ທ່ານ ຈາມິລ ອາລ-ຄາລິດີ ຫົວໜ້າຄະນະກຳມະການເລືອກຕັ້ງເຂດກາຊາ ຢັ້ງຢືນວ່າ: ຄະນະກຳມະການໄດ້ຮັບໃບຈົດທະບຽນຜູ້ຮັບສະໝັກຮັບເລືອກຕັ້ງຂອງບັນດາພັກ ແລະ ຜູ້ຮັບສະໝັກເອກະລາດ. ໃນຂະນະນັ້ນ, ຄະນະກຳມະການເລືອກຕັ້ງສູນກາງ ປາແລັດສະຕິນ ພວມພະຍາຍາມຈັດຕັ້ງສະຖານທີ່ປ່ອນບັດເລືອກຕັ້ງ ປະມານ 100 – 110 ຈຸດຢູ່ ກາຊາ, ເພື່ອຮັບໃຊ້ຜູ້ມີສິດເລືອກຕັ້ງທ້ອງຖິ່ນ ປະມານ 1.25 ລ້ານຄົນໄປປ່ອນບັດ.
ເຖິງຢ່າງໃດກໍຕາມ, ທ່ານ ຈາມິລ ອາລ-ຄາລິດີ ເນັ້ນໜັ້ກວ່າ: ຄວາມໝັ້ນຄົງແມ່ນສິ່ງທ້າທາຍໃຫຍ່ທີ່ສຸດໃນວິວັດການເລືອກຕັ້ງ, ທ່ານຮຽກຮ້ອງໃຫ້ປະຊາຄົມສາກົນ ສ້າງຄວາມກົດດັນເພື່ອຮັບປະກັນບັນດາເງື່ອນໄຂປົກປ້ອງສິດເສລີໃນການກະທຳຂອງຜູ້ເຂົ້າຮ່ວມການເລືອກຕັ້ງໝົດທຸກຄົນ.
ຄໍາເຫັນ