ຮ່າໂນ້ຍ ປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ

ຮ່າໂນ້ຍ ປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີເປີດເດືອນຈຸດສຸມ “ເພື່ອຄົນທຸກຍາກ ແລະ ຊ່ວຍເຫຼືອສັງຄົມ” ປີ 2023.

ກ່າວຄຳເຫັນໃນພິທີ, ທ່ານ ເຈິນຊີ້ແທງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ: ທາງນະຄອນຍາມໃດກໍກຳນົດການຮັບປະກັນການຊ່ວຍເຫຼືອສັງຄົມ ແລະ ການປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແມ່ນວຽກງານການເມືອງສຳຄັນ. ໃນໄລຍະ 2022 – 2025, ຮ່າໂນ້ຍ ໄດ້ວາງຄາດໝາຍແຕ່ລະປີຈະຫຼຸດຈຳນວນຄອບຄົວທຸກຍາກລົງແຕ່ 25% ຫາ 30% ຈຳນວນຄອບຄົວທຸກຍາກ ແລະ ຄອບຄົວໃກ້ຈະທຸກຍາກແມ່ນ 10%; ສູ້ຊົນເມື່ອຮອດທ້າຍປີ 2025, ທາງນະຄອນຈະບໍ່ມີຄອບຄົວທຸກຍາກໂດຍພື້ນຖານ. ທ່ານ ເຈີ່ນຊີແທງ ຍັງໃຫ້ຮູ້ວ່າ: ໂດຍສືບຕໍ່ບັນດາຜົນງານທີ່ບັນລຸໄດ້, ເດືອນຈຸດສຸມ “ເພື່ອຄົນທຸກຍາກ” ປີ 2023 ຈະແມ່ນໂອກາດເພື່ອໃຫ້ແຕ່ລະອົງການຈັດຕັ້ງ, ວິສາຫະກິດ ຢູ່ນະຄອນ ແລະ ປະຊາຊົນນະຄອນຫຼວງ ສືບຕໍ່ສະແດງໃຫ້ເຫັນນ້ຳໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະ ກັນ, ດ້ວຍບັນດາການກະທຳແທດຈິງ, ລະອຽດເພື່ອຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈປະຕິບັດເປົ້າໝາຍຊ່ວຍເຫຼືອເຮືອນຢູ່ໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ຈະທຸກຍາກ.

ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນນະຄອນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ປຸກລະດົມການສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ”; ມອບທຶນຊ່ວຍເຫຼືອໃຫ້ 245 ຄອບຄົວທຸກຍາກໃນນະຄອນ. ພິເສດ, ຄະນະຂົນຂວາຍກອງທຶນເພື່ອຄົນທຸກຍາກ ນະຄອນຮ່າໂນ້ຍ ໄດ້ຮັບເງິນສະໜັບສະໜູນຫຼາຍກວ່າ 50 ຕື້ດົງ (ປະມານ 2 ລ້ານໂດລາ) ຈາກບັນດາອົງການ, ວິສາຫະກິດ ແລະ ສ່ວນບຸກຄົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ປະຊາຊົນຫຼາຍກວ່າ 14,000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນເຂດພິເສດອາເຈະ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 25 ພະຈິກ ຜ່ານມາ, ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 14,000 ຄົນ.
BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

BOK ປັບການຄາດຄະເນການເຕີບໂຕທາງເສດຖະກິດ ປີ 2026 ເປັນ 3.9%

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ພະຈິກນີ້ວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ປັບເພີ່ມການຄາດຄະເນການເຕີບໂຕທາງເສດຖະກິດໃນປີ 2026 ເປັນ 3.9% ຈາກເດີມ 3.3%, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກຊິບເຊມິຄອນດັກເຕີດ້ານປັນຍາປະດິດ (AI) ທີ່ເຂັ້ມແຂງ ຊຶ່ງຊ່ວຍຊຸກຍູ້ໃຫ້ເສດຖະກິດເຕີບໂຕໄດ້ດີກວ່າທີ່ຄາດຄະເນໄວ້ກ່ອນໜ້ານີ້.
ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ການລົງທຶນ ແລະ ການຮ່ວມມື ໃນຂົງເຂດພະລັງງານ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 3,330 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 26 ພະຈິກ ຜ່ານມາ, ກອງປະຊຸມລັດຖະມົນຕີພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງ ທາງທິດຕາເວັນອອກຂອງຈີນ.
ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ຫວຽດນາມ ສະເໜີທິດທາງການພັດທະນາເສດຖະກິດ ຮາລານ ທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 - 25 ພະຈິກ ຜ່ານມາ, ຢູ່ເມືອງອິສຕັນບູລ ປະເທດຕວັກ​ກີ, ທ່ານ​ນາງ ຫງວຽນ​ມິນ​ຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໄດ້ນຳພາຄະນະຜູ້ແທນຫຼາຍ​ຂະ​ແໜງ​ການ ເຂົ້າຮ່ວມກອງປະຊຸມ​ຂັ້ນ​ສູງ ຮາລານ ໂລກຄັ້ງທີ 12 ແລະ ຊຸກ​ຍູ້ການຮ່ວມມື ຮາລານ ກັບ ຕວັກ​ກີ.
ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສິງກະໂປ - ອົສຕຣາລີ ລົງນາມຂໍ້ຕົກລົງ ການດັກຈັບ ແລະ ກັກເກັບກາກບອນ ຂ້າມຊາຍແດນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປລາຍງານວ່າ, ສິງກະໂປ ແລະ ອົສຕຣາລີ ໄດ້ລົງນາມໃນຂໍ້ຕົກລົງເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍກາກບອນໄດອອກໄຊຂ້າມຊາຍແດນຈາກສິງກະໂປໄປຍັງອົສຕຣາລີ ສຳລັບການກັກເກັບທາງທໍລະນີວິທະຍານອກຝັ່ງ ຊຶ່ງເປັນການປູທາງໃຫ້ແກ່ການຮ່ວມມືດ້ານການດັກຈັບ ແລະ ເກັບຮັກສາກາກບອນລະຫວ່າງສອງປະເທດ.
ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສີລັງກາ ອະນຸມັດເງິນກູ້ 30 ລ້ານໂດລາ ຈາກກອງທຶນ OPEC

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຄະນະລັດຖະມົນຕີສີລັງກາໄດ້ອະນຸມັດຂໍ້ສະເໜີສຳລັບເງິນກູ້ 30 ລ້ານໂດລາ ຈາກກອງທຶນພັດທະນາສາກົນ OPEC. ເພື່ອສະໜັບສະໜູນໂຄງການປະຕິຮູບຂອງສີລັງກາເພື່ອການເຕີບໂຕ, ຄວາມຍືດຍຸ່ນ ແລະ ເປີດກວ້າງ ຊຶ່ງມີຮູບແບບການຈັດຫາແຫຼ່ງທຶນທີ່ສອດຄ່ອງກັບທຶນສະໜັບສະໜູນຈາກທະນາຄານໂລກພາຍໃຕ້ໂຄງການດຽວກັນ.
ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ ຈີນ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ 10.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 25 ພະ​ຈິກ ຜ່ານມາ, ອົງ​ການ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ສະ​ຖິ​ຕິ​ກ່ຽວ​ກັບ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວ​ປະ​ເທດ​ຈີນ​ລະ​ຫວ່າງ​ເດືອນ​ມັງ​ກອນ​-ເດືອນ​ຕຸ​ລາ​ປີ​ນີ້.
ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ທ່ານ ເລມິງຮຶງ ຮຽກຮ້ອງສ້າງແຜນພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງໂຕເລກໃຫ້ແກ່ປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ​ ​ໃນວັນ​ທີ 25 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ກ່າວ​ຄຳ​ເຫັນສະຫຼຸບກອງປະຊຸມກ່ຽວກັບ​ແຜນ​ການເຕີບໂຕປີ 2027 ແລະ ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ໃນ​ຊຸມເດືອນທີ່ຍັງເຫຼືອຂອງປີ 2026, ໂດຍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສຸມ​ໃສ່​ຢ່າງ​ເຂັ້ມງວດ, ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວຂາດບັນ​ດາ​ໜ້າ​ທີ່, ມາດ​ຕະ​ການແກ້ໄຂ​ເພື່ອ​ບັນ​ລຸເປົ້າ ໝາຍເຕີບໂຕປີ 2026; ສືບຕໍ່ຄວບຄຸມລາຄາ, ໄພເງິນເຟີ້, ​ຮັດ​ແໜ້ນ​ລະ​ບຽບ​ວິ​ໄນການລົງທຶນພາກລັດ ແລະ ​ຍູ້​ແຮງ​ການ​ປ່​ອຍ​ເງິນລົງທຶນ.
ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ອົສຕຣາລີ ມີຄວາມສ່ຽງຕໍ່ເສດຖະກິດຊຸດໂຊມລົງ ເພີ່ມສູງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ, ແມກຄົວຣີ ຊຶ່ງເປັນກຸ່ມບໍລິສັດບໍລິການດ້ານທະນາຄານຂະໜາດໃຫຍ່ຂອງອົສຕຣາລີ ໄດ້ເຕືອນວ່າ, ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ເຊັ່ນ: ໄພເງິນເຟີ້, ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ອັດຕາການວ່າງງານສູງຂຶ້ນເປັນຕົ້ນ, ຄວາມເປັນໄປໄດ້ທີ່ເສດຖະ ກິດອົສຕຣາລີຈະເຂົ້າສູ່ພາວະຊຸດໂຊມລົງມີເຖິງເກືອບ 50%.
ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ອິນເດຍ-ເນປານ ເປີດຂະບວນລົດໄຟຂ້າມຊາຍແດນ ສາຍໃໝ່

ສຳນັກຂ່າວສານຊິນຮວາລາຍງານວ່າ: ທ່ານ ບາເລນທຣາ ຊາ ນາຍົກລັດຖະມົນຕີເນປານ ຊຶ່ງເດີນທາງຢ້ຽມຢາມປະເທດອິນເດຍຢ່າງເປັນທາງການໃນວັນທີ 22-23 ພະຈິກ ຜ່ານມາ, ພ້ອມດ້ວຍທ່ານ ນາເຣນດາ ໂມດີນາຍົກລັດຖະມົນຕີອິນເດຍ ໄດ້ຮ່ວມກັນເປີດຂະບວນລົດໄຟໂດຍສານ ຊາຣຢູ-ກາມາລາ ເອັກສເພຣສ (U-Kamala Express) ຊຶ່ງເປັນລົດໄຟຂ້າມຊາຍແດນສາຍໃໝ່ ຜ່ານລະບົບອອນລາຍ. ລົດໄຟຂະບວນໃໝ່ນີ້ມີກຳນົດຈະໃຫ້ບໍລິການອາທິດລະໜຶ່ງຄັ້ງ, ໂດຍແລ່ນເຊື່ອມຕໍ່ລະຫວ່າງ 2 ເມືອງສຳຄັນທາງສາສະໜາຄື: ເມືອງອະໂຍທະຍາ ໃນລັດອຸດຕະຣະປະເທດ ທາງພາກເໜືອຂອງອິນເດຍ ແລະ ເມືອງຈານັກປູຣ ຂອງເນປານ.
ເພີ່ມເຕີມ