ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ
ໃນລະຫວ່າງວັນທີ 21-22​ ພືດສະພານີ້ ຢູ່ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ,​ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ ຮ່ວມກັບ​ ພະແນກ​ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ (ຊສ)​ ແຂວງ​ຈໍາປາສັກ​ ໄດ້ຈັດກອງປະຊຸມປຶກສາຫາລື​ ຂັ້ນແຂວງ​ (ພາກໃຕ້)​ ກ່ຽວກັບ​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ 2026​-2030 ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ​.​

ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກ ຊສ ແຂວງຈໍາປາສັກ ມີຄໍາເຫັນວ່າ: ບັນດາແຂວງພາກໃຕ້ຂອງລາວ ຖືໄດ້ວ່າຍັງມີຄວາມອຸດົມສົມບູນ, ເຕັມໄປດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ໂດຍສະເພາະແມ່ນ ແຂວງຈໍາປາສັກ ຊຶ່ງເປັນທີ່ຕັ້ງຂອງເຂດອະນຸລັກດິນບໍລິເວນນໍ້າຣາມຊ່າ ຄື: ບຶງກຽດໂງ້ງ. ຜ່ານມາ, ຄະນະພັກ - ອົງການປົກຄອງແຂວງ ກໍໄດ້ເອົາໃຈໃສ່ນໍາພາ - ຊີ້ນໍາວຽກງານອະນຸລັກ ແລະ ປົກປັກຮັກສາຊີວະນາໆພັນ ເພື່ອໃຫ້ມີຄວາມຍືນຍົງ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີຄວາມຫຍຸ້ງຍາກຫຼາຍປະການ. ຍ້ອນແນວນັ້ນ, ໃນກອງປະຊຸມຄັ້ງນີ້ ພວກເຮົາຈຶ່ງມີຄວາມກະຕືລືລົ້ນທີ່ຈະໄດ້ຮັບບົດຮຽນ ແລະ ປະສົບປະການໃໝ່ ຈາກການປຶກສາຫາລືໃນກອງປະຊຸມຄັ້ງນີ້.

ທ່ານ ຕ້ອມ ໄຊສົງຄາມ ຜູ້ຕາງໜ້າຂອງອົງການ ຢູເອັນດີພີ ປະຈໍາ ສປປ ລາວ ກໍມີຄໍາເຫັນວ່າ:

ໃນຖານະທີ່ເປັນຄູ່ຮ່ວມມືທີ່ສໍາຄັນຂອງລັດຖະບານ ສປປ ລາວ, ອົງການ ຢູເອັນດີພີ ມີຄວາມພູມໃຈ ທີ່ໄດ້ຮັບທຶນ ຈາກກອງທຶນສິ່ງແວດລ້ອມທົ່ວໂລກ ເພື່ອຊ່ວຍລັດຖະບານໃນການພັດທະນາຍຸດທະສາດ ແລະ ແຜນ ດໍາເນີນງານຊີວະນາໆພັນແຫ່ງຊາດ 2026-2030 ເພື່ອສ້າງຄາດໝາຍ ແລະ ບັນດາໜ້າວຽກຈຸດສຸມ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງຊີວະນາໆພັນສາກົນ. ສປປ ລາວ ອຸດົມສົມບູນໄປດ້ວຍຊີວະນາໆພັນ, ມີຫຼາຍຊະນິດພັນທີ່ເປັນເອກະລັກ ແລະ ຮັບຮູ້ ເຖິງບົດບາດສໍາຄັນທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ມີບົດບາດໃນການສ້າງຜົນປະໂຫຍດຫຼາຍຢ່າງທາງດ້ານລະບົບນິເວດ, ລວມທັງອາຫານ, ຢາ, ການຈ້າງງານ ແລະ ນໍ້າສະອາດ.

ທ່ານ ເທວະລັກ ພອນແກ້ວ ຮອງຫົວໜ້າກົມສິ່ງແວດລ້ອມ ກໍມີຄໍາເຫັນວ່າ: ມາຮອດປັດຈຸບັນ, ພວກເຮົາໄດ້ສໍາເລັດຮ່າງທໍາອິດຂອງຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນ ສະບັບປັບປຸງໃໝ່ ແລະ ໄດ້ດໍາເນີນຂະບວນການປຶກສາຫາລື ແລະ ທາບທາມ ໃນກອງປະຊຸມຂັ້ນສູງກາງ ແລະ ຂັ້ນແຂວງ ທັງ 2 ພາກ ຄື: ພາກເໜືອ ແລະ ພາກກາງ. ກອງປະຊຸມຄັ້ງນີ້, ຖືເປັນກອງປະຊຸມທາບທາມຂັ້ນແຂວງ ທາງພາກໃຕ້. ຈຸດປະສົງ ກໍເພື່ອເຜີຍແຜ່ຮ່າງສະບັບທໍາອິດ ຂອງຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ ສະບັບປັບປຸງໃໝ່, ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານ ຂອງ 2 ອະນຸສັນຍາ ພາຍໃຕ້ ສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ວຽກງານຂອງຂະແໜງການທີ່ກ່ຽວຂ້ອງ ພ້ອມທັງຮັບຟັງຄໍາຄິດເຫັນ ຈາກທຸກຂະແໜງການທີ່ກ່ຽວຂ້ອງ ຂອງບັນດາແຂວງທາງພາກໃຕ້ ເພື່ອໃຫ້ຍຸດທະສາດ ແລະ ແຜນດໍາເນີນງານ ຊີວະນາໆພັນແຫ່ງຊາດ ປີ 2026 - 2030 ສະບັບປັບປຸງໃໝ່ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ, ຮັບປະກັນໃຫ້ສະທ້ອນເຖິງຄວາມຮຽກຮ້ອງຕ້ອງການຕົວຈິງໃນດ້ານການອະນຸລັກ ແລະ ນໍາໃຊ້ຊີວະນາໆພັນແບບຍື່ນຍົງ ໃນແຕ່ລະພາກ ຂອງ ສປປ ລາວ. ໃນກອງປະຊຸມ, ໄດ້ນໍາສະເໜີຄວາມເປັນມາໂດຍຫຍໍ້ກ່ຽວກັບຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ; ນໍາສະເໜີຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ ສະບັບປັບປຸງໃໝ່ ເຊິ່ງຍົກໃຫ້ເຫັນຂໍ້ມູນໂດຍຫຍໍ້ກ່ຽວກັບ ສປປ ລາວ, ສະຖານະ ແລະ ທ່າອ່ຽງອ່ຽງຂອງຊີວະນາໆພັນໂລກ, ຂໍ້ມູນພື້ນຖານກ່ຽວກັບຊີວະນາໆພັນ ໃນ ສປປ ລາວ, ການປະເມີນຄວາມສອດຄ່ອງຂອງຍຸດທະສາດ ແລະ ແຜນດໍາເນີນງານ ຊີວະນາໆພັນແຫ່ງຊາດ 2016 - 2025 ກັບ ຂອບແຜນງານການຮ່ວມມື ຊີວະນາໆພັນສາກົນ ຄຸນໝິງ - ມົງເຣອານ, ການວິເຄາະສະພາບການຂອງການປົກປັກຮັກສາ ແລະ ການນໍາໃຊ້ຊີວະນາໆພັນທີ່ຍືນຍົງຂອງ ສປປ ລາວ.

(ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ