ຝຶກອົບຮົມວຽກງານໄອທີໃຫ້ຄະນະໂຄສະນາອົບຮົມແຂວງວຽງຈັນ

ຝຶກອົບຮົມວຽກງານໄອທີໃຫ້ຄະນະໂຄສະນາອົບຮົມແຂວງວຽງຈັນ
ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ຂຶ້ນແຕ່ວັນທີ 29-30 ເມສາຜ່ານມາໂດຍການເປັນປະທານຮ່ວມຂອງ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ທ່ານ ວັນຕຸລາ ຣັກນຸດ  ກຳມະການພັກຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ, ຄະນະກວດກາແຂວງແລະ ເມືອງເຂົ້າຮ່ວມ.
   ໃນພິທີ, ທ່ານ ສີທົນ ແສງພະຈັນ ໄດ້ກ່າວເປີດພິທີວ່າ: ການຈັດຝຶດອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ, ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກງານໄອທີ ໃຫ້ແກ່ພະນັກງານໂຄສະນາອົບຮົມແຂວງ, ເມືອງ ໃຫ້ເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນການເຮັດວຽກງານວິຊາສະເພາະ ໃຫ້ມີຄວາມສະດວກ,ວ່ອງໄວ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0;ເນື້ອໃນການຝຶກອົບຮົມປະກອບມີ 3 ບົດຄື:
1. ຄວາມຮູ້ພື້ນຖານຂອງອຸປະກອນຄອມພິວເຕີ (Hardware)
2. ການຕິດຕັ້ງ Windows ແລະ ລົງໂປຣແກຣມຕ່າງໆ
3. ວິທີການບໍາລຸງຮັກສາຄອມພິວເຕີ
4. ວຽກງານສື່ເອເລັກໂຕຣນິກ
ທ່ານ ສີທົນ ແສງພະຈັນ ຍັງໄດ້ເນັ້ນໜັກໃຫ້ນັກສໍາມະກອນທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນ, ເກັບກ່ຽວເອົາຄວາມຮູ້ໃນການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງ ແລະ ພັດທະນາວຽກງານການໂຄສະນາ ໃຫ້ສົມຄູ່ກັບ ໜ້າທີ່ການເມືອງໃນແຕ່ລະໄລຍະໃຫ້ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ.
ຂ່າວ: ຄອສພ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບ້ານຊ່ວຍເຫຼືອເດັກນ້ອຍ SOS ສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ

ບ້ານຊ່ວຍເຫຼືອເດັກນ້ອຍ SOS ສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ (SOS) ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຂຶ້ນໃນອາທິດຜ່ານມາທີ່ບ້ານຊ່ວຍເຫຼືອເດັກນ້ອຍSOSວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງສປປ ລາວ ປະທານກິດຕິມະສັກຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍ SOS,ມີລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ບັນດາຫົວໜ້າກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງການຕ່າງປະເທດ ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

ກະຊວງການຕ່າງປະເທດ ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

ໃນວັນທີ 2 ມິຖຸນານີ້ທີ່ ສະຖາບັນການຕ່າງປະເທດກະຊວງການຕ່າງປະເທດໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025)ແລະ ວັນເດັກນ້ອຍສາກົນຄົບຮອບ 101 ປີ (1/6/1924-1/6/2025),ເປັນກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ຄັ້ງນີ້ໂດຍ ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຮອງລັດຖະມົນຕີ ແລະ ບັນດາຄະນະກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງລະມາມ ຈະສູ້ຊົນຂະຫຍາຍປູກໄມ້ໃຫ້ໄດ້86 ເຮັກຕາ ໃນປີ 2025

ເມືອງລະມາມ ຈະສູ້ຊົນຂະຫຍາຍປູກໄມ້ໃຫ້ໄດ້86 ເຮັກຕາ ໃນປີ 2025

ເພື່ອເປັນການສ້າງຂະບວນການ ແລະ ປູກຈິດສໍານຶກ ໃຫ້ທຸກຊັ້ນຄົນກໍຄືທົ່ວສັງຄົມໃຫ້ເຫັນໄດ້ຄວາມໝາຍ, ຄວາມສໍາ ຄັນຂອງປ່າໄມ້, ການປົກປັກຮັກສາຊັບພະຍາກອນທຳມະຊາດ ເພື່ອແນໃສ່ເຮັດໃຫ້ປ່າໄມ້ມີລັກສະນະ ຍືນຍົງຕະຫຼອດໄປ. ສະນັ້ນ, ໃນວັນທີ 2 ມິຖຸນານີ້, ເມືອງລະມາມ ແຂວງເຊກອງ ໄດ້ເປີດຂະບວນການປູກຕົ້ນໄມ້ຢູ່ທີ່ວັດບ້ານໂພນໄຊ ໂດຍມີພະເຖຣະນຸເທຣະ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີຄະນະນໍາຂັ້ນແຂວງ, ຂັ້ນເມືອງ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ຈັດ​ກິດ​ຈະ​ກຳ​ປູກ​ພືດ​ເປັນ​ຢາ ໃນ​ໂອ​ກາດວັນປູກຕົ້ນໄມ້ແຫ່ງຊາດ ​ແລະ ວັນເດັກນ້ອຍສາກົນ

ຈັດ​ກິດ​ຈະ​ກຳ​ປູກ​ພືດ​ເປັນ​ຢາ ໃນ​ໂອ​ກາດວັນປູກຕົ້ນໄມ້ແຫ່ງຊາດ ​ແລະ ວັນເດັກນ້ອຍສາກົນ

ສະຖາບັນການແພດ ແລະ ການຢາພື້ນເມືອງຮ່ວມກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ຈັດກິດຈະກໍາປູກພືດທີ່ເປັນຢາຂຶ້ນໃນວັນ​ທີ 1 ມິ​ຖຸ​ນາຜ່ານມາ ທີ່ຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນເຂົ້າຮ່ວມເປັນກຽດຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສານປະຊາຊົນສູງສຸດສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ1ມິຖຸນາ

ສານປະຊາຊົນສູງສຸດສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ1ມິຖຸນາ

ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ1 ມິຖຸນາ2025 ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ ຜ່ານມາ ທີ່ສານປະຊາຊົນສູງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ມີບັນດາ​ຫົວໜ້າກົມ, ຫົວໜ້າຄະນະສານ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ແລະ ພ້ອມດ້ວຍລູກຫຼານ ພະນັກງານ-ລັດຖະກອນ ຂອງສານປະຊາຊົນສູງສຸດເຂົ້າຮ່ວມ.
ກະຊວງ ຖວທ ຈັດກິດຈະກຳປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ກະຊວງ ຖວທ ຈັດກິດຈະກຳປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບກຸ່ມບໍລິສັດດາວເຮືອງ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນຂຶ້ນໃນວັນທີ 1 ມິຖຸນາຜ່ານມາ ທີ່ກະຊວງ ຖວທ ຫຼັງໃໝ່ ໂດຍມີທ່ານ ວັນສີ ກົວມົວ ແລະ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖວທ ພ້ອມດ້ວຍຄະນະພັກ, ຄະນະນຳ, 3 ອົງການຈັດຕັ້ງມະຫາຊົນ ແລະພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງວຽງພູຄາ ປູກຕົ້ນໄມ້ 600 ເບ້ຍໃນໂອກາດວັນປູກຕົ້ນໄມ້ແຫງຊາດ ແລະ ວັນເດັກນ້ອງສາກົນ

ເມືອງວຽງພູຄາ ປູກຕົ້ນໄມ້ 600 ເບ້ຍໃນໂອກາດວັນປູກຕົ້ນໄມ້ແຫງຊາດ ແລະ ວັນເດັກນ້ອງສາກົນ

ຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງພູຄາ ແຂວງຫຼວງນໍ້າທາຮ່ວມກັບຫ້ອງການສະຫະພັນແມ່ຍິງເມືອງ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດປະຈໍາປີ 2025 ຂຶ້ນທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຮືອຍ ສົມຫວັງ ຮອງເລຂາພັກເມືອງຮອງເຈົ້າເມືອງ.
ສະຫວັນນະເຂດ ປູກຕົ້ນໄມ້ 8 ພັນກວ່າຕົ້ນ ໃນວັນປູກຕົ້ນໄມ້ແຫ່ງຊາດ

ສະຫວັນນະເຂດ ປູກຕົ້ນໄມ້ 8 ພັນກວ່າຕົ້ນ ໃນວັນປູກຕົ້ນໄມ້ແຫ່ງຊາດ

ໃນວັນທີ 1 ມິຖຸນານິ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍການນໍາພັກ-ລັດແຂວງ, ເມືອງ ແລະນ້ອງນັກຮຽນ ໄດ້ຮ່ວມປູກຕົ້ນໄມ້ ພ້ອມທັງນຳເຂົ້າໜົມ, ນົມ ໄປແຈກຢາຍໃຫ້ນັກຮຽນ ເຂດບ້ານດົງນ້ອຍ ເມືອງອຸທຸມພອນເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ
ທະນາຄານແຂວງຄໍາມ່ວນ ຈັດກິດຈະກໍາແຂ່ງຂັນກິລາຕ້ອນຮັບກອງປະຊຸມໃຫຍ່ຂັ້ນຕົນ

ທະນາຄານແຂວງຄໍາມ່ວນ ຈັດກິດຈະກໍາແຂ່ງຂັນກິລາຕ້ອນຮັບກອງປະຊຸມໃຫຍ່ຂັ້ນຕົນ

ເມື່ອບໍ່ດົນຜ່ານມານີ້, ຢູ່ທີ່ເດີ່ນບານເຕະນ້ອງຢະໄດ້ມີກິດຈະກໍາແຂ່ງຂັນບານເຕະເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານທະນາຄານແຂວງຄໍາມ່ວນສະໄໝທີ I ຂຶ້ນໂດຍມີ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຮ່ວມກັນຈັດຂຶ້ນຄື: ໜ່ວຍພັກທະນາຄານການຄ້າຕ່າງປະເທດລາວ (BCEL),ໜ່ວຍພັກທະນາຄານພັດທະນາລາວ (LDB),
ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ຄອສພ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ເນື່ອງໃນໂອກາດໃກ້ຈະເຖິງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1/6/1980-1/6/2025) ແລະ ວັນເດັກສາກົນ ຄົບຮອບ 100 ປີ (1/6/1925-1/6/2025),
ເພີ່ມເຕີມ