ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ກັນຍາ ຜ່ານມາ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO ໄດ້ປະກາດບົດລາຍງານ “ສະພາບປ່າໄມ້ທົ່ວໂລກປີ 2026”, ໂດຍຊີ້ໃຫ້ເຫັນວ່າ, ຄາດວ່າ ຜົນເສຍຫາຍດ້ານເສດຖະກິດຍ້ອນການຊຸດໂຊມທາງດ້ານນິເວດຂອງໂລກສູງເຖິງ 878 ຕື້ໂດລາ ຫາ 6,300 ຕື້ໂດລາຕໍ່ປີ. ບົດລາຍງານຍັງເນັ້ນໜັກວ່າ, ການຟື້ນຟູປ່າໄມ້ ແລະ ທິວທັດແມ່ນມາດຕະການທີ່ມີປະສິດທິຜົນສູງເພື່ອຮັບມືກັບບັນຫາດ້ານຄວາມໝັ້ນຄົງຂອງສະບຽງອາຫານ ແລະ ສິ່ງທ້າທາຍດ້ານການພັດທະນາ.
ອົງການ FAO ຊີ້ໃຫ້ເຫັນຕື່ມວ່າ: ການຟື້ນຟູປ່າໄມ້ ແລະ ທິວທັດບໍ່ພຽງແຕ່ມີປະສິດທິຜົນດ້ານນິເວດເທົ່ານັ້ນ, ຍັງມີມູນຄ່າດ້ານເສດຖະກິດທີ່ພົ້ນເດັ່ນອີກດ້ວຍ. ຖ້າສາມາດຟື້ນຟູທີ່ດິນທີ່ຊຸດໂຊມຫຼາຍກວ່າ 1 ຕື້ເຮັກຕາ, ຈະສາມາດສ້າງຜົນປະໂຫຍດປະມານ 1,800 ຕື້ໂດລາຕໍ່ປີ. ປັດຈຸບັນ, 91 ປະເທດ ແລະ ເຂດແຄວ້ນໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຟື້ນຟູປ່າໄມ້ໃຫ້ໄດ້ຫຼາຍກວ່າ 190 ລ້ານເຮັກຕາ.
ຄໍາເຫັນ