງຍົກຍ້າຍອອກຈາກບ້ານເຮືອນ ແລະ ເຮັດໃຫ້ມີຜູ້ສູນຫາຍຢ່າງໜ້ອຍ 2 ຄົນ.

 

ຂ່າວລະບຸວ່າ: ໂຮງຮຽນ ແລະ ສຳນັກງານ ໃນນະຄອນຫຼວງມະນີລາ ແລະ ບັນດາແຂວງອ້ອມຂ້າງໄດ້ປິດການເຮັດວຽກ ຫຼັງຈາກຝົນຕົກໜັກໃນຕອນຄໍ່າຂອງວັນທີ 21 ກໍລະກົດ ຜ່ານມາ, ເຮັດໃຫ້ແມ່ນໍ້າມາຣິກິນາລົ້ນຕາຝັ່ງ. ປະຊາຊົນຫຼາຍກວ່າ 23,000 ຄົນທີ່ອາໄສຢູ່ລຽບຕາມແຄມແມ່ນໍ້າໄດ້ຖືກຍົກຍ້າຍອອກໄປໃນຕອນກາງຄືນ, ໂດຍພາກັນໄປລີ້ໄພຢູ່ໂຮງຮຽນ, ຫ້ອງໂຖງສາທາລະນະ ແລະ ເດີ່ນທີ່ມີຫຼັງຄາປົກຄຸມ, ໃນຂະນະທີ່ອີກ 25,000 ຄົນ ໄດ້ຖືກຍົກຍ້າຍອອກຈາກເມືອງເກຊອນ ແລະ ເມືອງກາລູກັນ ໃນເຂດນະຄອນຫຼວງມະນີລາ.

ທຳນຽບປະທານາທິບໍດີ ໄດ້ໂຈະການກະກຽມທັງໝົດສຳລັບການຖະແຫຼງນະໂຍບາຍປະຈຳປີ ຄັ້ງທີ 4 ຂອງທ່ານ ເຟີດິນານ ມາກອສ ຈູເຈຍ ປະທານາທິບໍດີຟີລິບປິນ ໃນອາທິດໜ້າ ເນື່ອງຈາກປະເທດກຳລັງປະສົບກັບໄພນໍ້າຖ້ວມຢ່າງໜັກໜ່ວງ ແລະ ໄດ້ໂຈະການຮຽນ - ການສອນ ແລະ ວຽກງານຂອງລັດຖະບານໃນນະຄອນຫຼວງມະນິລາ ແລະ ຫຼາຍໆແຂວງໃນວັນທີ 23 ກໍລະກົດນີ້ ເນື່ອງຈາກຝົນຕົກໜັກຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້.

ສູນປະຕິບັດງານສຸກເສີນລະບຸວ່າ: ມີແມ່ຍິງອາຍຸສູງຄົນໜຶ່ງ ແລະ ຄົນຂັບລົດ ຖືກພັດຕົກລົງໃນແມ່ນໍ້າ ໃນຂະນະທີ່ພະຍາຍາມຂ້າມຂົວໃນເມືອງກາລູກັນ, ອົງການກູ້ໄພມາຣິກິນາລະບຸວ່າ: ລະດັບນໍ້າໃນແມ່ນໍ້າສູງເຖິງ 18 ແມັດ ເຖິງແມ່ນວ່າລະດັບນໍ້າຖ້ວມໄດ້ເລີ່ມຫຼຸດລົງໃນຕອນເຊົ້າຂອງວັນທີ 22 ກໍລະກົດ ແຕ່ປະຊາຊົນຫຼາຍພັນຄົນຍັງບໍ່ສາມາດກັບຄືນໄປເຮືອນຂອງເຂົາເຈົ້າໄດ້.

ຄະນະຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດ ໃຫ້ຮູ້ວ່າ: ຝົນມໍລະສຸມທີ່ຕົກຢ່າງຕໍ່ເນື່ອງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ 7 ຄົນຫາຍສາບສູນຢູ່ທາງພາກກາງ ແລະ ພາກໃຕ້ຂອງຟີລິບປິນ ນັບຕັ້ງແຕ່ພາຍຸວິພາ ໄດ້ພັດຜ່ານປະເທດໃນວັນທີ 18 ກໍລະກົດ ຜ່ານມາ.

ທັງນີ້, ພາຍຸ ຫຼື ໄຕ້ຝຸ່ນ ຢ່າງໜ້ອຍ 20 ໜ່ວຍ ໄດ້ພັດເຂົ້າ ຫຼື ເຂົ້າໃກ້ຟີລິບປິນໃນແຕ່ລະປີ, ໂດຍເຂດທີ່ທຸກຍາກທີ່ສຸດຂອງປະເທດມັກຈະໄດ້ຮັບຜົນກະທົບໜັກທີ່ສຸດ.

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ