ການຈັດອັນດັບໄດ້ປະກາດໃນວັນທີ 25 ກັນຍາ ຜ່ານມາ ໃນເວທີປຶກສາຫາລືເສດຖະກິດໂລກ (WEF), ຫວຽດນາມໄດ້ບັນລຸ 4.15 ຄະແນນ, ເລື່ອນ 7 ຂັ້ນເມື່ອທຽບກັບການຕີລາຄາຄັ້ງກ່ອນ. ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຫວຽດນາມຢືນຢູ່ອັນດັບທີ 5, ຖັດຈາກ ສິງກະໂປ, ອິນໂດເນເຊຍ, ມາເລເຊຍ ແລະ ໄທ.
TTDI 2026 ລວມມີ 5 ກຸ່ມໃຫຍ່, 17 ດັດຊະນີເສົ້າຄ້ຳ, ໂດຍສຸມໃສ່ສະພາບແວດລ້ອມສ້າງເງື່ອນໄຂ, ນະໂຍບາຍ ແລະ ເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ, ພື້ນຖານໂຄງລ່າງ ແລະ ການບໍລິການ, ຊັບພະຍາກອນທ່ອງທ່ຽວ, ລັກສະນະຍືນຍົງຂອງການທ່ອງທ່ຽວ. ຕາມຜົນການຈັດອັນດັບຂອງ TTDI 2026, ຫວຽດນາມ ມີ 7 ໃນຈຳນວນ 17 ດັດຊະນີເສົ້າຄ້ຳ ນອນໃນກຸ່ມ 35 ພື້ນຖານເສດຖະກິດນຳໜ້າໂລກ. ໃນນັ້ນ, ຫວຽດນາມ ບັນລຸບັນດາອັນດັບສູງໃນດັດຊະນີຄື: ກຳລັງແກ່ງແຍ້ງດ້ານລາຄາ, ຄວາມປອດໄພ, ຄວາມໝັ້ນຄົງ, ແຫຼ່ງຊັບພະຍາກອນວັດທະນະທຳ, ຊັບພະຍາກອນທຳມະຊາດ, ລະດັບຍືນຍົງຂອງຄວາມຕ້ອງດ້ານການທ່ອງທ່ຽວ, ຊັບພະຍາກອນທີ່ບໍ່ເປັນການບັນເທີງ ແລະ ພື້ນຖານໂຄງລ່າງການຂົນສົ່ງທາງອາກາດ.
ຄໍາເຫັນ