ຮັບປະກັນການບິນຮັບໃຊ້ຕາມຄຳສັ່ງຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ

ຮັບປະກັນການບິນຮັບໃຊ້ຕາມຄຳສັ່ງຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ

ຮັບປະກັນການບິນຮັບໃຊ້ຕາມຄຳສັ່ງຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ
ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ສະແດງຄວາມປິຕິຍິນດີ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ຕໍ່ວັນໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວເຮົາ. ວັນດັ່ງກ່າວ, ເປັນວັນສໍາຄັນຍິ່ງ ເພາະປວງຊົນລາວທັງຊາດໄດ້ມີອິດສະຫຼະພາບອອກຈາກແອກປົກຄອງຂອງຈັກກະພັດ ແລະ ເປັນເຈົ້າຂອງປະເທດຊາດຢ່າງສົມບູນ, ນັບແຕ່ມື້ສະຖາປະນາ ຈົນມາເຖິງປະຈຸບັນ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບ
ຮບປະກນການບນຮບໃຊຕາມຄຳສງຂອງຂນເທງ ດວຍຄວາມຮບຜດຊອບສງ - image 1
 

ດ້ານຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນແຕ່ລະໄລຍະຂອງການປະຕິວັດ ແລະ ໄດ້ຮັບໄຊຊະນະເປັນກ້າວໆມາ ຖ້າທຽບໃສ່ເມື່ອກ່ອນ ໃນໄລຍະປະເທດຊາດ ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຕາງດ້າວ ປະຊາຊົນ ລາວບັນດາເຜົ່າ ຖືກກົດຂີ່ຂູດຮີດນານາປະການ ໄດ້ຮັບຄວາມທຸກທໍລະມານ ທັງກາຍ ແລະ ຈິດໃຈ, ປະເທດຊາດ ບໍ່ໄດ້ຮັບການພັດທະນາ, ແຕ່ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ພາຍໃຕ້ການ ນໍາພາ-ຊີ້ນໍາອັນປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ ມາຮອດປັດຈຸບັນເປັນເວລາ 50 ປີ, ປະເທດຊາດໄດ້ຮັບການພັດທະນາໃນທຸກດ້ານ ໂດຍສະເພາະທາງດ້ານພື້ນຖານໂຄງລ່າງເຊັ່ນ: ເສັ້ນທາງ ຄົມມະນາ ຄົມ ທັງທາງບົກ, ທາງນໍ້າ, ທາງອາກາດ ໃນທົ່ວປະເທດ ແລະ ລະຫວ່າງປະເທດ ມີການ ພັດທະນາໃຫ້ຄວາມສະດວກສະບາຍ, ອັນພົ້ນເດັ່ນແມ່ນມີທາງດ່ວນ, ທາງລົດໄຟ, ທ່າກຳປັ່ນ ສາມາດ ເຊື່ອມຕໍ່ລະຫວ່າງ ສປປ ລາວ ກັບ ສປຈີນ ແລະ ບັນດາປະເທດໃນພາກພື້ນໃນອານະຄົດ ເຊິ່ງອໍານວຍ ຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ, ການບໍລິການທ່ອງທ່ຽວ ແລະບໍລິການດ້ານອື່ນໆ ເຮັດໃຫ້ ເສດຖະກິດຂອງປະເທດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ, ຂົງເຂດສຶກສາ-ສາທາ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ນັບແຕ່ຂັ້ນສູນກາງ ຈົນຮອດຂັ້ນທ້ອງຖິ່ນ. ສໍາລັບກອງທັບ ກໍ່ໄດ້ຮັບການປັບປຸງກໍ່ສ້າງໃຫ້ເຕີບໃຫຍ່ເຂັ້ມແຂງ ຕາມທິດມີແບບແຜນ ແລະ ທັນສະໄໝ ໄດ້ສ້າງ ບັນດາວິທະຍາຄານ, ບັນດາເຫຼົ່າຮົບວິຊາສະເພາະ ເພື່ອຮັບປະກັນໃນການສະໜອງບຸກຄະລາກອນ ແລະ ຮັບປະກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະເທດຊາດໝອບໝາຍໃຫ້.

ຮບປະກນການບນຮບໃຊຕາມຄຳສງຂອງຂນເທງ ດວຍຄວາມຮບຜດຊອບສງ - image 2
 

ສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດ ໃຫ້ຮູ້ຕື່ມວ່າ: ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານຂອງກອງບັນຊາການທະຫານອາກາດ, ພາຍ

ຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 30 ມັງກອນ 2019 ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ, ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນໍາກະຊວງໃນການຈັດຕັ້ງການບິນ, ບິນຮັບໃຊ້ໜ້າ ທີ່ການເມືອງ-ການທະຫານ, ເສດຖະກິດ-ວັດທະນາທໍາ-ສັງຄົມ, ອີງຕາມຄໍາສັ່ງຂອງຂັ້ນເທິງ, ຕະຫຼອດ ໄລຍະຜ່ານມາຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານອາກາດໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ປັບປຸງກໍ່ສ້າງກົມກອງ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງ ອອກ ແລະມີຜົນສໍາເລັດຫຼາຍດ້ານພົ້ນເດັ່ນແມ່ນ: ໄດ້ປັບປຸງລະບົບບັນຊາ-ນໍາພາ ແຕ່ລະຂັ້ນ ນັບແຕ່ຂັ້ນອົງການຈົນຮອດກົມກອງຮາກຖານ, ຈັດຕັ້ງການບິນ ບິນຮ່ວມຊ້ອມຮົບໂລ້ກຳບັງມິດຕະພາບ ລະຫວ່າງລາວ-ຈີນ, ຈີນ-ລາວ, ເຂົ້າຮ່ວມຫັດແອບກອບກູ້ໄພພິບັດ 3 ກອງທັບ: ລາວ-ຫວຽດນາມ ແລະ ກຳປູເຈຍ, ເຂົ້າຮ່ວມຊ້ອມຮົບຣາໂຣດ 2025 ລະຫວ່າງລາວ-ຣັດເຊຍ ມີຄວາມປອດໄພ 100%, ປັບປຸງຄ້າຍຄູ-ຫ້ອງການ, ເຮືອນກິນເຂົ້າ ແລະ ຫໍພັກສໍາເລັດ ທັງສະອາດງາມຕາ, ປັງປຸງຊີວິດການເປັນຢູ່, ການນຸ່ງຖືເຄື່ອງແບບ ແລະ ການປະຕິບັດລະລຽບວິໄນ ໂດຍ ສະເພາະ 7 ລະບອບ 18 ວຽກແຕ່ລະມື້ຂອງກອງທັບຢ່າງເຂັ້ມງວດ, ພິເສດແມ່ນໄດ້ຈັດຕັ້ງກິນ ເຂົ້າສວາຍລວມໝູ່ທົ່ວກອງບັນຊາການທະຫານອາກາດ, ວຽກງານພົວພັນກັບບັນດາກອງທັບເພື່ອນມິດຍຸດທະສາດ ໄດ້ເອົາໃຈໃສ່ພົວພັນຮ່ວມມືກັບ ສປ ຈີນ, ສະຫະພັນຣັດເຊຍ ແລະ ສສ ຫວຽດນາມ ເພື່ອຍາດແຍ່ງເອົາບົດຮຽນ ແລະ ທຶນກໍ່ສ້າງນາຍທະຫານຕາມແຜນຂອງຂັ້ນເທິງ, ນອກນີ້ ຍັງ ໄດ້ພົວພັນຮ່ວມມືກັບບັນດາປະເທດໃນກອບອາຊຽນ.

ແຜນການຄາດໝາຍສູ້ຊົນໃນຕໍ່ໜ້າຈະສືບຕໍ່ຮ່ວມມືກັບຊ່ຽວຊານ ສປ ຈີນ ໃນການກໍ່ສ້າງ ສະໜາມບິນ ແລະ ໂຮງຮຽນທະຫານອາກາດ ຢູ່ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນໃຫ້ສໍາເລັດຕາມແຜນການ, ສືບຕໍ່ສ້າງຕັ້ງກົມກອງທະຫານອາກາດ ຈໍານວນໜຶ່ງ ແລະ ນໍາ ສະເໜີຂັ້ນເທິງເພື່ອສ້າງໂຮງໝໍ 60 ຕຽງທະຫານອາກາດຕາມແຜນການ.

ຮບປະກນການບນຮບໃຊຕາມຄຳສງຂອງຂນເທງ ດວຍຄວາມຮບຜດຊອບສງ - image 3
 

ສໍາລັບການກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ໃກ້ຈະມາເຖິງ ນີ້, ກອງບັນຊາການທະຫານອາກາດຂອງພວກເຮົາກໍ່ໄດ້ປະກອບສ່ວນເຂົ້າໃນການເດີນຂະບວນສວນສະໜາມຂອງ ກະຊວງປ້ອງກັນປະເທດ, ເປັນຕົ້ນແມ່ນທາງອາກາດ ແລະ ທາງພາກພື້ນດິນ, ທາງອາກາດ ພວກເຮົາໄດ້ໃຊ້ຍົນຈໍານວນ 5 ລໍາ ບິນສະແດງ 1 ລໍາ (Yak-130), ໃຊ້ແກ່ທຸງ 4 ລໍາ; ສ່ວນກ້ອນສວນສະໜາມພາກພື້ນດິນປະກອບມີ 2 ກ້ອນຄື: ກ້ອນທະຫານອາກາດຍິງ ແລະ ກ້ອນທະຫານອາກາດຊາຍ.

ໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ຕາງໜ້າ ພະນັກງານ-ນັກຮົບທະຫານອາກາດ ຂໍສະແດງຄວາມຮູ້ບຸນຄຸນມາຍັງພັກປະຊາຊົນປະຕິວັດລາວ ທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ນໍາພາ-ຊີ້ນໍາ ເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາເຕີບ ໃຫຍ່ເຂັ້ມແຂງ, ຂໍອວຍພອນໄຊອັນປະເສີດມາຍັງ ການນໍາພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ສືບຕໍ່ນໍາພາ-ຊີ້ນໍາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມດ້ວຍບາດກ້າວທີ່ໜັກແໜ້ນ, ອວຍ

ພອນຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນໍາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ກາຍເປັນກອງທັບປະຕິວັດ ທີ່ ມີແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ, ອວຍພອນມາຍັງພະນັກງານ-ນັກຮົບ, ປະຊາຊົນລາວ ບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຢ່າງເປັນ ຂະບວນ ຟົດຟື້ນມ່ວນຊື່ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ວັນຊາດທີ 2 ທັນວາ ປີນີ້ພໍດີຄົບຮອບ 50 ປີ ຊຶ່ງເປັນອີກໜຶ່ງວັນທີ່ມີຄວາມໝາຍ-ຄວາມສຳຄັນທີ່ສຸດ ແລະ ເປັນວັນເອກອ້າງທະນົງໃຈຂອງປວງຊົນລາວທັງຊາດ. ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍ-ຄວາມສຳຄັນເລິກເຊິ່ງ ໃນໂອກາດວັນສຳຄັນດັ່ງກ່າວ ຈະເຫັນໄດ້ວ່າຢູ່ຕາມສະຖານທີ່ຕ່າງໆທົ່ວປະເທດ ກໍຄືໃນນະຄອນຫຼວງວຽງຈັນ (ນວ) ກໍຈະມີການປະດັບປະດາເອຍ້ອງຫຼາຍສີສັນສວຍງາມ, ສ້າງຂະບວນການຕ່າງໆ, ມີຫຼາກຫຼາຍກິດຈະກຳ ເພື່ອຂໍ່ານັບຮັບຕ້ອນ, ກະກຽມການສະເຫຼີມສະຫຼອງວັນດັ່ງກ່າວໃກ້ມາເຖິງນີ້ໃຫ້ເປັນຂະບວນຟົດຟື້ນ.
ທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ

ທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ

ກອງປະຊຸມທາບທາມຮ່າງຂໍຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ ແລະ ອານຸລັກຊ້າງບ້ານ, ເຜີຍແຜ່ກົດໝາຍວ່າດ້ວຍສະຫະກອນ ແລະ ເຜີຍແຜ່ດຳລັດ ວ່າດ້ວຍກະສິກຳແບບມີສັນຍາ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ ຢູ່ທີ່ສະໂມສອນ ເມືອງເງິນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ແສງຈັນ ພານຸເດດ ຫົວໜ້າຂະແໜງກວດກາ ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍທຂ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

ຍທຂ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນໃນວັນທີ 25 ພະຈິກນີ້ ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ໂດຍມີ ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ, ພະນັກງານກະຊວງ ຍທຂ ເຂົ້າຮ່ວມຮັບຟັງ.
ງານລ້ຽງນໍ້າຊາ ປະຈໍາປີ 2025

ງານລ້ຽງນໍ້າຊາ ປະຈໍາປີ 2025

ສະ​ຫະ​ພັນ​ແມ່​ຍິງ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈັດ​ງານລ້ຽງນໍ້າຊາ ປະຈໍາປີ 2025-ພົບປະສັງສັນ ລະຫວ່າງບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງຂອງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດຍິງ, ພັນລະຍາທູຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກສໍານັກງານຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ຂຶ້ນໃນ​ວັນ​ທີ 25 ພະຈິກນີ້ ທີ່ສູນ​ການຮ່ວມ​ມືສາກົນ​ ແລະ ການຝຶກ​ອົບ​ຮົມ (ICTC) ໂດຍການເປັນປະທານຂອງທ່ານ ນາງວາດສະໜາ ພົມວິ ຫານ ພັນລະຍາລັດຖະມົນຕີ ກະຊວງການຕ່າງປະເທດ ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.
ງານລ້ຽງນໍ້າຊາ ປະຈໍາປີ 2025

ງານລ້ຽງນໍ້າຊາ ປະຈໍາປີ 2025

ສະ​ຫະ​ພັນ​ແມ່​ຍິງ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈັດ​ງານລ້ຽງນໍ້າຊາ ປະຈໍາປີ 2025-ພົບປະສັງສັນ ລະຫວ່າງບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງຂອງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດຍິງ, ພັນລະຍາທູຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກສໍານັກງານຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ຂຶ້ນໃນ​ວັນ​ທີ 25 ພະຈິກນີ້ ທີ່ສູນ​ການຮ່ວມ​ມືສາກົນ​ ແລະ ການຝຶກ​ອົບ​ຮົມ (ICTC) ໂດຍການເປັນປະທານຂອງທ່ານ ນາງວາດສະໜາ ພົມວິ ຫານ ພັນລະຍາລັດຖະມົນຕີ ກະຊວງການຕ່າງປະເທດ ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.
ບໍລິສັດສວນວັດທະນະທຳຊຽງຄວນ ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ຄົບຮອບ 35 ປີ ສຄອຊ

ບໍລິສັດສວນວັດທະນະທຳຊຽງຄວນ ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ຄົບຮອບ 35 ປີ ສຄອຊ

ບໍລິສັດ ສວນວັດທະນະທຳຊຽງຄວນຈຳກັດຜູ້ດຽວ ແມ່ນໜຶ່ງໃນບໍລິສັດທີ່ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນປະຈຳປີ 2025 ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ, ຕາງໜ້າມອບລາງວັນໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາງໜ້າຮັບໂດຍ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດ ສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພ້ອມດ້ວຍບັນດາທ່ານຕາງໜ້າຈາກພາກລັດ,ສະມາຄົມທຸລະກິດ, ນັກທຸລະກິດ ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຕົວປຶ້ມການຂະຫຍາຍຕົວຂອງລັດລາວ

ເປີດຕົວປຶ້ມການຂະຫຍາຍຕົວຂອງລັດລາວ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດຕົວປື້ມ “ການຂະຫຍາຍຕົວຂອງລັດລາວ”ຂຽນໂດຍ ທ່ານ ພົງສະຫວັດ ບຸບຜາ ອະດີດລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຂຶ້ນໃນວັນທີ 24 ພະຈິກນີ້, ທີ່ສະຖາບັນດັ່ງກ່າວ
ຍ້ອນປະເທດຊາດໄດ້ຮັບການປົດປ່ອຍ ນໍ້າບາກຈຶ່ງພັດທະນາ

ຍ້ອນປະເທດຊາດໄດ້ຮັບການປົດປ່ອຍ ນໍ້າບາກຈຶ່ງພັດທະນາ

ວັນຊາດທີ 2 ທັນວາ ແມ່ນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດຂອງຊາດລາວ, ແມ່ນວັນປົດປ່ອຍປະຊາຊົນລາວອອກຈາກແອກຄອບຄອງຂອງພວກຈັກກະພັດມາຫຼາຍທົດສະວັດ,ປະກາດໃຫ້ຊາວໂລກໄດ້ຮັບຮູ້ ສປປ ລາວຢ່າງເປັນທາງການ.
2026 ແກ່ນທ້າວຈະສັກຢາປ້ອງກັນພະຍາດສັດໃຫ້ໄດ້ 165,000 ກວ່າໂຕ

2026 ແກ່ນທ້າວຈະສັກຢາປ້ອງກັນພະຍາດສັດໃຫ້ໄດ້ 165,000 ກວ່າໂຕ

ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານ ໃນພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາກັນພະຍາດສັດແຫ່ງຊາດ ແລະ ວັນເປີດຂະບວນການຜະລິດລະດູແລ້ງ ປະຈໍາປີ 2025 ວ່າ: ທົ່ວເມືອງມີສັດລ້ຽງ ​ທັງ​ໝົດ 578.000 ກວ່າໂຕ. ໃນນີ້, ງົວ 50,000 ກວ່າໂຕ,ຄວາຍ 6,700 ກວ່າໂຕ, ມ້າ 40 ກວ່າໂຕ, ແກະ 20 ກວ່າໂຕ, ແບ້1,900 ກວ່າໂຕ, ໝູ 5,900 ກວ່າໂຕ, ໝາ 3,500 ກວ່າໂຕແລະ ສັດປີກ 510,000 ກວ່າໂຕ.ພົ້ນເດັ່ນກວ່າໝູ່ ແມ່ນການລ້ຽງສັດແບບເປັນຟາມ ແລະ ປູກຫຍ້າລ້ຽງສັດ.ພາຍໃນເມືອງມີຟາມລ້ຽງສັດທີ່ຂຶ້ນທະບຽນແລ້ວ 11ຟາມ (ລ້ຽງງົວ 8 ຟາມ, ລ້ຽງໝູ 2 ຟາມ ແລະ ລ້ຽງໄກ່ພັນໄຂ່ 1 ຟາມ).
ທະນາຄານ ພາບລິກ ລາວ ຈໍາກັດມອບຄວາມສຸກໃຫ້ແກ່ສັງຄົມ ໃນໂອກາດຄົບຮອບ 30 ປີ

ທະນາຄານ ພາບລິກ ລາວ ຈໍາກັດມອບຄວາມສຸກໃຫ້ແກ່ສັງຄົມ ໃນໂອກາດຄົບຮອບ 30 ປີ

ທະນາຄານພາບລິກ ລາວ ຈຳກັດ (PBLL) ສາຂານະຄອນຫຼວງ ໄດ້ຈັດກິດຈະກໍາ ໃນຫົວຂໍ້ ມອບຄວາມສຸກໃຫ້ແກ່ສັງຄົມ (CSR) ເນື່ອງໃນໂອກາດຄົບຮອບ 30 ປີ ຂຶ້ນໃນວັນທີ 22 ພະຈິກທີ່ຜ່ານມານີ້ ທີ່ໂຮງຮຽນມືແຫ່ງຄວາມຫວັງ ເປັນກຽດເຂົ້າຮ່ວມມີ ທ່ານ ລໍລິແກນ ຜູ້ອຳນວນການໃຫຍ່ ທະນາຄານພາບລິກລາວ (CEO) ທ່ານ ນາງ ໂສພາພອນ ເລືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ ແລະ ໂຮງຮຽນມືແຫ່ງຄວາມຫວັງ ພ້ອມດ້ວຍພະນັກງານຄູ-ອາຈາ,ນັກຮຽນ ແລະ ພະນັກງານທະນາຄານພາບລິກ ລາວຈຳກັດ ຈຳນວນ40ຄົນເຂົ້ຮ່ວມ.
ເພີ່ມເຕີມ