![]() |
ໃນພິທີ,ທ່ານ ບຸນເລີດ ເທບວົງສາໄດ້ກ່າວ ເປີດກອງປະຊຸມ,ຈາກນັ້ນ ທ່ານ ໂພສີ ຈັນມິ່ງ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ທັງເປັນຫົວໜ້າຄະນະຮັບຜິດຊອບໄດ້ລາຍງານໂດຍຫຍໍ້ກ່ຽວກັບຂະບວນການກະກຽມ ແລະ ທາບທາມຮ່າງວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026ວ່າ:ເພື່ອຄົ້ນຄວ້າ, ປັບປຸງ ແລະ ເປັນເອກະພາບກັນທາງດ້ານເນື້ອໃນໃຫ້ມີຄວາມຄົບຖ້ວນ, ເລິກເຊິ່ງ, ຖືກກັບຄວາມເປັນຈິງ ແລະ ໃຫ້ສາມາດຮັບຮອງໄດ້ ໂດຍເນື້ອໃນຕົ້ນຕໍ ຂອງບົດດັ່ງກ່າວ ແມ່ນໄດ້ກໍານົດອອກເປັນ 6 ວິໄສທັດ ແລະ ຍຸດທະສາດ ໃນການພັດທະນາອົງການກວດສອບແຫ່ງລັດ ຄື: 1. ຍຸດທະສາດການພັດທະນາແລະປັບປຸງກົງຈັກການຈັດຕັ້ງ, 2. ຍຸດທະສາດການພັດທະນາດ້ານບຸກຄະລາກອນ, 3. ຍຸດທະສາດການພັດທະນາແລະສ້າງຄວາມເຂັ້ມແຂງດ້ານວຽກງານວິຊາສະເພາະ, 4. ຍຸດທະສາດວຽກງານການສ້າງ ແລະ ປັບປຸງນິຕິກຳ, 5. ຍຸດທະສາດການພັດທະນາພື້ນຖານໂຄງລ່າງ ແລະ ການຫັນເປັນທັນສະໄໝ ແລະ 6. ຍຸດທະສາດການຮ່ວມມື ແລະ ເຊື່ອມໂຍງກັບສາກົນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ, ປັບປຸງແກ້ໄຂຈຸດອ່ອນ-ຄົງຄ້າງ, ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.
![]() |
ໃນນັ້ນ,ບັນດາຜູ້ເຂົ້າ,ໄດ້ພ້ອມກັນປະກອບຄໍາຄິດເຫັນ ແລະ ໄດ້ເປັນເອກະພາບກັນຮັບຮອງເອົາດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ,ໃນຕອນທ້າຍ, ປະທານກອງປະຊຸມ ຍັງກໍ່ໄດ້ເນັ້ນໃຫ້ຄະນະນໍາທຸກຂັ້ນ ລວມທັງພະນັກງານ-ລັດຖະກອນຂອງອົງການກວດສອບແຫ່ງລັດ ໄດ້ນໍາເອົາເນື້ອໃນຈິດໃຈທີ່ໄດ້ຮັບຮອງຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃຫ້ເກີດຜົນເປັນຈິງ.(ຂ່າວ-ພາບ:ສຳນານ)


ຄໍາເຫັນ