ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດຮອບດ້ານ

ຝຶກອົບຮົມ ລະບົບຖານຂໍ້ມູນວຽກງານກໍ່ສ້າງຮາກຖານການເມືອງ 4 ແຂວງພາກເໜືອ

ຝຶກອົບຮົມ ລະບົບຖານຂໍ້ມູນວຽກງານກໍ່ສ້າງຮາກຖານການເມືອງ 4 ແຂວງພາກເໜືອ
ຊຸດຝຶກອົບຮົມ ລະບົບຖານຂໍ້ມູນ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດຮອບດ້ານ, ວຽກງານ 3 ສ້າງ

ແລະ ວຽກງານຄວາມໝັ້ນຄົງ ໃຫ້ແກ່ 4 ແຂວງພາກ ເໜືອ ຄື: ແຂວງບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາລີ ແລະ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2024, ທີ່ຫ້ອງວ່າການແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດພັກ-ພະນັກງານ, ທ່ານ ຄໍາແສງ ວິປ່າວ ຮອງຫົວໜ້າກົມທ້ອງຖິ່ນຮາກຖານ ຫ້ອງວ່າການສູນກາງພັກ ພ້ອມດ້ວຍທີມງານ, ນັກສໍາມະນາກອນ ມາຈາກ 4 ແຂວງ ແລະ ບັນດາເມືອງເຂົ້າຮ່ວມ.

ຝຶກອົບຮົມຄັ້ງນີ້, ສໍາມະນາກອນຈະໄດ້ຮຽນຮູ້ ແລະ ທົບທວນໂປຣແກຣມລະບົບຖານຂໍ້ມູນ 4 ກຸ່ມວຽກ ຂອງວຽກງານກໍ່ສ້າງຮາກຖານການເມືອງ 4 ແຂວງພາກເໜືອ; ຮັບຟັງການສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງແຕ່ລະແຂວງ, ຕິດພັນກັບການຜັນຂະຫຍາຍຄໍາສັ່ງແນະນໍາເລກທີ 233/ຄລສພ ແລະ ບົດແນະນໍາ ເລກທີ 02/ຫສພ, ພ້ອມທັງປະກອບຄໍາເຫັນ ເພື່ອແລກປ່ຽນເຊິ່ງກັນ ແລະ ກັນ ກ່ຽວກັບລະບົບຖານຂໍ້ມູນໃຫ້ມັນຄົບຖ້ວນສົມບູນ ໂດຍອີງໃສ່ໝາກຜົນຂອງການພັດທະນາ ເປັນແຕ່ລະໄລຍະ ແລະ ຄວາມເປັນຈິງຂອງແຕ່ລະທ້ອງຖິ່ນຮາກຖານ ເພື່ອປັບປຸງໃຫ້ສອດຄ່ອງກັບທ້ອງຖິ່ນ. ເພື່ອສະໜອງຂໍ້ມູນມາກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໃນຕົ້ນເດືອນ ມັງກອນ 2025 ນີ້.

(ຂ່າວ: ຄໍາເພັງ ສີສະຫວ່າງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມາຄົມເມຍການນຳມອບເຄື່ອງໃຫ້ທະຫານ ທີ່ປະຈໍາປ່ອມແນວໜ້າ

ສະມາຄົມເມຍການນຳມອບເຄື່ອງໃຫ້ທະຫານ ທີ່ປະຈໍາປ່ອມແນວໜ້າ

ໃນວັນທີ 1 ກໍລະກົດນີ້, ສະມາຄົມເມຍການນໍາເມືອງບໍ່ແຕນ ແຂວງໄຊຍະບູລີ ອຸປະໂພກ ແລະບໍລິໂພກ ໃຫ້ທະຫານທີ່ເຮັດໜ້າທີ່ປະຈຳປ່ອມແນວໜ້າ, ເປັນກຽດເຂົ້າຮ່ວມພິທີມອບເຄື່ອງດັ່ງກ່າວ, ມີທ່ານບຸນພະລັງ ວິໄລສັກ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍຄະນະ.
ເຜີຍແຜ່ເອກະສານການຫັນເປັນດິຈິຕອນ ໃຫ້ພະນັກງານເມືອງປາກກະດິງ

ເຜີຍແຜ່ເອກະສານການຫັນເປັນດິຈິຕອນ ໃຫ້ພະນັກງານເມືອງປາກກະດິງ

ໃນວັນທີ 1 ກໍລະກົດນີ້ ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ເອກະສານການຫັນເປັນດິຈິຕອນ ໃຫ້ພະນັກງານ ແລະ ພາກທຸລະກິດ ອ້ອມຂ້າງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ວັດທະນາ ໄຊຍະແສງ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ.
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເກີບແພຈໍານວນ 100 ກວ່າຄູ່ ມາມອບໃຫ້ໜັງສືພິມປະຊາຊົນ ເພື່ອນໍາໄປມອບຕໍ່ໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໃນວັນທີ 1 ກໍລະກົດນີ້ ທີ່ສໍານັກງານໜັງສືພິມປະຊາຊົນ ກ່າວມອບໂດຍທ່ານນາງ ລັດຕະນະໄຊ ແສນກີດຈະນຸລັກ ຜູ້ອໍານວຍການບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ (BRIGHT CHOICE) ພ້ອມດ້ວຍຄອບຄົວ ໂດຍການກ່າວຮັບຂອງທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ປະດັບທຽບຊັ້ນໃຫ້ນັກ ຮຽນທີ່ຈົບຈາກສາຍລັດຢູ່ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ຂຶ້ນໃນວັນທີ 30 ມິຖຸນາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຈຳປາສັກ ຄັ້ງທີ VIII, ມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານແມ່ຍິງແຂວງສະໄໝທີ 8 ທີ່ເມືອງ ໂຂງ ແຂວງຈຳປາສັກ ຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ພະນັກງານອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບໃບຍ້ອງຍໍຜົນງານການກະກຽມກອງປະຊຸມໃຫຍ່ຄັງທີ VIII ຂອງອົງຄະນະພັກເມືອງປາກກະດິງ ພ້ອມທັງອະນຸມັດພະນັກງານເຂົ້າຮັບອຸດໜູນບຳນານ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ກຸ່ມເສດຖະກິດຂອງເມືອງ. ພາຍໄຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກໍລະກົດນີ້ວ່າ: ສໍາລັບແຜນການຜະລິດເຂົ້ານາປີນີ້ ມີເນື້ອທີ່ 14,351.35 ເຮັກຕາ ຄາດຂະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 71,756.75 ໂຕນ, ແຜ່ນການຈັດຕັ້ງປະຕິບັດ 1,590.4 ເຮັກຕາ, ໃນລະບົບຊົນລະປະທານ 200 ເຮັກຕາ. ການປູກເຂົ້າລະດູຝົນແຜນ 14,351.35 ເຮັກຕາ, ແນວປູກ 861.06 ໂຕນ, ປະຕິບັດໄດ້ແລ້ວ 819.54 ໂຕນ ເທົ່າກັບ 94.82%, ໄຖຮຸດສໍາເລັດ 94.82% ເທົ່າກັບ 13,607.95 ເຮັກຕາ, ຕົກກ້າແລ້ວ 450 ໂຕນ ເທົ່າກັບ 52.26% ຂອງແນວປູກທັງໝົດ, ນາວ່ານໄດ້ 5,760 ເຮັກຕາ, ແນວປູກ 345.6 ໂຕນ ເທົ່າກັບ 40.13% ຂອງແນວປູກທັງໝົດ, ນາຢອດໄດ້ 349 ເຮັກຕາ, ແນວປູກ 20.94 ໂຕນ ເທົ່າກັບ 2.43% ຂອງແນວປູກທັງໝົດ, ປັກດຳໄດ້ແລ້ວ 3,450 ເຮັກຕາ ເທົ່າກັບ 40%, ລວມປະຕິບັດໄດ້ທັງໝົດ 11,848.44 ເັກຮຕາ ເທົ່າກັບ 82.56%
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມການລາຍງານຂ່າວສີຂຽວຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-27 ມິຖຸນາ ຜ່ານມາ ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ).
ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ໂດຍ: ແສງຈັນ ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມອົດທົນ, ດຸໝັ່ນໃນໜ້າທີ່ວຽກງານ ເປັນຕົ້ນແມ່ນຫັດຖະກໍາ, ຕໍ່າຫູກ-ທໍໄໝ ແມ່ນວຽກງານທີ່ມີຄວາມສໍາຄັນ ຕິດພັນກັບແມ່ຍິງລາວ ທັງເປັນການສ້າງລາຍຮັບໃຫ້ກັບຄອບຄົວສະເໝີມາ.
ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ 2025, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ເພີ່ມເຕີມ