ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ

ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ

ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ
ເມື່ອບໍ່ດົນມານີ້, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກອງບັນຊາການປ້ອງກັນຄວາມສະ ຫງົບ (ປກສ) ນະຄອນຫຼວງວຽງຈັນ (ນວ) ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານທະນາຄານຊາຄອມແບັງລາວ ນໍາໂດຍທ່ານ ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ, ມີທ່ານນາງ ບົວທອງ ສີສະຫວັດ ຮອງອຳນວຍການໃຫຍ່ທະນາຄານຊາຄອມແບັງລາວ ພ້ອມດ້ວຍພະນັກງານເຂົ້າຮ່ວມ.

 

 

ທ່ານ ພັທ ບຸນຍົງ ໄຊປັນຍາ ໃຫ້ຮູ້ວ່າ: ເພື່ອໃຫ້ພະນັກງານທຸກຄົນເຂົ້າໃຈກ່ຽວກັບຄວາມໝາຍສຳຄັນຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ຮູ້ໄດ້ສາເຫດ, ຄວາມອັນຕະລາຍ ແລະ ຜົນຮ້າຍຂອງອັກຄີໄພ, ເພື່ອໃຫ້ມີຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ ເມື່ອໄຟໄໝ້ເກີດຂຶ້ນສາມາດແກ້ໄຂສະຖາ ນະການຢ່າງວ່ອງໄວ, ທັນການ ສາມາດນຳໃຊ້ອຸປະກອນມອດໄຟພື້ນຖານຢູ່ໃນອາຄານເຂົ້າດັບມອດໄຟຢ່າງມີປະສິດທິພາບ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ຂ່າວ-ພາບ: ກະແຕ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງຫົວໜ້າ ຄອສພ ພ້ອມການນຳເມືອງໄຊຈຳພອນ ພົບປະຊາຊົນ ບ້ານວັງບານ

ຮອງຫົວໜ້າ ຄອສພ ພ້ອມການນຳເມືອງໄຊຈຳພອນ ພົບປະຊາຊົນ ບ້ານວັງບານ

ໃນວັນທີ 5 ກຸມພາ ຜ່ານມານີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ທ່ານ ໄກສອນ ຈັນສີນາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ສ້ອຍມະນີ ຈັນເນັ່ງປ່າວ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ແລະ ພົບປະປະຊາຊົນບ້ານວັງບານ ເມືອງໄຊຈຳພອນແຂວງບໍລິຄຳໄຊ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງງາ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງງາ

ທົ່ວປວງຊົນລາວທັງຊາດ ກໍາລັງກະກຽມເຂົ້າສູ່ເຫດການການເມືອງທີ່ສຳຄັນ, ໃນວັນທີ 6 ກຸມພານີ້ ຢູ່ທີ່ສະໂມສອນເມືອງງາ ແຂວງອຸດົມໄຊ, ຄະນະຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 4 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໄດ້ລົງເຄື່ອນໄຫວສະເໜີຕົວ ແລະ ພົບປະກັບພະນັກງານຫຼັກແຫຼ່ງ ຜູ້ມີສິດເລືອກຕັ້ງພາຍໃນເມືອງງາ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນລາວ-ຈີນ ໄດ້ເຊື່ອມຕໍ່ກັນຢ່າງສົມບູນ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນລາວ-ຈີນ ໄດ້ເຊື່ອມຕໍ່ກັນຢ່າງສົມບູນ

ໃນວັນທີ 5 ກຸມພາ ຜ່ານມາ, ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ - ຈີນໄດ້ເຊື່ອມຕໍ່ກັນຢ່າງສົມບູນ ຊຶ່ງເປັນຂີດໝາຍເຖິງໂຄງການວິສະວະກຳສຳຄັນທີ່ໄດ້ລວມເຂົ້າໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ນີ້ໄດ້ຮັບຄວາມຄືບໜ້າອັນຕັດສິນຊີ້ຂາດ ແລະ ວາງພື້ນຖານທີ່ໜັກແໜ້ນສຳລັບການເລີ່ມການຜະລິດ ຢ່າງເຕັມທີ່ໃນເດືອນເມສາປີນີ້.
ເຜີຍແຜ່ ເອກະສານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ກຸ່ມ ນາເຕີຍ

ເຜີຍແຜ່ ເອກະສານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ກຸ່ມ ນາເຕີຍ

ອະນຸກຳມະການໂຄສະນາປຸກລະດົມ ແລະ ຂະບວນການ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ລົງເຜີຍແຜ່, ເຊື່ອມຊຶມ ເອກະສານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ສສຊ ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໃຫ້ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນຢູ່ກຸ່ມບ້ານ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃນວັນທີ 5 ກຸມພາ 2026, ໂດຍການເປັນປະທານຂອງທ່ານ ຄໍາພຸດໂພທິລາດ ກໍາມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຫົວໜ້າອະນຸກຳມະການໂຄສະນາປຸກລະດົມ ແລະ ຂະບວນການ, ມີຄະນະຮັບຜິດຊອບຂັ້ນເມືອງ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.
ສະຫວັນນະເຂດ ປະກາດການຍົກຍ້າຍການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ສະຫວັນນະເຂດ ປະກາດການຍົກຍ້າຍການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ພິທີປະກາດການຍົກຍ້າຍການນຳຂັ້ນສູງຂອງແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ ໄດ້ຈັດຂຶ້ນ ໃນວັນທີ 4 ກຸມພາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ v ປະຈຳເຂດເລືອກຕັ້ງທີ7 ແຂວງໄຊຍະບູລີລົງໂຄສະນາຫາສຽງຢູ່ບ້ານ ໂພນໄຊ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ v ປະຈຳເຂດເລືອກຕັ້ງທີ7 ແຂວງໄຊຍະບູລີລົງໂຄສະນາຫາສຽງຢູ່ບ້ານ ໂພນໄຊ

ວັນທີ 5 ກຸມພາ 2026ນີ້, ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີຈໍານວນ 13 ທ່ານ ຍິງ 4 ທ່ານ ແລະ ຜູ້ຮັບສະໜັກເລືອກຕັ້ງ ສະມາຊີກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ຊຸດທີ v ຈຳນວນ 8 ທ່ານ ຍິງ 3 ທ່ານ ໄດ້ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ບ້ານໂພນໄຊ ເມືອງໄຊຍະບູລີ ໂດຍການນໍາພາຂອງທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຜູ້ຮັບສະໜັກ ສສຊ ແລະ ສະພາປະຊາຊົນປະຈຳເຂດເລືອກຕັ້ງເຂົ້າຮ່ວມ, ໂດຍການຕ້ອນຮັບຂອງທ່ານ ຈັນເພັງ ອູ່ທອງຄຳ ປະທານ ຄະນະກຳມະການປົກຄອງເມືອງໄຊຍະບູລີ ພ້ອມດ້ວຍ ປະຊາຊົນພາຍໃນບ້ານດັ່ງກ່າວຕ້ອນຮັບຢ່າງອົບອຸ່ນ.
ສານປະຊາຊົນເຂດ II ແຂວງຈຳປາສັກ ແຕ່ງຕັ້ງປະທານສານຄົນໃໝ່

ສານປະຊາຊົນເຂດ II ແຂວງຈຳປາສັກ ແຕ່ງຕັ້ງປະທານສານຄົນໃໝ່

ວັນທີ 5 ກຸມພານີ້, ສານປະຊາຊົນເຂດ II ແຂວງຈຳປາສັກ ໄດ້ປະກາດແຕ່ງຕັ້ງປະທານສານຄົນໃໝ່; ໂດຍການເຂົ້າຮ່ວມຂອງ ທ່ານ ອານົງ ຍອຍສາຍຄຳ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ພູວັງ ຈະເລີນລັດ ຮັກສາການສານປະຊາຊົນແຂວງຈຳປາສັກ, ມີຜູ້ພິພາກສາ ແລະ ຜູ້ຊ່ວຍ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງໂຂງເຂົ້າຮ່ວມ.
ຄອສພ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄອສພ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນໃນປັດຈຸບັນຂຶ້ນໃນວັນທີ 5 ກຸມພານີ້ ທີ່ ຄອສພ, ໂດຍໃຫ້ກຽດປາຖະກະຖາຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໂດຍມີບັນດາຫົວໜ້າກົມ,​ ຮອງກົມ ພາຍໃນ ຄອສພ ແລະ ບັນດາພະນັກງານເຂົ້າຮ່ວມຮັບຟັງ.
1 ປີ ຜ່ານມາ ເມືອງໄຊຈຳພອນ ໄດ້ຮັບຫາງສຽງສັງຄົມ 15 ບັນຫາ

1 ປີ ຜ່ານມາ ເມືອງໄຊຈຳພອນ ໄດ້ຮັບຫາງສຽງສັງຄົມ 15 ບັນຫາ

ໃນວັນທີ 4 ກຸມພານີ້ ທີ່ສະໂມສອນເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຮັບສ່ອງແສງສະພາບແນວຄິດຫາງສຽງສັງຄົມ ໂດຍການເປັນປະທານຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະ ການສູນກາງພັກ ຮອງເລຂາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ, ມີ ທ່ານ ໄກສອນ ຈັນສີນາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ສີຫອມ ສອນມະນີ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວກປສ ເຜີຍແຜ່ເອກະສານກະກຽມການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວກປສ ເຜີຍແຜ່ເອກະສານກະກຽມການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ຈັດພິທີເຜີຍແຜ່ເອກະສານ 4 ສະບັບເພື່ອກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 5 ກຸມພານີ້ ໃຫ້ກຽດເຜີຍແຜ່ໂດຍທ່ານ ພົຈວ ສຸກນິລັນດອນ ກຸນລະວົງ ຫົວໜ້າອໍານວຍການ ວກປສ, ມີຄະນະອໍານວຍການພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ເພີ່ມເຕີມ