ທ່ານ ຟູ້ຊົ່ງ ກ່າວວ່າ: 25 ປີກ່ອນ, ເນື້ອໃນ “ຖະແຫຼງການ ແລະ ໂຄງການດຳເນີນງານດູບານ” ໄດ້ກຳນົດເປົ້າໝາຍອັນສູງສົ່ງໃນການກຳຈັດລັດທິຈຳແນກເຊື້ອຊາດ ໃນທຸກຮູບແບບ. ການຢູ່ລອດ ແລະ ຄວາມປອດໄພຂອງຊີວິດແມ່ນພື້ນຖານຂອງສິດທິມະນຸດທັງໝົດ, ຕ້ອງຢຶດໝັ້ນແກ້ໄຂຄວາມຂັດແຍ້ງ ແລະ ບັນຫາຈຸດສຸມໃນສາກົນດ້ວຍສັນຕິວິທີ, ປ້ອງກັນ ແລະ ຕໍ່ສູ້ຄວາມຮຸນແຮງ ແລະ ອາຊະຍາກຳຈາກຄວາມຄຽດຊັງເນື່ອງຈາກການຈຳແນກເຊື້ອຊາດ ແລະ ສາສະໜາ. ການກຳຈັດລັດທິຈຳແນກເຊື້ອຊາດຜິວພັນ ແມ່ນໜ້າທີ່ຮ່ວມຂອງປະເທດຕ່າງໆ, ຈີນຕັ້ງໜ້າສະໜັບສະໜູນ ແລະ ມີສ່ວນຮ່ວມເຂົ້າໃນຄວາມພະຍາຍາມຕ່າງໆຂອງປະຊາຄົມໂລກໃນການຕໍ່ຕ້ານລັດທິຈຳແນກເຊື້ອຊາດຜິວພັນ.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນຂອງການເຕີບໂຕເສດຖະກິດຢ່າງແທ້ຈິງ.
ຄໍາເຫັນ