![]() |
ໂອກາດນີ້, ທ່ານຮອງລັດຖະມົນຕີໄດ້ແຈ້ງຕໍ່ກອງປະຊຸມໃຫ້ຊາບກ່ຽວກັບແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ເລກທີ 2483/ຄຈສພ, ລົງວັນທີ 26 ທັນວາ 2025 ກ່ຽວກັບທິດທາງການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງ ສສກ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງກະທັດຮັດ, ປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດສິດໄປຕາມທິດກະຊວງໜຶ່ງ, ກົມໜຶ່ງ, ພະແນກການໜຶ່ງຄຸ້ມຄອງຫຼາຍວຽກ ຫຼາຍຂະແໜງການ ພ້ອມທັງແບ່ງຂັ້ນຄຸ້ມຄອງແບ່ງສິດ-ຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ປັບປຸງສັບຊ້ອນບຸກຄະລາກອນຄືນໃໝ່ໃຫ້ເໝາະສົມກັບສະພາບຕົວຈິງ, ປັບປຸງກົນໄກ ລະບອບນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກ, ຄະນະນຳ, ຮາກຖານພັກ, ກົມກອງ, ພະແນກ ແລະ ພະແນກການຢູ່ທ້ອງຖິ່ນ.
ໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ເນັ້ນໜັກໃຫ້ບັນດາກົມກອງ, ສະຖາບັນ, ສູນ ແລະ ມະຫາວິທະຍາໄລແຫ່ງຊາດ ຈົ່ງນຳເອົາເນື້ອໃນຈິດໃຈຂອງແຈ້ງການ ຂອງຄະນະຈັດຕັ້ງສູນພາງພັກ ສະບັບດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍ ແລະ ຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ເພື່ອຮັບປະກັນໃຫ້ການປັບປຸງກົງຈັກການຈັດຕັ້ງໃໝ່ຂອງກະຊວງໃນຄັັ້ງນີ້.

ຄໍາເຫັນ