ທ່ານ ຟ້າມຮົ່ງທ້າຍ ຫົວໜ້າຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຝອງຍາ - ແກ໋ບາງ ໃຫ້ຮູ້ວ່າ: ສອງລາງວັນ World Travel Awards 2026 ພ້ອມກັບບັນດາການເຄື່ອນໄຫວສົ່ງເສີມຢູ່ປະເທດມານດິບ ໄດ້ຮັບຄວາມມຸ່ງຫວັງຈະປະກອບສ່ວນຍົກສູງການຮັບຮູ້ເຄື່ອງໝາຍການທ່ອງທ່ຽວ ກ໋ວາງຈິ, ສ້າງໂອກາດເຊື່ອມຕໍ່ຕະຫຼາດທ່ອງທ່ຽວສາກົນ.
ພາຍຫຼັງ 25 ປີນັບແຕ່ໄດ້ຮັບການຮັບຮອງເອົານາມມະຍົດ, ມາຮອດປັດຈຸບັນ, ເຄື່ອງໝາຍ ຝອງຍາ - ແກ໋ບາງ ໄດ້ໄປທົ່ວ 5 ທະວີບ, ກາຍເປັນເຄື່ອງໝາຍອັນລ້ຳຄ່າ, ປະກອບສ່ວນພັດທະນາ, ກຳນົດສະຖານທີ່ພັດທະນາໃໝ່ຢູ່ແຂວງກ໋ວາງຈິ. ສຳຄັນທີ່ສຸດແມ່ນຕ້ອງປະຕິບັດສອງໜ້າທີ່ຍຸດທະສາດແມ່ນປົກປ້ອງຄຸນຄ່າພິເສດຂອງອຸທະທິຍານ ກໍຄືຄວາມເປັນຫຼາຍຮູບແບບດ້ານຊີວະສາດ ແລະ ລະບົບວິເວດທີ່ເປັນເອກະລັກສະເພາະໄດ້ເປັນຢ່າງດີ, ສ້າງປະຖົມປັດໄຈ ເພື່ອເສີມຂະຫຍາຍບັນດາຄຸນຄ່າລະດັບສູງຂອງມໍລະດົກຢ່າງສົມເຫດສົມຜົນ.
ຄໍາເຫັນ