ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV
ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມປຶກສາຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ເຜີຍແຜ່ກົນໄກການປະສານງານແລກປ່ຽນຂໍ້ມູນ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ ສປປ ລາວ ຂຶ້ນໃນວັນທີ 13 ພຶດ ສະພາຜ່ານມາ ໂດຍການເປັນປະທານຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ

 

 ແລະ ຕ້ານການຄ້າມະນຸດ ຫົວໜ້າຫ້ອງການກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີບັນດາສະມາຊິກກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຈັດຂຶ້ນແນໃສ່ວຽກງານການຂຽນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ IV (ນັບແຕ່ປີ 2026-2030) ຈະໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງແຜນງານ 5 ປີໃນຕໍ່ໜ້າໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບແຜນວຽກຕ່າງໆຂອງສົນທິສັນຍາທີ່ ສປປ ລາວ ເປັນພາຄີ ເພື່ອໃຫ້ໄດ້ແຜນງານໄລຍະທີ 4 ທີ່ມີຄວາມສົມບູນແບບທີ່ສຸດ ເພື່ອນຳສົ່ງໃຫ້ລັດຖະບານພິຈາລະນາຮັບຮອງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີໃນຕໍ່ໜ້າໃຫ້ທັນຕາມກໍານົດເວລາ.

ກອງປະຊຸມໄດ້ນໍາສະເໜີການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ III (2021-2025) ແລະ ຮ່າງທິດທາງແຜນງານແຫ່ງຊາດ 5 ປີຕໍ່ໜ້າ, ປະກອບຄຳເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030), ເຜີຍແຜ່ການປົກປ້ອງຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນ ແລະ ມີຄຳຖາມແລກປ່ຽນກ່ຽວກັບກົນໄກການປະສານງານ, ການສົ່ງຕໍ່ຂໍ້ມູນໃນການຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍ.

ທີ່ມາ: ຄວາມສະຫງົບ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຈສພ ປັບປຸງການຈັດຕັ້ງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ

ຄຈສພ ປັບປຸງການຈັດຕັ້ງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ ຄຈສພ ໄລຍະຜ່ານມາ ແລະ ປັບປຸງການຈັດຕັ້ງ ພາຍໃນສຳນັກງານຈຳນວນໜຶ່ງ ຂຶ້ນໃນວັນທີ 16 ມິຖຸນາຜ່ານມາ ຢູ່ທີ່ສະໂມສອນ ຄຈສພ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວສໍານັກງານ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ເຊື່ອມຊຶມເອກກະສານ ແລະ ປັບປຸງການຈັດຕັ້ງ

ເມືອງສິງ ເຊື່ອມຊຶມເອກກະສານ ແລະ ປັບປຸງການຈັດຕັ້ງ

ໃນວັນທີ 18 ມິຖຸນານີ້, ເມືອງສິງ ແຂວງຫຼວງນໍ້າທາ ໄດ້ເຊື່ອມຊຶມເອກກະສານ ແລະ ປັບປຸງກົງຈັກການຈັດຕັ້ງ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານຂອງທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ.
ເມືອງດາກຈຶງ ຈະສູ້ຊົນເຮັດໃຫ້ການສົ່ງອອກສິນຄ້າ ບັນລຸ 145 ຕື້ກີບ

ເມືອງດາກຈຶງ ຈະສູ້ຊົນເຮັດໃຫ້ການສົ່ງອອກສິນຄ້າ ບັນລຸ 145 ຕື້ກີບ

ໃນໄລຍະ 5 ປີ (2025-2029) ເມືອງດາກຈຶງ ແຂວງເຊກອງ ໄດ້ຕັັ້ງເປົ້າໝາຍສູ້ຊົນເຮັດໃຫ້ການສົ່ງອອກສິນຄ້າ ປະເພດຜົນຜະລິດກະສິກໍາ, ເຄື່ອງປ່າຂອງດົງ ແລະ ເຄື່ອງຫັດຖະກໍາປຸງແຕ່ງ-ຈັກສານ ບັນລຸໄດ້ 145 ຕື້ກີບ ແລະ ການນໍາເຂົ້າໃຫ້ຢູ່ໃນລະດັບ 130 ຕື້ກີບ ແລະ ດູນການຄ້າໃນ 5 ປີ ໃຫ້ເກີນດູນ 14.2 ຕື້ກີບ.
ແຂວງຜົ້ງສາລີ ປາຖະກະຖາມູນເຊື້ອວັນແພດລາວ

ແຂວງຜົ້ງສາລີ ປາຖະກະຖາມູນເຊື້ອວັນແພດລາວ

ໃນວັນທີ 18 ມິຖຸນາຜ່ານມາ ທີສະໂມສອນໃຫຍ່ເມືອງບູນເໜືອ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນແພດລາວ ຄົບຮອບ 60 ປີ (ວັນທີ18 ມີຖຸນາ 1965-18 ມີຖຸນາ2025) ຂຶ້ນ, ໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງ,ຜູ້ຊີ້ນຳຂົງເຂດວັດທະນະທຳ -ສັງຄົມແຂວງ.
ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ໃນວັນທີ 17 ມິຖຸນາຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຈາກອິດທິພົນຂອງລົມພາຍຸ (ວຸທິບ) ຢູ່ບ້ານເມືອງໂຮງ ເມືອງຊົນນະບູລີ. ໂດຍການຕ້ອນຮັບຂອງທ່ານ ສຸກສາຄອນ ໂພທິລາດ ເຈົ້າເມືອງຊົນນະບູລີ ພ້ອມດ້ວຍຄະນະ ແລະ ພໍ່ແມ່ປະຊາຊົນ.
ສຳເລັດການຄັດເລືອກ ນັກອອກແບບໜຸ່ມນ້ອຍ ປະຈໍາປີ 2025

ສຳເລັດການຄັດເລືອກ ນັກອອກແບບໜຸ່ມນ້ອຍ ປະຈໍາປີ 2025

ເມື່ອຕົ້ນເດືອນມິຖຸນານີ້, ສະມາຄົມຫັດຖະກໍາລາວ, ລາວແຟຊັ້ນວີກ, ໂຮງແຮມສຸພັດຕາ ໄດ້ສຳເລັດການຈັດງານ ລາວແຟຊັ້ນວີກ 2025 ພາຍໃຕ້ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວເພື່ອສົ່ງເສີມຜ້າລາວໃຫ້ເຂົ້າສູ່ຕະຫຼາດແຟຊັ້ນສາກົນ ແລະ ສຳເລັດການຄັດເລືອກເອົາ 5 ນັກອອກແບບໜຸ່ມນ້ອຍລາວ ຊຶ່ງຈະໄດ້ມີໂອກາດໄປສຶກສາ ແລະ ຝຶກອົບຮົມ ໃນບັນດາສະຖາບັນແຟຊັ້ນທີ່ມີຊື່ສຽງຂອງໂລກ.
ເມືອງບໍ່ແຕນ ປາຖະກະຖາວັນແພດລາວ ຄົບຮອບ 60 ປີ

ເມືອງບໍ່ແຕນ ປາຖະກະຖາວັນແພດລາວ ຄົບຮອບ 60 ປີ

ໃນວັນທີ 18 ມີຖຸນານີ້ ຢູ່ທີ່ສະໂມສອນເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນແພດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແພດລາວ ຄົບຮອບ 60 ປີ, ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງ.
ຄປຊລ ສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2024

ຄປຊລ ສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2024

ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2024 ແລະ ທິດທາງປີ 2025 ຂອງຄະນະທີ່ປຶກສາດ້ານເສດຖະກິດຊາວໜຸ່ມລາວ (ຄປຊລ) ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ ຜ່ານມານີ້ ທີ່ຫ້ອງປະຊຸມສູນກິດຈະກຳຊາວໜຸ່ມ ແລະ ເຍົາວະຊົນ ເປັນກຽດເຂົ້າຮ່ວມມີ ທ່ານ ທອງລີ ສີສຸລິດ ຮອງປະທານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ທ່ານ ວິໄລສານ ພົມມີໄຊ ປະທານຄະນະທີ່ປຶກສາດ້ານເສດຖະກິດຊາວໜຸ່ມລາວ, ມີບັນດາຄະນະ ພ້ອມດ້ວຍສະມາຊິກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຊສ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ປະກາດການແຕ່ງຕັ້ງ

ກຊສ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ປະກາດການແຕ່ງຕັ້ງ

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວກລ້ອມ (ກຊສ) ໄລຍະປີ 2021-2025 ແລະ ປະການການແຕ່ງຕັ້ງຮອງລັດຖະມົນຕີ ຂຶ້ນໃນວັນທີ 16 ມິຖຸນາ ຜ່ານມາ ທີ່ ກຊສ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຊສ ມີບັນດາຄະນະພັກ-ຄະນະນໍາ ແລະ ສະມາຊິກພັກ-ພະນັກງານພາຍໃນ ກຊສ ເຂົ້າຮ່ວມ.
ໄຊສົມບູນ ເຜີຍແຜ່ວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030

ໄຊສົມບູນ ເຜີຍແຜ່ວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030

ກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ຮ່ວມກັບ ພະແນກພາຍໃນ ແຂວງໄຊສົມບູນ ຈັດກອງປະຊຸມ ເຜີຍແຜ່ວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດປີ 2030 ຂຶ້ນໃນ ລະຫວ່າງ ວັນທີ 16-18 ມິຖຸນາ 2025 ນີ້ ທີສະໂມສອນໃຫຍ່ເມືອງອະນຸວົງ ໂດຍການເປັນປະທານຂອງ ທ່ານ ຄຳກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.
ເພີ່ມເຕີມ