ໃນໄລຍະໜຶ່ງປີຜ່ານມາ, ລາຄານ້ຳມັນພືດໃນອິນເດຍໄດ້ເພີ່ມຂຶ້ນເກືອບ 20%. ການຫຼຸດພາສີນີ້ມີຈຸດປະສົງເພື່ອເຮັດໃຫ້ລາຄານ້ຳມັນປຸງແຕ່ງອາຫານພາຍໃນປະເທດຫຼຸດລົງ ແລະ ກະຕຸ້ນການບໍລິໂພກໃນໄລຍະງານບຸນທາງສາສະໜາທີ່ສຳຄັນລະຫວ່າງເດືອນກັນຍາ ຫາ ພະຈິກ ຊຶ່ງເປັນໄລຍະທີ່ຄວາມຕ້ອງການນ້ຳມັນສຳລັບເຮັດເຂົ້າໜົມຫວານ, ອາຫານວ່າງ ແລະ ອາຫານທອດເພີ່ມຂຶ້ນຢ່າງຫຼວງຫຼາຍ.
ລາຍລະອຽດຂອງການຫຼຸດພາສີພື້ນຖານມີດັ່ງນີ້: ນ້ຳມັນປາມດິບ ແລະ ນ້ຳມັນຖົ່ວເຫຼືອງດິບ ຫຼຸດລົງຈາກ 10% ເປັນ 5%, ນ້ຳມັນປາມ ແລະ ນ້ຳມັນຖົ່ວເຫຼືອງທີ່ກັ່ນແລ້ວ ຫຼຸດລົງຈາກ 32.5% ເປັນ 27.5%, ນ້ຳມັນດອກຕາເວັນດິບ ຫຼຸດລົງຈາກ 10% ເປັນ 0%, ນ້ຳມັນດອກຕາເວັນທີ່ກັ່ນແລ້ວຫຼຸດລົງຈາກ 32.5% ເປັນ 22.5%.
ນອກຈາກນັ້ນ, ໂຄງສ້າງການນຳເຂົ້ານ້ຳມັນພືດຂອງອິນເດຍຍັງປະກອບມີພາສີພັດທະນາພື້ນຖານໂຄງລ່າງກະສິກຳພິເສດ (AIDC) ແລະ ຄ່າບໍລິການສະຫວັດດີການສັງຄົມ. ດັ່ງນັ້ນ, ພາສີນຳເຂົ້າສຸດທິໂດຍລວມສຳລັບນ້ຳມັນປາມດິບ ແລະ ນ້ຳມັນຖົ່ວເຫຼືອງດິບຫຼຸດລົງຈາກ 16.5% ເປັນ 11%, ໃນຂະນະທີ່ນ້ຳມັນດອກຕາເວັນດິບຫຼຸດລົງຈາກ 16.5% ເປັນ 5.5%.
ປັດຈຸບັນ, ອິນເດຍອາໄສການນຳເຂົ້ານ້ຳມັນພືດປະມານ 2 ສ່ວນ 3 ຂອງຄວາມຕ້ອງການພາຍໃນປະເທດທັງໝົດ, ສ່ວນໃຫຍ່ແມ່ນມາຈາກຄູ່ຄ້າເຊັ່ນ: ມາເລເຊຍ, ອິນໂດເນເຊຍ, ອາກຊັງຕິນ, ຣັດເຊຍ ແລະ ອູແກຣນ.
ຄໍາເຫັນ