ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ
ໃນລະຫວ່າງວັນທີ 21-22​ ພືດສະພານີ້ ຢູ່ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ,​ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ ຮ່ວມກັບ​ ພະແນກ​ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ (ຊສ)​ ແຂວງ​ຈໍາປາສັກ​ ໄດ້ຈັດກອງປະຊຸມປຶກສາຫາລື​ ຂັ້ນແຂວງ​ (ພາກໃຕ້)​ ກ່ຽວກັບ​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ 2026​-2030 ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ​.​

ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກ ຊສ ແຂວງຈໍາປາສັກ ມີຄໍາເຫັນວ່າ: ບັນດາແຂວງພາກໃຕ້ຂອງລາວ ຖືໄດ້ວ່າຍັງມີຄວາມອຸດົມສົມບູນ, ເຕັມໄປດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ໂດຍສະເພາະແມ່ນ ແຂວງຈໍາປາສັກ ຊຶ່ງເປັນທີ່ຕັ້ງຂອງເຂດອະນຸລັກດິນບໍລິເວນນໍ້າຣາມຊ່າ ຄື: ບຶງກຽດໂງ້ງ. ຜ່ານມາ, ຄະນະພັກ - ອົງການປົກຄອງແຂວງ ກໍໄດ້ເອົາໃຈໃສ່ນໍາພາ - ຊີ້ນໍາວຽກງານອະນຸລັກ ແລະ ປົກປັກຮັກສາຊີວະນາໆພັນ ເພື່ອໃຫ້ມີຄວາມຍືນຍົງ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີຄວາມຫຍຸ້ງຍາກຫຼາຍປະການ. ຍ້ອນແນວນັ້ນ, ໃນກອງປະຊຸມຄັ້ງນີ້ ພວກເຮົາຈຶ່ງມີຄວາມກະຕືລືລົ້ນທີ່ຈະໄດ້ຮັບບົດຮຽນ ແລະ ປະສົບປະການໃໝ່ ຈາກການປຶກສາຫາລືໃນກອງປະຊຸມຄັ້ງນີ້.

ທ່ານ ຕ້ອມ ໄຊສົງຄາມ ຜູ້ຕາງໜ້າຂອງອົງການ ຢູເອັນດີພີ ປະຈໍາ ສປປ ລາວ ກໍມີຄໍາເຫັນວ່າ:

ໃນຖານະທີ່ເປັນຄູ່ຮ່ວມມືທີ່ສໍາຄັນຂອງລັດຖະບານ ສປປ ລາວ, ອົງການ ຢູເອັນດີພີ ມີຄວາມພູມໃຈ ທີ່ໄດ້ຮັບທຶນ ຈາກກອງທຶນສິ່ງແວດລ້ອມທົ່ວໂລກ ເພື່ອຊ່ວຍລັດຖະບານໃນການພັດທະນາຍຸດທະສາດ ແລະ ແຜນ ດໍາເນີນງານຊີວະນາໆພັນແຫ່ງຊາດ 2026-2030 ເພື່ອສ້າງຄາດໝາຍ ແລະ ບັນດາໜ້າວຽກຈຸດສຸມ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງຊີວະນາໆພັນສາກົນ. ສປປ ລາວ ອຸດົມສົມບູນໄປດ້ວຍຊີວະນາໆພັນ, ມີຫຼາຍຊະນິດພັນທີ່ເປັນເອກະລັກ ແລະ ຮັບຮູ້ ເຖິງບົດບາດສໍາຄັນທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ມີບົດບາດໃນການສ້າງຜົນປະໂຫຍດຫຼາຍຢ່າງທາງດ້ານລະບົບນິເວດ, ລວມທັງອາຫານ, ຢາ, ການຈ້າງງານ ແລະ ນໍ້າສະອາດ.

ທ່ານ ເທວະລັກ ພອນແກ້ວ ຮອງຫົວໜ້າກົມສິ່ງແວດລ້ອມ ກໍມີຄໍາເຫັນວ່າ: ມາຮອດປັດຈຸບັນ, ພວກເຮົາໄດ້ສໍາເລັດຮ່າງທໍາອິດຂອງຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນ ສະບັບປັບປຸງໃໝ່ ແລະ ໄດ້ດໍາເນີນຂະບວນການປຶກສາຫາລື ແລະ ທາບທາມ ໃນກອງປະຊຸມຂັ້ນສູງກາງ ແລະ ຂັ້ນແຂວງ ທັງ 2 ພາກ ຄື: ພາກເໜືອ ແລະ ພາກກາງ. ກອງປະຊຸມຄັ້ງນີ້, ຖືເປັນກອງປະຊຸມທາບທາມຂັ້ນແຂວງ ທາງພາກໃຕ້. ຈຸດປະສົງ ກໍເພື່ອເຜີຍແຜ່ຮ່າງສະບັບທໍາອິດ ຂອງຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ ສະບັບປັບປຸງໃໝ່, ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານ ຂອງ 2 ອະນຸສັນຍາ ພາຍໃຕ້ ສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ວຽກງານຂອງຂະແໜງການທີ່ກ່ຽວຂ້ອງ ພ້ອມທັງຮັບຟັງຄໍາຄິດເຫັນ ຈາກທຸກຂະແໜງການທີ່ກ່ຽວຂ້ອງ ຂອງບັນດາແຂວງທາງພາກໃຕ້ ເພື່ອໃຫ້ຍຸດທະສາດ ແລະ ແຜນດໍາເນີນງານ ຊີວະນາໆພັນແຫ່ງຊາດ ປີ 2026 - 2030 ສະບັບປັບປຸງໃໝ່ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ, ຮັບປະກັນໃຫ້ສະທ້ອນເຖິງຄວາມຮຽກຮ້ອງຕ້ອງການຕົວຈິງໃນດ້ານການອະນຸລັກ ແລະ ນໍາໃຊ້ຊີວະນາໆພັນແບບຍື່ນຍົງ ໃນແຕ່ລະພາກ ຂອງ ສປປ ລາວ. ໃນກອງປະຊຸມ, ໄດ້ນໍາສະເໜີຄວາມເປັນມາໂດຍຫຍໍ້ກ່ຽວກັບຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ; ນໍາສະເໜີຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ ສະບັບປັບປຸງໃໝ່ ເຊິ່ງຍົກໃຫ້ເຫັນຂໍ້ມູນໂດຍຫຍໍ້ກ່ຽວກັບ ສປປ ລາວ, ສະຖານະ ແລະ ທ່າອ່ຽງອ່ຽງຂອງຊີວະນາໆພັນໂລກ, ຂໍ້ມູນພື້ນຖານກ່ຽວກັບຊີວະນາໆພັນ ໃນ ສປປ ລາວ, ການປະເມີນຄວາມສອດຄ່ອງຂອງຍຸດທະສາດ ແລະ ແຜນດໍາເນີນງານ ຊີວະນາໆພັນແຫ່ງຊາດ 2016 - 2025 ກັບ ຂອບແຜນງານການຮ່ວມມື ຊີວະນາໆພັນສາກົນ ຄຸນໝິງ - ມົງເຣອານ, ການວິເຄາະສະພາບການຂອງການປົກປັກຮັກສາ ແລະ ການນໍາໃຊ້ຊີວະນາໆພັນທີ່ຍືນຍົງຂອງ ສປປ ລາວ.

(ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ

ກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ

ກອງປະຊຸມປຶກສາຫາລື ສ້າງຄວາມເຂົ້າໃຈ ແລະ ເອກະພາບ ເພື່ອກະກຽມລົງຊຸກຍູ້ເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາຄະນະພັກ, ບັນດາຄະນະຮັບຜິດຊອບລົງຊ່ວຍວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຂອງພັກ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ຊາວກະສິກອນ ບ້ານໂພນຢານາງ ປັກດໍາເຂົ້ານາປີໄດ້ 90%

ຊາວກະສິກອນ ບ້ານໂພນຢານາງ ປັກດໍາເຂົ້ານາປີໄດ້ 90%

ຊາວກະສິກອນ ບ້ານໂພນຢານາງ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນຕາມລະດູການຜະລິດ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%. ທ່ານ ຄໍາສຸກ ວົງຫາຈັກ ຮອງນາຍບ້ານ ໂພນຢານາງ ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ຊາວນາ ພາຍໃນບ້ານ ໂພນຢານາງ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີໃຫ້ທ່ວງກັບສະພາບດິນຟ້າອາກາດ (ນໍ້າຝົນ) ເພາະວ່າຊາວນາບ້ານເຮົາແມ່ນອີງໃສ່ແຕ່ທໍາມະຊາດເປັນຕົ້ນຕໍ, ລະບົບຊົນລະປະທານບໍ່ມີ, ຊຶ່ງມາຮອດປັດຈຸບັນແມ່ນສາມາດປັກດໍາໄດ້ແລ້ວ 90%, ທົ່ວບ້ານມີເນື້ອທີ່ທໍາການຜະລິດເຂົ້ານາປີທັງໝົດ 968 ເຮັກຕາກວ່າ. ໃນນີ້, ມີນາຢອດ 27 ເຮັກຕາກວ່າ, ສໍາລັບແນວພັນເຂົ້າທີ່ຊາວນາ ນໍາໃຊ້ແມ່ນແນວພັນເຂົ້າປັບປຸງເປັນສ່ວນຫຼາຍ ບໍ່ວ່າຈະເປັນ ແນວພັນເຂົ້າ ທ່າສະໂນ 11, ທ່າສະໂນ 13,ທ່າດອກຄໍາ 16 ແລະ ແນວພັນເຂົ້າຈ້າວຫອມສະຫວັນ
ຈັດຊຸດຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ນັກຮຽນ ມ4 ແລະ ມ7

ຈັດຊຸດຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ນັກຮຽນ ມ4 ແລະ ມ7

ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໄດ້ຈັດຊຸດຝຶກອົບຮົມວິຊາຊີບ ໄລຍະສັ້ນ 3 ເດືອນ ໃຫ້ນັກຮຽນ ມ4 ແລະ ມ7, ໃນ 2 ສາຂາວິຊາ ຄື: ຊ່າງສ້ອມແປງ - ບໍາລຸງຮັກສາລົດຈັກ, ຊ່າງສ້ອມແປງ ແລະ ນຳໃຊ້ຄອມພິວເຕີຂັ້ນພື້ນຖານ ຂຶ້ນໃນວັນທີ 24 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມສູນດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳສະພອນ ໄຊຍະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ.
ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ເມືອງພຽງ ປືກສາຫາລືການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນ

ກອງປະຊຸມປືກສາຫາລືກະກຽມການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖີ່ນພື້ນເມືອງລາວ 3 ເມືອງກາງຂອງແຂວງໄຊຍະບູລີ ແລະ ການກະກຽມຮັບຮອງພະເຈົ້າໂອຍ ວັດສີມຸງຄຸນ ໄຊຍະຣາມ ບ້ານນາບວມ ເມືອງພຽງ ເປັນມໍລະດົກທ້ອງຖີ່ນຂັ້ນແຂວງໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽງານການເມືອງແນວຄິດ ວຽກງານພັກພະນັກງານ.
ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...
ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.
ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ມອບເງິນປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ lX ທີ່ຈະໄຂຂຶ້ນໃນລະຫວ່າງວັນ 26-27 ມິຖຸນານີ້, ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃນການກະກຽມກອງປະຊຸມໃຫຍ່ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ພິທີມອບ-ຮັບເງິນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໂດຍການກ່າວມອບຂອງທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານ ແລະ ກ່າວຮັບໂດຍທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ຮັກສາການເລຂາພັກນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ ພ້ອມຄະນະ.
ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ເມື່ອບໍ່ດົນມານີ້ ຢູ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ຈິດຕະວົງ ສີສົງຄາມ ຮອງປະທານຄະນະກວດກາພັກແຂວງວຽງຈັນ.
ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ໃນວັນທີ 23 ມິຖຸນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່ ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ.
ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣ ນານາຊາດ ປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້ฌ ການລາຍງານຂ່າວບັນຫາຫາສີຂຽວ ໃຫ້ສື່ມວນຊົນ ພາກກາງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຊຶ່ງຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ນະຄອນຫຼວງວຽງຈັນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ເພີ່ມເຕີມ