ຫ້ອງການປະຊາກອນ ແລະ ຊັບພະຍາກອນມະນຸດ (NPTD) ລະບຸໃນວັນທີ 25 ກັນຍາ ຜ່ານມາວ່າ: ການເຕີບໂຕຂອງປະຊາກອນສ່ວນໃຫຍ່ແມ່ນຍ້ອນການເພີ່ມຂຶ້ນຂອງກຳລັງແຮງງານກໍ່ສ້າງ ເພື່ອສະໜັບສະໜູນໂຄງການພື້ນຖານໂຄງລ່າງທີ່ສຳຄັນເຊັ່ນ: ອາຄານຜູ້ໂດຍສານ 5 ຂອງສະໜາມບິນ Changi ແລະ ການເລັ່ງເພີ່ມປະລິມານທີ່ຢູ່ອາໄສ.
NPTD ລະບຸວ່າ: ກຸ່ມຄົນງານນີ້ ຊຶ່ງຖືວ່າເປັນສ່ວນໜຶ່ງຂອງປະຊາກອນທີ່ບໍ່ແມ່ນພົນລະເມືອງ, ຍັງໄດ້ເຮັດວຽກໃນໂຄງການຂະຫຍາຍ Marina Bay Sands ແລະ ການກໍ່ສ້າງພື້ນຖານໂຄງລ່າງການຂົນສົ່ງ ດ້ວຍ.
ໃນຈຳນວນປະຊາກອນທີ່ເພີ່ມຂຶ້ນທັງໝົດ 97,300 ຄົນ, 70,300 ຄົນ ບໍ່ແມ່ນພົນລະເມືອງ, 24,200 ຄົນ ເປັນພົນລະເມືອງ ແລະ 2,800 ຄົນເປັນຜູ້ຢູ່ອາໄສຖາວອນ.
ໃນຂະນະດຽວກັນ, ຈຳນວນພົນລະເມືອງເພີ່ມຂຶ້ນ 0.7% ເປັນ 3.68 ລ້ານຄົນ ໃນເດືອນມິຖຸນາ 2026 ຈາກ 3.66 ລ້ານຄົນ ໃນເດືອນມິຖຸນາ 2025, ອີງຕາມບົດລາຍງານປະຊາກອນໂດຍຫຍໍ້ 2026 ຂອງ NPTD.
ຈຳນວນຜູ້ຢູ່ອາໄສຖາວອນໃນສິງກະໂປຍັງຂ້ອນຂ້າງຄົງທີ່ ຢູ່ທີ່ 550,000 ຄົນ ໃນເດືອນມິຖຸນາ 2026. ໃນປີ 2025 ມີ 25,094 ຄົນ ໄດ້ຮັບສັນຊາດສິງກະໂປ ແລະ ອີກ 35,352 ຄົນ ໄດ້ຮັບສະຖານະພາບການຢູ່ອາໄສຖາວອນ. ໂດຍຈຳນວນພົນລະເມືອງ ແລະ ຜູ້ຢູ່ອາໄສຖາວອນໂດຍສະເລ່ຍຕໍ່ປີໃນໄລຍະປີ 2021-2025 ໄດ້ເພີ່ມຂຶ້ນເມື່ອທຽບກັບ 5 ປີກ່ອນໜ້ານີ້.
ຄໍາເຫັນ