ການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ

ຫັດຖະກໍາເຄື່ອງເງິນ-ທອງ ເປັນທີ່ນິຍົມຂອງຄົນລາວ

ຫັດຖະກໍາເຄື່ອງເງິນ-ທອງ ເປັນທີ່ນິຍົມຂອງຄົນລາວ
(ໂດຍ: ແສງຈັນ) ວຽກງານຫັດຖະກໍາ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ສ້າງລາຍຮັບເຂົ້າສູ່ຄອບຄົວ ທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ ໂດຍສະເພາະແມ່ນຫັດຖະກໍາເຄື່ອງເງິນ-ທອງ ຂອງພໍ່ຕູ້

 

 

ດາວັນ ມູນລາດ; ພໍ່ຕູ້ດາວັນ ມູນລາດຢູ່ບ້ານໜອງໄຮເມືອງຫາດຊາຍຟອງນະຄອນຫຼວງວຽງຈັນໄດ້ໃຫ້ສໍາພາດຕໍ່ຜູ້ຂຽນ ທີ່ບຸນພະທາດຫຼວງວຽງຈັນ ວ່າ: ຖືເອົາວຽກງານຫັດຖະກໍາ ຕີເຄື່ອງເງິນ-ທອງ ເປັນອາຊີບ ມາແຕ່ປີ 1985, ຮຽນຮູ້ວຽກງານຊ່າງຕີເຄື່ອງເງິນ-ທອງ ນໍາລຸງຫົວເພຍແຂວງຫຼວງພະບາງ. ພາຍຫຼັງຮຽນຮູ້ວິຊາດັ່ງກ່າວ ດ້ວຍຄວາມສຳນິຊໍານານງານ ຈຶ່ງໄດ້ນໍາເອົາບົດຮຽນທີ່ໄດ້ນັ້ນ ມາຜະລິດເປັນຂອງຄອບຄົວ ຊຶ່ງໄດ້ຍົກຍ້າຍລົງມາຢູ່ບ້ານໂນນຄໍ້ເມືອງໄຊເສດຖານະຄອນຫຼວງວຽງຈັນ. ຈາກນັ້ນ ຈຶ່ງນໍາພາຄອບຄົວ ຍ້າຍໄປຢູ່ບ້ານໜອງໄຮຈົນເຖິງປັດຈຸບັນ.

ຜະລິດຕະພັນ ປະກອບມີ: ຕິບເຂົ້າ, ເຕົ້ານໍ້າຢາດ, ໂອ, ຂັນ, ກະຕ່າ(ມີທັງລາຍດັ່ງເດີມ-ລາຍໃໝ່) ທັງໝົດ ແມ່ນລາຍລາວ, ແຮງງານໃນການຜະລິດ ມີ3 ຄອບຄົວ ກວມຈໍານວນ 10 ກວ່າຄົນ, ວັດຖຸດິບທີ່ນໍາໃຊ້ເຂົ້າໃນວຽກງານ ແມ່ນຊື້ນໍາພາຍໃນປະເທດ ເປັນຕົ້ນ: ທອງແດງ-ທອງເຫຼືອງ ເພື່ອນໍາໃຊ້ເຂົ້າໃນການຜະລິດ. ໃນໂອກາດບຸນນະມັດສະການພະທາດຫຼວງ ປີ 2024, ໄດ້ນໍາເອົາກະຕ່າລາຍໃໝ່ອອກສູ່ສາຍຕາລູກຄ້າໄດ້ຊົມ-ຊື້ ຈໍານວນ 40 ໜ່ວຍ ແມ່ນໄດ້ຂາຍດີ. ຄຽງຄູ່ກັບການຕີເຄື່ອງເງິນ-ທອງດັ່ງກ່າວ, ຍັງໄດ້ຂາຍເຄື່ອງເກົ່າ, ພະເຄື່ອງ, ພະທີ່ເປັນເຄື່ອງຄໍ້າຄູນ ທີ່ມີລາຍບູຮານອື່ນໆ, ກະຕ່າຫວາຍທີ່ມີຂະໜາດໃຫຍ່-ຂະໜາດກາງ, ການຈໍາໜ່າຍ ແມ່ນມີ 2 ລາຄາ ຄື: ຂາຍສົ່ງ ແລະ ຂາຍຍ່ອຍ, ລາຄາຂາຍຕໍ່າສຸດ 1 ແສນກີບ ແລະ ລາຄາສູງສຸດ 1.900.000 ກີບ. ສະພາບການຄ້າ-ຂາຍ ທີ່ງານນະມັດສະການພະທາດຫຼວງ ແມ່ນໄດ້ດີ.

ພໍ່ຕູ້ດາວັນ ມູນລາດ ກ່າວຕື່ມວ່າ: ເພື່ອໃຫ້ວຽກງານຫັດຖະກໍາຕີເຄື່ອງເງິນ-ທອງ ໄດ້ສືບສານລາຍລາວຢ່າງຍືນນານ ແຜນການໃນຕໍ່ໜ້ານີ້ ຈະສືບຕໍ່ຜະລິດ ທັງຮັກສາລາຍລາວ ແລະ ຜະລິດຕາມຄວາມຮຽກຮ້ອງຕ້ອງການ ກໍຄືການສັ່ງຈອງຂອງລູກຄ້າ.ຖ້າກຫາກວ່າ ລູກຄ້າທ່ານໃດຕ້ອງການສັ່ງຈອງ ຕາມລາຍລາວທີ່ສວຍງາມດ້ວຍສີມືທີ່ປານີດ ຕິດຕໍ່ໄດ້ ໂທ: 020 55697286, ແອັບ: 020 28886809.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂວງຄໍາມ່ວນ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ

ແຂວງຄໍາມ່ວນ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ

ໃນໄລຍະ 5 ປີ (2021-2025) ແຫ່ງການຜັນຂະຫຍາຍ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກແມ່ນໄດ້ຮັບຜົນກະທົບຈາກສະພາບແວດລ້ອມຂອງພາກພື້ນ ແລະ ສາກົນທີ່ຜັນແປຢ່າງສັບສົນຄາດຄະເນໄດ້ຍາກກໍຄືສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການລະບາດຂອງພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ, ບັນຫາປະກົດການຫຍໍ້ທໍ້ຕ່າງໆ; ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຈາກສູນກາງພັກ, ລັດຖະບານ, ຄວາມສາມັກຄີເປັນເອກະພາບສູງຂອງຄະນະພັກ-ອົງການປົກຄອງແຂວງແຕ່ລະຂັ້ນເຮັດໃຫ້ແຂວງຄໍາມ່ວນສາມາດຜ່ານຜ່າຄວາມຫຍຸ້ງຍາກແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ.
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ

ໃນວັນທີ 26 ກັນຍາ ຜ່ານມານີ້ ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມວິສາມັນ ຂອງຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອປຶກສາຫາລືແກ້ໄຂບັນຫາຂອງພາກທຸລະກິດໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ຫົວໜ້າຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ; ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ; ບັນດາທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຜູ້ຕາງໜ້າຈາກກະຊວງ-ອົງການ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພາກທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ຄະນະພັກ ຫສນຍ ວາງພວງມາລາ ແລະ ກະຕ່າດອກໄມ້

ຄະນະພັກ ຫສນຍ ວາງພວງມາລາ ແລະ ກະຕ່າດອກໄມ້

ໃນຕອນເຊົ້າວັນທີ 29ກັນຍາ 2025, ບັນດາສະຫາຍຄະນະບໍລິຫານງານພັກ, ເລຂາ-ຮອງເລຂາບັນດາໜ່ວຍພັກຮາກຖານ, ຫົວໜ້າກົມ ແລະ ປະທານ-ເລຂາ ຄະນະບໍລິຫານງານ ສາມອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ນຳໂດຍ ສະຫາຍບົວຄົງ ນາມມະວົງ, ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ຂອງປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ, ເນື່ອງໃນໂອກາດ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ທີ່ຈະດໍາເນີນຢ່າງເປັນທາງການ ໃນວັນທີ 30ກັນຍາ 2025.
ໂຮງງານກະເບື້ອງກາສິງ ມຸ້ງໜັ້ນພັດທະນາຜະລິດຕະພັນໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ

ໂຮງງານກະເບື້ອງກາສິງ ມຸ້ງໜັ້ນພັດທະນາຜະລິດຕະພັນໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ

ໂຮງງານ ກະເບື້ອງກາສິງ ຕັ້ງຢູ່ບ້ານຊາງ ເຂດນໍ້າຖ້ວມໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ ເປັນການລົງທຶນຂອງເອກະຊົນລາວ 100%, ມີກະເບື້ອງມຸງຫຼັງຄາ ສອງຊະນິດຄື: ກະເບື້ອງຊີມັງ ແລະກະເບື້ອງ ເຣຊິນ ເປັນຜະລິດຕະພັນໃໝ່ຂອງໂຮງງານ, ທີ່ມີຄວາມທັນທານສູງເຊັ່ນ: ທົນຄວາມຮ້ອນສູງ, ທົນເຢັນໄດ້ດີ, ກັນສຽງໄດ້, ສີບໍ່ມີລ່າ, ລົດຢຽບບໍ່ແຕກ, ນໍ້າໜັກເບົາ, ຕິດຕັ້ງງ່າຍ ແລະ ຫຼຸດຜ່ອນຕົ້ນທຶນໂຄງສ້າງຫຼັງຄາ ໂດຍຫັນມາຜະລິດກະເບື້ອງ ທີ່ບໍ່ມີສ່ວນປະສົມຂອງໄຍຫີນ ຄຽງຄູ່ກັນໄປເພື່ອໃຫ້ສອດຄ້ອງກັບນະໂຍບາຍຂອງພັກ-ລັດ.
ເປີດບໍລິສັດ ດີໂກລາວ ຈໍາກັດຜູ້ດຽວ ຈໍາໜ່າຍ ແລະ ບໍລິການຫຼັງການຂາຍລົດຈັກໄຟຟ້າ

ເປີດບໍລິສັດ ດີໂກລາວ ຈໍາກັດຜູ້ດຽວ ຈໍາໜ່າຍ ແລະ ບໍລິການຫຼັງການຂາຍລົດຈັກໄຟຟ້າ

ພິທີເປີດບໍລິສັດ ດີໂກລາວ ຈໍາກັດຜູ້ດຽວ, ຈໍາໜ່າຍ ແລະ ບໍລິການຫຼັງການຂາຍລົດຈັກໄຟຟ້າຂອງໄທ, ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້. ບໍລິສັດດັ່ງກ່າວ, ຕັ້ງຢູ່ແຄມທາງເລກທີ່ 13 ໄຕ້, ບ້ານມີໄຊ, ເມືອງປາກຊັນ, ແຂວງບໍລິຄໍາໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ທ່ານ ກິດຕະເມກ ຕັ້ງພິດໄຊຍະໂພທິວັດ ປະທານໃຫ່ຍ ບໍລິສັດ ດີໂກ ຈໍາກັດຜູ້ດຽວ, ມີຕາງໜ້າການນໍາເມືອງປາກຊັນ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຕະຫຼອດຮອດພາກສ່ວນທຸລະກິດ ແລະ ບຸກຄົນເຂົ້າຮ່ວມ
ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງ ແຂວງຄໍາມ່ວນ ສະໄໝທີ IX

ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງ ແຂວງຄໍາມ່ວນ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ທົ່ວແຂວງຄໍາມ່ວນ ສະໄໝທີ IX ໄດ້ໄຂຂຶ້ນ ແລະ ອັດລົງໃນວັນທີ 25 ກັນຍານີ້ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ພະອາຈານໃຫຍ່ ບຸນທາຍ ຈັນທະໄພຈິດ ປະທານອົງການພຸດທະສາດສະໜາສຳພັນລາວ (ອພສ) ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ພະອາຈານໃຫຍ່ ມະຫາຄໍາມາ ປັນຍາວິຈິດ ຮອງປະທານ ສູນກາງ ອພສ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີພະເຖຣານຸເຖຣະ, ແຂກຖືກເຊີນຂົ້າຮ່ວມ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ຕອນເຊົ້າຂອງວັນທີ 25 ກັນຍາ 2025 ນີ້, ທີ່ສະພາປະຊາຊົນແຂວງສາລະວັນ, ທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງ ກ່ຽວກັບແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ IV; ໂດຍທ່ານໄດ້ຖະແຫຼງວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IV ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນສຸກ ວັນທີ 26 ກັນຍາ 2025 ທີ່ສະໂມສອນໃຫຍ່ແຂວງ (ໃຊ້ເວລາ 1 ວັນ) ຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດ 130 ກວ່າທ່ານ ແລະ ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງ;
ຊາວກະສິກອນ ບ້ານສົມບຸນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ຊາວກະສິກອນ ບ້ານສົມບຸນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ຊາວກະສິກອນ ບ້ານສົມບຸນ ເມືອງບຸນເໜືອ ແຂວງຜົ້ງສາລີ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນຕາມລະດູການຜະລິດ, ຊຶ່ງມາຮອດປັດຈຸບັນແມ່ນສາມາດເກັບກ່ຽວໄດ້ແລ້ວ 80%.
ເມືອງພຽງ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ

ເມືອງພຽງ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ

ເມືອງພຽງ ແຂວງໄຊຍະບູລີ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ສຳລັບຄະນະພັກບ້ານ-ນາຍບ້ານ ຊຸດທີ IV ໃນວັນທີ 25 ກັນຍານີ້ ທີ່ຫ້ອງປະຊຸມຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອາເມຊົງເຢຍ ເລັງ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ.
ແຂວງວຽງຈັນ ທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ

ແຂວງວຽງຈັນ ທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງປະຊຸມທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ແຜນປະຕິບັດງານ 5 ປີ ຂອງແຂວງວຽງຈັນ (2026-2030) ໄດ້ຈັດຂຶ້ນ ໃນວັນທີ 25 ກັນຍານີ້ ທີ່ເມືອງວັງວຽງ ໂດຍການເປັນປະທານຂອງ ທ່ານ ສີສະໄຫວ ແກ້ວດາລາວິນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງວຽງຈັນ, ມີບັນດາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມ.
ເພີ່ມເຕີມ