ຝຶກອົບຮົມການສົ່ງຕໍ່ກໍລະນີໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ

ຝຶກອົບຮົມການສົ່ງຕໍ່ກໍລະນີໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ

ຝຶກອົບຮົມການສົ່ງຕໍ່ກໍລະນີໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ
ວັນທີ 6 ພຶດສະພາຜ່ານມາ ທີ່ສະໂມສອນໃຫຍ່ເມືອງນໍ້າບາກ ແຂວງຫຼວງພະບາງ, ໄດ້ຈັດຝຶກອົບຮົມ ແລະ ເຜີຍແຜ່ນິຕິກຳ ເພື່ອປົກປ້ອງການໃຊ້ແຮງງານເດັກ, ການສົ່ງຕໍ່ກໍລະນີ ໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ ຫົວໜ່ວຍທຸລະກິດເອກະຊົນ ແລະ ຜູ້ສະໜອງກະສິກຳຂັ້ນທ້ອງຖິ່ນ ຢູ່ເມືອງນ້ຳບາກ, ໂດຍເປັນປະທານ ຂອງ ທ່ານ ອາຄົມ ສັນຕິສຸກ ຮອງປະທານຄະນະກຳມະການປົກຄອງເມືອງນ້ຳບາກ, ມີຜູ້ຕາງໜ້າພະແນກການຂັ້ນແຂວງ, ຫ້ອງການທີ່ກ້ຽວຂ້ອງ, ພະນັກງານ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ປະຈໍາແຂວງຫຼວງພະບາງ ແລະ ຫົວໜ່ວຍ ທຸລະກິດ ເອກະຊົນ, ຜູ້ສະໜອງກະສິກຳຂັ້ນທ້ອງຖິ່ນ ເຂົ້າຮ່ວມ.
ຝກອບຮມການສງຕກລະນໃຫມຄວາມປອດໄພແກຜຈາງງານ - image 1
 

ການຈັດຝຶກອົບຮົມ ຄັ້ງນີ້, ພາຍໃຕ້ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ປະຈໍາແຂວງຫຼວງພະບາງ ຮ່ວມກັບ ພາກສ່ວນທີ່ກ້ຽວຂ້ອງ ໂດຍການສະໜັບສະໜູນຈາກສະຫະພາບ ເອີຣົບ ປະຈຳລາວ (EU), ເພື່ອປ້ອງກັນການໃຊ້ແຮງງານເດັກ, ຫຼຸດຜ່ອນການໃຊ້ແຮງງານເດັກ ໃນຊຸມຊົນທີ່ດ້ອຍໂອກາດ ແລະ ບ້ານຊົນເຜົ່າ ເປັນຕົ້ນ ເດັກນ້ອຍ ແລະ ໄວໜຸ່ມຢູ່ບ້ານທີ່ທຸກຍາກ ໃນເຂດເປົ້າໝາຍຂອງໂຄງການ ລວມມີ 30 ບ້ານ ໃນເມືອງໂພນໄຊ, ເມືອງປາກແຊງ, ເມືອງໂພນທອງ, ເມືອງວຽງຄໍາ, ເມືອງງອຍ ແລະ ເມືອງນ້ຳບາກ, ຊຶ່ງເລັ່ງໃສ່ການປ້ອງກັນບໍ່ໃຫ້ເດັກ ຕົກຢູ່ໃນສະພາບການຖືກຂູດຮີດແຮງງານ ແລະສະກັດກັ້ນຄວາມສ່ຽງ ທີ່ອາດເຮັດໃຫ້ເດັກຕ້ອງເຂົ້າສູ່ການໃຊ້ແຮງງານ, ສົ່ງເສີມສິດທິເດັກ ໂດຍສະເພາະສິດໃນການມີຊີວິດທີ່ປອດໄພ ມີການສຶກສາ ແລະ ການພັດທະນາທີ່ເໝາະສົມຕາມໄວ, ສ້າງຄວາມຮັບຮູ້ໃຫ້ຊຸມຊົນ, ຄອບຄົວ ແລະ ຜູ້ຈ້າງງານ ກ່ຽວກັບຜົນກະທົບທາງລົບຂອງການໃຊ້ແຮງງານເດັກ ທັງດ້ານຮ່າງກາຍ, ຈິດໃຈ ແລະ ສັງຄົມ. ສະໜັບສະໜູນການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ເພື່ອໃຫ້ເດັກມີໂອກາດພັດທະນາທັກສະ ແລະ ອະນາຄົດທີ່ດີກວ່າ ໂດຍບໍ່ຕ້ອງຫັນໄປເຮັດວຽກ ຕັ້ງແຕ່ອາຍຸຍັງນ້ອຍ, ສ້າງກົນໄກປົກປ້ອງທາງກົດໝາຍ ແລະ ລະບົບການບັງຄັບໃຊ້ກົດໝາຍທີ່ມີປະສິດທິພາບ ເພື່ອປ້ອງກັນ ແລະ ດຳເນີນຄະດີ ກັບຜູ້ກະທິຜິດທີ່ໃຊ້ແຮງງານເດັກ, ຊ່ວຍເຫຼືອ-ຟື້ນຟູ ແລະ ເອົາເດັກ ທີ່ຖືກໃຊ້ແຮງງານກັບຄືນສູ່ສັງຄົມ ໂດຍການໃຫ້ການປິ່ນປົວທາງຈິດ, ການຝຶກອາຊີບ ແລະ ການສຶກສາທີ່ເໝາະສົມ.

ຝກອບຮມການສງຕກລະນໃຫມຄວາມປອດໄພແກຜຈາງງານ - image 2
 

ໃນໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ຂໍ້ກຳນົດການໃຊ້ແຮງງານເດັກ-ໄວໜຸ່ມ ປະເພດວຽກເບົາ ແລະ ວຽກງານອັນຕະລາຍຕໍ່ເດັກ, ພາລະບົດບາດຂອງສະມາຄົມການຄ້າ, ພາລະບົດບາດຂອງກຳມະບານລາວ ຕໍ່ກັບວຽກງານການປົກປ້ອງແຮງງານ ແລະ ຮ່ວມກິດຈະກຳຂອງໂຄງການຈັດຂຶ້ນ ຄື: ຜົນສຳຫຼວດຂອງການໃຊ້ແຮງງານເດັກ ແລະ ຜົນກະທົບຂອງການໃຊ້ແຮງງານເດັກ, ບັນຫາຂໍ້ກັງວົນໃນການປົກປ້ອງເດັກ, ບົດບາດພາລະໜ້າທີ່ຮັບຜິດຊອບ, ການສັງເກດເບິ່ງເຫດການ, ວິທີການຊ່ວຍເຫຼືອ.

(ພາບ-ຂ່າວ: ທະນູສິນ ອິດທິພົນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນາເພົ້າເມືອງບົວລະພາແຂວງຄຳມ່ວນ. ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ທີ່ສະໂມສອນແຂວງ ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຄໍາສິງ ໄຊສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະຄຸ້ມຄອງດ່ານ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ພິທີປະກາດການຈັດຕັ້ງ ຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ (ສ​ພ​ຂ) ຄຳ​ມ່ວນຊຸດ​ທີ V ປະຈຳເຂດເລືອກຕັ້ງເມືອງເຊ​ບັ້ງ​ໄຟ, ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈໍາພັກແຂວງຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເປີດໂຄງການກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ຢູ່ເມືອງໂຂງ

ເປີດໂຄງການກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ຢູ່ເມືອງໂຂງ

ສະມາຄົມພັດທະນາຊຸມຊົນໃນຊົນນະບົດ (RCDA) ແຂວງຈຳປາສັກ ໄດ້ຈັດກອງປະຊຸມເປີດໂຄງການ "ນະວັດຕະກຳກ໊າສຊີວະພາບລາຄາຕ່ຳ ແລະ ເສດຖະກິດໝູນວຽນ ທີ່ນຳພາໂດຍແມ່ຍິງ ໃນເມືອງໂຂງ" (Low-Cost Biogas Innovation And Women-Led Circular Economy in Khong District), ໃນ​ວັນ​ທີ 9 ກັນ​ຍາ​ຜ່ານ​ມາທີ່ ເມືອງ​ໂຂງ, ໂດຍ​ມີທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງໂຂງ, ທ່ານ ອຸດອນໄຊ ມາລາເພັດ ປະທານສະມາຄົມພັດທະນາຊຸມຊົນໃນຊົນນະບົດ ແຂວງຈຳປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ

ວັນທີ່ 9 ກັນຍາ 2026 ນີ້, ຄະນະກຳມະການຈັດງານບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ປະຈຳປີ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດິດການນຳຂັ້ນສູນກາງ-ແຂວງ, ນະຄອນ ຫຼວງພະບາງ, ບັນດາເມືອງ, ແຂກຮັບເຊີນ, ລວມທັງມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ແນວລາວສ້າງຊາດແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII

ແນວລາວສ້າງຊາດແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII

ໃນວັນທີ 8 ກັນຍາ 2026 ນີ້, ຢູ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ, ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ແລະ ບັນດານິຕິກໍາກ່ຽວກັບວຽກງານເຜົ່າ-ສາສະໜາ. ໂດຍມີ ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ກໍາມະການແນວລາວສ້າງຊາດແຂວງປະຈໍາເມືອງ, ກໍາມະການແນວລາວສ້າງຊາດເມືອງ ພ້ອມດ້ວຍຄະນະກໍາມະການແນວລາວສ້າງຊາດບ້ານ ເຂົ້າຮ່ວມ.
ມອບ-ຮັບ ໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1

ມອບ-ຮັບ ໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1

ໃນວັນທີ 9 ກັນຍາ 2026, ຢູ່ສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ແລະ ເຊັນສັນຍາ ການບໍລິການ ການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ1.
ໂຄງການກໍ່ສ້າງຫໍທໍາມະສະພາ ແຂວງຫຼວງພະບາງ ສຳເລັດແລ້ວ 68%

ໂຄງການກໍ່ສ້າງຫໍທໍາມະສະພາ ແຂວງຫຼວງພະບາງ ສຳເລັດແລ້ວ 68%

ໃນວັນທີ່ 9 ກັນຍາ 2026 ນີ້ ທີ່ຫໍທຳມະສະພາ ອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການດໍາເນີນການກໍ່ສ້າງໃນໄລຍະຜ່ານມາ ແລະວາງແຜນການໃນຕໍ່ໜ້າ, ໂດຍເປັນປະທານຮ່ວມຂອງ ພະອາຈານໃຫຍ່ ອ່ອນແກ້ວ ກິຕຕີພັທໂທ ປະທານ ອພສ ແຂວງ, ປະທານໂຄງການກໍ່ສ້າງຫໍທຳມະສະພາ ຝ່າຍພະສົງ ແລະທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນນໍາຂັ້ນສູງຂອງພັກ-ລັດ, ປະທານໂຄງການກໍ່ສ້າງຫໍທຳມະສະພາ ຝ່າຍຄາລະວາດ, ມີການນຳຂອງແຂວງ ແລະຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມ.
ພະແນກ ວທ ແຂວງອັດຕະປື ມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ແຂວງອັດຕະປື ມອບຫຼຽນກາລະນຶກ 50 ປີ

ວັນທີ 9 ກັນຍາ 2026, ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ແຂວງອັດຕະປື ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ແລະ ເຜີຍແຜ່ໂຄງປະກອບກົງຈັກການຈັດຕັ້ງສະບັບປັບປຸງເພີ່ມຕື່ມ, ໂດຍມີ ສະ ຫາຍ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີບັນດາສະຫາຍຄະນະພັກ, ຄະນະນຳຂອງພະແນກ, ພະນັກງານນຳບຳນານຂອງພະແນກ, ພະນັກງານສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນ ກວສຊ

ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນ ກວສຊ

ໃນລະຫວ່າງວັນທີ 8-9 ກັນຍາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ໂດຍການເປັນປະທານຂອງ ທ່ານນາງ ອຳໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ເຂົ້າຮ່ວມມີບັນດາຮອງປະທານ ກວສຊ, ສະມາຊິກສະພາແຫ່ງຊາດປະຈຳການ (ກວສຊ), ນັກວິທະຍາກອນ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກຳມາທິການ ກວສຊ.
ເພີ່ມເຕີມ