GDP ຫວຽດນາມ 6 ເດືອນ​ຕົ້ນ​ປີ 2025 ເພີ່ມ​ຂຶ້ນ 7.52%

GDP ຫວຽດນາມ 6 ເດືອນ​ຕົ້ນ​ປີ 2025 ເພີ່ມ​ຂຶ້ນ 7.52%

GDP ຫວຽດນາມ 6 ເດືອນ​ຕົ້ນ​ປີ 2025 ເພີ່ມ​ຂຶ້ນ 7.52%
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 5 ກໍລະກົດ ຜ່ານມາ; ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມສະຖິຕິ ໃຫ້ຮູ້ວ່າ: ການເຕີບໂຕ GDP ຂອງຫວຽດນາມບັນລຸລະດັບສູງສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໄດ້ຮັກສາການເຕີບໂຕເປັນປົກກະຕິ.

ຂ່າວລະບຸວ່າ: ຕາມຂໍ້ມູນໃນກອງປະຊຸມຖະແຫຼງຂ່າວໄຕມາດທີ II/2025 ທີ່ໄດ້ດຳເນີນໃນວັນທີ 5 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກົມສະຖິຕິ (ກະຊວງການເງິນ) ໃຫ້ຮູ້ວ່າ: ໄຕມາດທີ II ຮັບຮູ້ຈຸດພົ້ນເດັ່ນນັ້ນແມ່ນຍອດຜະລິດຕະພັນພາຍໃນປະເທດ (GDP) ມີການເຕີບໂຕຢ່າງຕັ້ງໜ້າ, ດ້ວຍຄວາມໄວການເຕີບໂຕຄາດວ່າຈະບັນລຸ 7.96% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຄວາມໄວການເຕີບໂຕ 8.56% ຂອງໄຕມາດທີ II ປີ 2022 ໃນໄລຍະ 2020 – 2025. ໄລ່ລວມ 6 ເດືອນຕົ້ນປີ 2025, GDP ເພີ່ມຂຶ້ນ 7.52% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ຢູ່ລະດັບສູງສຸດໃນ 6 ເດືອນຕົ້ນປີໃນໄລຍະ 2021 – 2025.

ຕີລາຄາກ່ຽວກັບລະດັບໃນການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີ, ທ່ານນາງ ຫງວຽນທິເຮືອງ ໃຫ້ຮູ້ວ່າ: ການເຕີບໂຕ GDP ຂອງ ຫວຽດນາມ ບັນລຸລະດັບສູງສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໄດ້ຮັກສາການເຕີບໂຕເປັນປົກກະຕິ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຊົມໃຊ້ພາຍໃນປະເທດ ແລະ ຮັບໃຊ້ການສົ່ງອອກ. ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ, ຂະແໜງອຸດສາຫະກຳບັນລຸລະດັບການເຕີບໂຕສູງ, ມູນຄ່າເພີ່ມໃນທົ່ວຂະແໜງອຸດສາຫະກຳ ໃນ 6 ເດືອນຕົ້ນປີ 2025 ເພີ່ມຂຶ້ນ 8.07%, ຂະແໜງກໍ່ສ້າງເພີ່ມຂຶ້ນ 9.62%

ຄໍາເຫັນ

ຂ່າວຕ່າງປະເທດ

ເຮັດໃຫ້ປີ 2026 ກາຍເປັນປີທີ່ມີຄວາມໝາຍຄັ້ງປະຫວັດສາດ ຂອງການພົວພັນຈີນ-ອາເມຣິກາ

ເຮັດໃຫ້ປີ 2026 ກາຍເປັນປີທີ່ມີຄວາມໝາຍຄັ້ງປະຫວັດສາດ ຂອງການພົວພັນຈີນ-ອາເມຣິກາ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນເຊົ້າວັນທີ 14 ພຶດສະພາ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ.
ທ່ານນາງ ເຜີງລີ້ຢວນ ພົບປະກັບຜູ້ອຳນວຍການໃຫຍ່ UNESCO

ທ່ານນາງ ເຜີງລີ້ຢວນ ພົບປະກັບຜູ້ອຳນວຍການໃຫຍ່ UNESCO

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນເຊົ້າວັນທີ 12 ພຶດສະພາຜ່ານມາ, ທ່ານນາງ ເຜີງລີ້ຢວນ ພັນລະຍາຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ທູດພິເສດດ້ານການຊຸກຍູ້ການສຶກສາສຳລັບເດັກຍິງ ແລະ ແມ່ຍິງຂອງອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ໄດ້ພົບປະກັບທ່ານ ຄາເລັດ ເອລ ເອນານີ ຜູ້ອຳນວຍການໃຫຍ່ອົງການ UNESCO ທີ່ນະຄອນຫຼວງປັກກິ່ງຂອງຈີນ.
ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ ຫວັງ​ວ່າ ການ​ຕ່າງ​ປະ​ເທດ​ປະ​ມຸກ​ລັດ​ຈະ​ນຳ​ພາ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ

ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ ຫວັງ​ວ່າ ການ​ຕ່າງ​ປະ​ເທດ​ປະ​ມຸກ​ລັດ​ຈະ​ນຳ​ພາ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ

ຂ່າວສານຊີອາໄອລາຍງານວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິ​ດ​ລະ​ຫວ່າງວັນ​ທີ 13-15 ພຶດ​ສະ​ພາ​ນີ້ ຊຶ່ງເປັນ​ການ​ພົບ​ປະ​ແບບ​ເຊິ່ງ​ໜ້າ​ກັນ​ອີກ​ຄັ້ງ​ໜຶ່ງຫຼັງ​ຈາກ​ປະ​ມຸກ​ລັດ​ສອງ​ປະ​ເທດ​​ພົ​ບ​ປະກັນ​ຢູ່​ນະ​ຄອນ​ບູ​ຊານ​ປະ​ເທດ​ ສ ເກົາຫຼີ​ ເມື່ອ​ເດືອນ​ຕຸ​ລາ​ປີ 2025.
ເທດສະການວັດທະນະທຳການທ່ອງທ່ຽວພາຍໃຕ້ຫົວຂໍ້ການສະແດງງີ້ວພື້ນເມືອງທີ່ເມືອງຈິນເຊີງ ພາກເໜືອຂອງ ສປ ຈີນໄດ້ເລີ່ມຕົ້ນຢ່າງເປັນທາງການ

ເທດສະການວັດທະນະທຳການທ່ອງທ່ຽວພາຍໃຕ້ຫົວຂໍ້ການສະແດງງີ້ວພື້ນເມືອງທີ່ເມືອງຈິນເຊີງ ພາກເໜືອຂອງ ສປ ຈີນໄດ້ເລີ່ມຕົ້ນຢ່າງເປັນທາງການ

ເມື່ອບໍ່ດົນມານີ້ທີ່ເມືອງຈິນເຊີງ ທາງພາກເໜືອຂອງຈີນໄດ້ຈັດເທດສະການທ່ອງທ່ຽວດ້ານວັດທະນະທຳຂຶ້ນ ຊຶ່ງດຳເນີນເປັນເວລາເກືອບໜຶ່ງເດືອນ. ໂດຍກຳນົດໄວ້ວ່າຈະຈັດການສະແດງລະຄອນງີ້ວພື້ນເມືອງທີ່ເປັນເອກະລັກຈົນຮອດທ້າຍເດືອນພຶດສະພາ.
ອັງກໍວັດ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ

ອັງກໍວັດ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ

ຂ່າວຕ່າງປະເທດລາຍງານ ວ່າ: ທ່ານ ຮວດ ຮັກ ລັດຖະມົນຕີກະຊວງທ່ອງທ່ຽວກຳປູເຈຍ ໄດ້ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ອັງກໍວັດ ຖືກຈັດອັນດັບໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ ປະຈຳປີ 2026 ໃນການຈັດອັນດັບຂອງ TripAdvisor. ການປະກາດດັ່ງກ່າວລວມມີລາຍຊື່ 25 ສະຖານທີ່ທ່ອງທ່ຽວອັນດັບຕົ້ນໆຂອງອາຊີຈາກ TripAdvisor, ໂດຍມີສວນ Gardens by the Bay ຂອງສິງກະໂປຢູ່ໃນອັນດັບ 1 ແລະ ທັດມາຮາລ ຂອງອິນເດຍຢູ່ໃນອັນດັບທີ 3.
GDP ຂອງຮົງກົງໃນໄຕມາດທຳອິດປີນີ້ເຕີບໂຕ 5.9%

GDP ຂອງຮົງກົງໃນໄຕມາດທຳອິດປີນີ້ເຕີບໂຕ 5.9%

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ພຶດສະພາ ຜ່ານມາວ່າ: ອົງການສະຖິຕິຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງຂອງຈີນ ໄດ້ປະກາດໂຕເລກການປະເມີນລ່ວງໜ້າສະແດງໃຫ້ເຫັນວ່າ: ໃນໄຕມາດທຳອິດປີ 2026 ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງເຂດຮົງກົງເຕີບໂຕ 5.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ຊຶ່ງເປັນຈັງຫວະການເຕີບໂຕໃນໄຕມາດທີ່ສ້າງສະຖິຕິສູງສຸດເທື່ອໃໝ່ໃນຮອບ 5 ປີຜ່ານມາ.
ປະຊາກອນເດັກນ້ອຍຂອງຍີ່ປຸ່ນຫຼຸດລົງຢ່າງຕໍ່ເນື່ອງເປັນເວລາ 45 ປີ

ປະຊາກອນເດັກນ້ອຍຂອງຍີ່ປຸ່ນຫຼຸດລົງຢ່າງຕໍ່ເນື່ອງເປັນເວລາ 45 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ພຶດສະພາ ຜ່ານມາວ່າ: ລັດຖະບານຍີ່ປຸ່ນໄດ້ເປີດເຜີຍຈຳນວນປະຊາກອນເດັກນ້ອຍທີ່ມີອາຍຸຕ່ຳກວ່າ 15 ປີໃນປະເທດຍີ່ປຸ່ນໄດ້ຫຼຸດລົງສູ່ລະດັບຕໍ່າສຸດແບບບໍ່ເຄີຍມີມາກ່ອນ ທີ່ປະມານ 13.29 ລ້ານຄົນ ເມື່ອນັບມາຮອດວັນທີ 1 ເມສາ 2026 ຊຶ່ງຫຼຸດລົງ 350,000 ຄົນ ຈາກປີ 2025 ແລະ ຫຼຸດລົງຕິດຕໍ່ກັນເປັນປີທີ 45, ເຖິງວ່າລັດຖະບານຍີ່ປຸ່ນຈະພະຍາຍາມແກ້ໄຂບັນຫາອັດຕາການເກີດທີ່ຫຼຸດລົງກໍຕາມ.
ຫວຽດ​ນາມ - ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

ຫວຽດ​ນາມ - ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 6 ພຶດ​ສະ​ພາ ຜ່ານມາ ຢູ່​ນະ​ຄອນຫຼວງນິວເດລີ ໄດ້​ດຳ​ເນີນ​ພິ​ທີ​ຕ້ອນ​ຮັບ ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ທີ່​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ອິນ​ເດຍ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ ນາເຣນດາ ໂມດີ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ ອິນ​ເດຍ. ທ່ານນາງ ດູປາດີ ມູມູ ​ປະ​ທາ​ນາ​ທິ​ບໍ​ດີອິນເດຍ ແລະ ທ່ານ ນາເຣນດາ ໂມດີ ​ນາ​ຍົກ​ລັດ​ຖະ​ມົນ​ຕີຮ່ວມ​ກັນ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ.
ສິງກະໂປ ຮ່ວມມືກັບອຸດສາຫະກຳທະນາຄານ ນຳໃຊ້ AI ຕ້ານອາຊະຍາກຳດ້ານການເງິນ

ສິງກະໂປ ຮ່ວມມືກັບອຸດສາຫະກຳທະນາຄານ ນຳໃຊ້ AI ຕ້ານອາຊະຍາກຳດ້ານການເງິນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ອົງການການເງິນສິງກະໂປ ຫຼື ທະນາຄານກາງຂອງສິງກະໂປ ໄດ້ລາຍງານກ່ຽວກັບການຮ່ວມມືກັບອຸດສາຫະກຳທະນາຄານ, ອົງການເຕັກໂນໂລຊີແຫ່ງລັດສິງກະໂປ ແລະ ກອງກຳລັງຕຳຫຼວດ ເພື່ອເສີມຂະຫຍາຍຄວາມສາມາດໃນການກວດຫາອາຊະຍາກຳທາງການເງິນໂດຍ ໃຊ້ປັນຍາປະດິດ ແລະ ການຮຽນຮູ້ຂອງເຄື່ອງຈັກ (AI/ML).
ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ ປ່​ອຍ​ເງິນ​ກູ້​ພິເສດ 28.54 ຕື້ຢວນ

ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ ປ່​ອຍ​ເງິນ​ກູ້​ພິເສດ 28.54 ຕື້ຢວນ

ຂ່າວສານຊີອາໄອລາຍງານ ໃນວັນທີ 5 ພຶດສະພາ ຜ່ານມາວ່າ: ແຫຼ່ງ​ຂ່າວ​ຈາກ​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ ໃຫ້​ຮູ້​ວ່າ, ໄຕ​ມາດ​ທຳ​ອິດ​ປີ​ນີ້ ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ໄດ້​ປ່ອຍ​ເງິນ​ກູ້​ພິເສດ ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ 28.54 ຕື້​ຢວນ ຊຶ່ງໄດ້​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ຍ່ອຍຫຼາຍກວ່າ 6,500 ແຫ່ງ, ອັດ​ຕາ​ດອກເບ້ຍສະ​ເລ່ຍຖ່ວງນ້ຳໜັກ​ແມ່ນຕ່ຳ​ກວ່າ​ອັດ​ຕາດອກເບ້ຍສະເລ່ຍຖ່ວງນ້ຳໜັກ​ສຳ​ລັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ຍ່ອຍ​ໃນ​ໄລ​ຍະ​ດຽວ​ກັນ​ໃນ​ທົ່ວ​ປະ​ເທດ​ຈີນ ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ດ້ານ​ເງິນ​ທຶນ.
ເພີ່ມເຕີມ