ຈັດງານມະຫະກຳສີມືຫັດຖະກຳລາວ

ຫັດຖະກຳລາວເກີດຈາກຫົວຄິດປະດິດສ້າງຂອງຄົນຮຸ່ນເກົ່າທີ່ປະໄວ້ເປັນມໍລະດົກ

ຫັດຖະກຳລາວເກີດຈາກຫົວຄິດປະດິດສ້າງຂອງຄົນຮຸ່ນເກົ່າທີ່ປະໄວ້ເປັນມໍລະດົກ
ໂດຍ: ສຳນານ ພົມພັກດີ ການເລົ່າມູນເຊື້ອວັນທີ 1 ພະຈິກວັນຫັດຖະກຳລາວ ໃນໂອກາດການຈັດງານມະຫະກຳສີມືຫັດຖະກຳລາວທຸກໆປີແມ່ນເພື່ອໃຫ້ເຫັນໄດ້ຄຸນງາມຄວາມດີໃນການມີຫົວຄິດປະດິດສ້າງ

 

ຂອງຄົນຮຸ່ນເກົ່າທີ່ປະໄວ້ເປັນມໍລະດົກຕົກທອດໃຫ້ພວກເຮົາສືບທອດກັນມາເຖິງທຸກວັນນີ້.

ທ່ານ ນາງ ຈັນເທົາ ປະຖຳມະວົງ ປະທານ ກິດຕິມະສັກ ສະມາຄົມຫັດຖະກຳລາວໃຫ້ຮູ້ວ່າ:ນັບແຕ່ວັນທີ 2 ພະຈິກ 2007ທີ່ລັດຖະບານອອກດຳລັດ ເລກທີ 382/ສນຍ ກຳນົດເອົາວັນທີ 1 ພະຈິກ ເປັນວັນຫັດຖະກຳລາວ ໂດຍ ສະມາຄົມຫັດຖະກຳລາວພວກເຮົາ ໄດ້ຈັດໃຫ້ມີການເລົ່າຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ຊຶ່ງໄດ້ຖືເອົາໂອກາດຈັດງານມະຫະກຳສີມືຫັດຖະກຳລາວທຸກໆປີ,ເພື່ອແນໃສ່ເປັນການເຕືອນສະຕິຂອງຊາວຊ່າງຫັດຖະກຳລາວ ທຸກຄົນຮັບຮູ້ວ່າວັນຫັດຖະກຳ ກຳເນີດເກີດຂຶ້ນ,ສຳລັບງານມາຫະກຳສີມືຫັດຖະກຳລາວມີອາຍຸໄດ້ 22ປີ, ສ່ວນວັນຫັດຖະກຳລາວມີອາຍຸໄດ້ 17 ປີ, ໃນນັ້ນການເລົ່າມູນເຊື້ອ ຂອງວັນທີ 1 ພະຈິກ ຍັງເປັນການຫວນຄືນ ແລະ ໃຫ້ເຫັນຄຸນງາມຄວາມດີໃນການມີຫົວຄິດປະດິດສ້າງ ຂອງຄົນຮຸ່ນເກົ່າທີ່ປະໄວ້ເປັນມໍລະດົກຕົກທອດໃຫ້ພວກເຮົາສືບທອດມາເຖິງທຸກວັນນີ້.

ທ່ານກ່າວໃຫ້ຮູ້ຕື່ມວ່າ:ຂະແໜງຫັດຖະກຳລາວເປັນຂະແໜງຮາກຫຍ້າໜຶ່ງທີ່ເປັນພື້ນຖານເສດຖະກິດຂອງ ສປປ ລາວ.ຂະແໜງນີ້ໄດ້ຕິດພັນກັນຢ່າງສະໜິດແໜ້ນກັບຂະແໜງຕ່າງໆເຊັ່ນ:ຂະແໜງກະສິກຳ, ຂະແໜງການຄ້າ, ຂະແໜງວັດທະນະທຳ ແລະ ທ່ອງທ່ຽວ ແລະ ເປັນການສົ່ງເສີມຊຶ່ງກັນ ແລະກັນ.ໃນໄລຍະທີ່ຜ່ານມາເຖິງແມ່ນວ່າປະເທດເຮົາໄດ້ຜ່ານຜ່າກັບການລະບາດຂອງພະຍາດໂຄວິດ-19 ແລະ ໄພພິບັດ ລວມທັງໄພທຳມະຊາດຕ່າງໆນາໆທີ່ເກີດຂຶ້ນ,ແຕ່ຂະແໜງຫັດຖະກຳ ຊາວຊ່າງຫັດຖະກຳລາວຍັງສາມາດຢືນຢູ່ຄຽງຂ້າງກັບຄົນລາວທັງຊາດຕະຫຼອດມາ,ຂະແໜງຫັດຖະກຳພວກເຮົາປະກອບດ້ວຍ 7 ຂະແໜງການ,ແຕ່ລະຂະແໜງການຈະບໍ່ສາມາດຂະຫຍາຍຕົວ ແລະເຕີບໂຕໄປພ້ອມໆກັນໄດ້, ແຕ່ຂະແໜງຜະລິດຕະພັນແຜ່ນແພລວມທັງຜະລິດຕະພັນເຮັດດ້ວຍເງິນໄດ້ມີການພັດທະນາການອອກແບບ ແລະ ຍົກສູງ ຄວາມສາມາດເຈາະຕະຫຼາດຕ່າງປະເທດໄດ້, ບາງບໍລິສັດສາມາດສົ່ງສິນຄ້າຂອງຕົນໄປຂາຍໃຫ້ຍີ່ຫໍ້ດັງໆ ເຊັ່ນ: ຍີ່ຫໍ່ Chanel ທີ່ປະເທດຝຣັ່ງ, ສົ່ງ OBI (ຜ້າຄຽນແອວ) ໄປຂາຍປະເທດ ຍີ່ປຸ່ນ ແລະ ຜ້າພົມລາວກໍສົ່ງໄປຂາຍປະເທດອັງກິດເປັນຕົ້ນ. ນອກຈາກນີ້ຊາວຊ່າງຫັດຖະກຳຍັງສາມາດຍາດແຍ່ງເອົາລາງວັນຜະລິດຕະພັນດີເດັ່ນຈາກອົງການຈັດຕັ້ງສາກົນຕ່າງໆ ເປັນຕົ້ນ World craft council, ASEAN, UNESCO ແລະ ອົງການຈັດຕັ້ງຂອງປະເທດຍີ່ປຸ່ນ. ຂະແໜງຈັກສານກໍຄ່ອຍໆພັດທະນາຂຶ້ນມາເທື່ອລະກ້າວ ແລະ ຕອບສະໜອງຄວາມຕ້ອງການ ຕະຫຼາດພາຍໃນເຮົາໄດ້ລະດັບໜຶ່ງ, ສ່ວນຂະແໜງປັ້ນດິນເຜົາແລະ ຂະແໜງຜະລິດເຈັ້ຍສາກໍກຳລັງມີການພັດທະນາຂຶ້ນຢ່າງຕໍ່ເນື່ອງ.

ທ່ານກ່າວຕື່ມວ່າ:ສິ່ງທີ່ພວກເຮົາພູມໃຈໃນປີນີ້ ແມ່ນພວກເຮົາຈະໄດ້ເປັນເຈົ້າພາບຈັດງານສໍາມະນາຜ້າແພພື້ນເມືອງອາຊຽນ ຄັ້ງທີ 9 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 4-6 ພະຈິກ ນີ້ ທີ່ນະຄອນຫຼວງວຽງຈັນ. ພວກເຮົາຫວັງວ່າບົດຮຽນທີ່ຈະແລກປ່ຽນໃນງານດັ່ງກ່າວຈະເປັນປະໂຫຍດແກ່ຊາວຊ່າງຫັດຖະກຳຫຼາຍພໍສົມຄວນ ເພາະແຕ່ລະປະເທດອາຊຽນຈະໄດ້ເຊີນເອົາຊ່ຽວຊານ ແລະ ນັກຄົ້ນຄ້ວາດ້ານແຜ່ນແພມາໃຫ້ຄວາມຮູ້ຢູ່ປະເທດເຮົາ.ພິເສດໃນວັນທີ 23 ຕຸລາຜ່ານມາ, ພວກເຮົາກໍໄດ້ເປີດສັກກະຫຼາດໃໝ່ຄືໄດ້ສ້າງສະຖານທີ່ວາງສະແດງຜ້າແພພື້ນເມືອງລາວຂຶ້ນເພື່ອຮັບໃຊ້ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມຕື່ມອີກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ