ທ່ານ ມາຄຣົງ ກ່າວວ່າ: ການລົງທຶນດັ່ງກ່າວກວມເອົາຫຼາຍຂະແໜງການ. ລວມທັງປັນຍາປະດິດ (AI), ການປ້ອງກັນຊາດ, ພະລັງງານໃໝ່ ແລະ ໂທລະຄົມມະນາຄົມ.
ນອກຈາກນີ້, ທ່ານ ມາຄຣົງ ຍັງກ່າວຕື່ມວ່າ: ກອງປະຊຸມສຸດຍອດ Paris AI Summit ໃນເດືອນກຸມພາ ຜ່ານມາ, ຍັງມີປະມານ 20 ຕື້ເອີໂຣທີ່ສັນຍາວ່າຈະລົງທຶນດ້ານ AI.
ນອກຈາກນີ້, ຜູ້ນຳຝຣັ່ງຍັງເນັ້ນໜັກວ່າ: ໃນໄລຍະ 8 ປີທີ່ຜ່ານມາ, ລັດຖະບານໄດ້ດຳເນີນບັນດານະໂຍບາຍຫຼຸດຜ່ອນທຶນຮອນ ແລະ ຄ່າແຮງງານ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ.
ໃນຂະນະດຽວກັນ, ບົດລາຍງານຫຼ້າສຸດກ່ຽວກັບການລົງທຶນສາກົນໃນປະເທດຝຣັ່ງ ປີ 2025 ຂອງ ບໍລິສັດ EY ຊຶ່ງເປັນບໍລິສັດກວດສອບບັນຊີໃຫຍ່ທີ່ສຸດຂອງໂລກ ສະແດງໃຫ້ເຫັນວ່າ: ປະເທດຝຣັ່ງຍັງເປັນຈຸດໝາຍປາຍທາງການລົງທຶນອັນດັບໜຶ່ງຂອງເອີຣົບ ສໍາລັບການລົງທຶນຈາກຕ່າງປະເທດເປັນປີທີ 6 ຕິດຕໍ່ກັນ.
ຄໍາເຫັນ