ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັງທີIX

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັງທີIX

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັງທີIX
ພິທີໂຮມຊຸມນຸມ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2025ນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, 2ກອງບັນຊາການ, ສະພາ, ອົງການ, ທະນາຄານ, ພະສົງ, ນັກທຸລະກິດ ແລະ ນັກສຶກສາທິດສະດີການເມືອງ-ການປົກຄອງເຂົ້າຮ່ວມ
ໂຮມຊມນມຊມເຊຍຜນສຳເລດກອງປະຊມໃຫຍອງຄະນະພກແຂວງ ຄງທIX - image 1
 

ສະຫາຍ ບຸນຈັນ ສີວົງພັນ ໄດ້ມີຄຳເຫັນວ່າ: ກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ມີຜູ້ແທນສົມບູນເຂົ້າຮ່ວມ 259 ສະຫາຍ ຍິງ 36 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງ ຈຳນວນ 19,995 ສະຫາຍ. ກອງປະຊຸມດັ່ງກ່າວ, ເປັນກຽດຢ່າງສູງ ຕ້ອນຮັບ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ຊີ້ນຳກອງປະຊຸມຢ່າງມີຜົນສຳເລັດອັນຈົບງາມ ລວມຍອດຜະລິດຕະພັນພາຍໃນ ສະເລ່ຍ 1,205 ໂດລາສະຫະລັດຕໍ່ຄົນຕໍ່ປີ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ໂຄງລ່າງພື້ນຖານໄດ້ຮັບການພັດທະນາ. ດ້ານວັດທະນາທຳ-ສັງຄົມ, ການສຶກສາ, ສາທາລະນະສຸກ, ລ້ວນແຕ່ໄດ້ຮັບການພັດທະນາໄປພ້ອມໆກັນ ອັດຕາສ່ວນຄວາມທຸກຍາກຂອງຄອບຄົວຍັງເຫຼືອ 24.32%. ໃນ 5 ປີຕໍ່ໜ້າແມ່ນຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ເພີ່ມທະວີການປະຕິບັດແນວທາງປ້ອງວກັນຊາດ-ປ້ອງກັນຄວາມສະຫົງບທົ່ວປວງຊົນ, ຍົກສູງຄຸນນະພາບ, ແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ສະເລ່ຍໃນລະດັບ 5.5% ຕໍ່ປີ ຮອດປີ 2030 ລາຍຮັບຕໍ່ຄົນໃຫ້ໄດ້ 1,400 ໂດລາສະຫະລັດ, ເອົາໃຈໃສ່ປັບປຸງ ກໍ່ສ້າງພື້ນຖານໂຄງລ່າງໃຫ້ເປັນຈຸດສຸມ, ສຸມໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບດີຂຶ້ນ ຕາມເປົ້າໝາຍຂອງການພັດທະນາຢ່າງແຂງແຮງ, ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເພີ່ມທະວີການພົວພັນ-ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ. ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ຄັ້ງທີ IX ຈຳນວນ 33 ສະຫາຍ ຍິງ 5 ສະຫາຍ, ຄະນະປະຈຳພັກແຂວງ 9 ສະຫາຍ ຍິງ 1 ສະຫາຍ, ເລຂາ 1 ສະຫາຍ ຮອງເລຂາ 2 ສະຫາຍ, ປະທານກວດກາ 1 ສະຫາຍ, ຮອງປະທານ 3 ສະຫາຍ.

ໂຮມຊມນມຊມເຊຍຜນສຳເລດກອງປະຊມໃຫຍອງຄະນະພກແຂວງ ຄງທIX - image 2
 

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

5 ປີ ເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນເກືອບ 3 ເທົ່າຕົວ

5 ປີ ເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນເກືອບ 3 ເທົ່າຕົວ

ໃນໄລຍະ 5 ປີ (2021-2025) ແຂວງເຊກອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານທັງພູດສູນກາງ ແລະ ພູດທ້ອງຖິ່ນທັງໝົດ 1,732.74 ຕື້ກີບ ທຽບໃສ່ແຜນ 5 ປີ ລື່ນແຜນ 260.40% (ແຜນ 5 ປີ 480,78 ຕື້ກີບ) ໃນນີ້, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນສາມາດເກັບໄດ້ 263.59 ຕື້ກີບ ລື່ນແຜນ 292.42% (ແຜນ 5 ປີ 67.17 ຕື້ກີບ) ແລະ ລາຍຮັບພູດຂອງແຂວງສາມາດເກັບໄດ້ 1,469.15 ຕື້ກີບ ທຽບໃສ່ແຜນ 5 ປີ ລື່ນແຜນ 255.21% (ແຜນ 5 ປີ 413.60 ຕື້ກີບ); ສ່ວນດ້ານລາຍຈ່າຍປະຕິບັດໄດ້ 2,204.74 ຕື້ກີບ ລື່ນແຜນ 23% (ແຜນ 5 ປີ 1,778.92 ຕື້ກີບ).
ທາບທາມ ບຸກຄະລະກອນ ສະໝັກເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວສະ ໄໝທີ IX ຮອບທີ I ຢູ່ແຂວງຜົ້ງສາລີ

ທາບທາມ ບຸກຄະລະກອນ ສະໝັກເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວສະ ໄໝທີ IX ຮອບທີ I ຢູ່ແຂວງຜົ້ງສາລີ

ຕອນເຊົ້າຂອງວັນທີ 29 ສີງຫາຜ່ານມາ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມທາບທາມບຸກຄະລະກອນ ຮັບສະໝັກເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ສະໄໝທີ IX ໂດຍການເປັນປະທານຂອງ ສະຫາຍ ພອນໄຊ ແກ້ວສົມພັນ ກຳມະການປະຈໍາພັກແຂວງ ປະທານ ແນວລາວສ້າງຊາດແຂວງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ.
6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ

6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ຜູ້ຊີ້ນໍາວຽກງານການຄ້າພາຍໃນ ແລະ ສົ່ງເສີມການຜະລິດເປັນສິນຄ້າແຂວງເຊກອງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 27 ສິງຫາຜ່ານມາ ທີ່ພະແນກ ອຄ ແຂວງວ່າ: ໃນ 6 ເດືອນຕົ້ນປີຜ່ານມາ, ສາມາດຈັດຕັ້ງປະຕິບັດການນຳເຂົ້າສິນ ຄ້າ 4,17 ລ້ານກວ່າໂດລາ, ໃນນັ້ນຜະລິດຕະພັນທີ່ນໍາເຂົ້າສ່ວນໃຫຍ່ແມ່ນປະເພດກົນຈັກ, ປຸ໋ຍ, ອຸປະກອນນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າຂອງບັນດາໂຄງການຕ່າງໆ ທີ່ມາລົງທຶນພາຍໃນແຂວງ.
ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ ກະຊວງ ອຄ

ສສຊ ແລະ ສສ ນວ ລົງພົບປະຜູ້ມີສິດເລືອກຕັ້ງ ຢູ່ ກະຊວງ ອຄ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ), ນຳໂດຍ ທ່ານ ວຽງວິໄລ ທ່ຽງຈັນໄຊ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວວຽງຈັນ ຮອງປະທານຄະນະກຳມາທິການຍຸຕິທຳ ສະພາແຫ່ງຊາດ, ທ່ານ ນາງ ວິໄຊ ສຣິດທິລາດ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ, ທ່ານ ນາງ ສົມພຽນ ວົງໄຊ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ຄະນະປະຈຳ ສະພາປະຊາຊົນ ນວ ປະທານ ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IV ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໃນວັນທີ 28 ສິງຫານີ້, ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ການລ້ຽງສັດເປັນຟາມ ໜຶ່ງໃນທ່າແຮງຫຼັກຂອງແຂວງເຊກອງ

ການລ້ຽງສັດເປັນຟາມ ໜຶ່ງໃນທ່າແຮງຫຼັກຂອງແຂວງເຊກອງ

ການລ້ຽງສັດເປັນຟາມຢູ່ແຂວງເຊກອງ ໜຶ່ງໃນທ່າແຮງຫຼັກ ສາມາດຕອບສະໜອງດ້ານສະບຽງອາຫານພາຍໃນ ແລະ ສົ່ງອອກຕ່າງແຂວງ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນທ້ອງຖິ່ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເປັນຢ່າງດີ.
ຈາກອາຊີບຂາຍຜັກ ມາລ້ຽງ ແລະຊື້-ຂາຍງົວ ເຮັດໃຫ້ມີລາຍຮັບ 300 ລ້ານກີບຕໍ່ປີ

ຈາກອາຊີບຂາຍຜັກ ມາລ້ຽງ ແລະຊື້-ຂາຍງົວ ເຮັດໃຫ້ມີລາຍຮັບ 300 ລ້ານກີບຕໍ່ປີ

ຕະຫຼອດໄລຍະຜ່ານມາ ພັກ-ລັດຖະບານ ໄດ້ມີແນວທາງປ່ຽນແປງໃໝ່ເພື່ອຊຸກຍູ້ປະຊາຊົນ ໃຫ້ຫັນມາເຮັດອາຊີບຄົງທີ່ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວໃຫ້ຫຼາຍຂຶ້ນ ດ້ວຍການນຳໃຊ້ທ່ແຮງທີ່ມີຂອງທ້ອງຖິ່ນ ແລະການເຂົ້າເຖິງແຫຼ່ງທຶນ ເພື່ອເຮັດໃຫ້ການດຳເນີນທຸລະກິດໄດ້ຮັບຜົນດີ.
ຫຼາຍປັດໄຈເຮັດໃຫ້ຂີ້ເຫຍື້ອຕົກຄ້າງໃນ ນວ

ຫຼາຍປັດໄຈເຮັດໃຫ້ຂີ້ເຫຍື້ອຕົກຄ້າງໃນ ນວ

ບັນຫາຂີ້ເຫຍື້ອຕົກຄ້າງຫຼາຍເຂດໃນນະຄອນຫຼວງວຽງຈັນ (ນວ) ປັດຈຸບັນແຕ່ລະບໍລິສັດກໍາລັງເລັ່ງດໍາເນີນການແກ້ໄຂ ໃນຂະນະທີ່ພຶດຕິກໍາການຖິ້ມຂີ້ເຫຍື້ອບໍ່ເປັນລະບຽບຂອງປະຊາຊົນຍັງເປັນອຸປະສັກໃນການເກັບມ້ຽນຂີ້ເຫຍື້ອໃນໄລຍະທີ່ຜ່ານມາ ຈຶ່ງເຮັດໃຫ້ມີກະແສສັງຄົມ, ເປັນຫາງສຽງຈົ່ມວ່າຂອງປະຊາຊົນກ່ຽວກັບບັນຫາດັ່ງກ່າວ. ດັ່ງນັ້ນ, ຫຼາຍບໍລິສັດ ຈຶ່ງໄດ້ສຸມໃສ່ການແກ້ໄຂຂີ້ເຫຍື້ອຕົກຄ້າງໃນເຂດທີ່ຕົນເອງຮັບຜິດຊອບທົ່ວ ນວ.
ງົບປະມານ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນປີຜ່ານມາ

ງົບປະມານ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນປີຜ່ານມາ

ປີຜ່ານມາ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍຸກ ທີ່ກົມພັດທະນາຊົນນະບົດໄດ້ຮັບການອະນຸມັດງົບປະມານໂຄງການທຶນຂອງລັດ ລວມ 196.8 ຕື້ກີບ, ທຶນກູ້ຢືມ 52.45 ກວ່າຕື້ກີບ ແລະ ທຶນຊ່ວຍເຫຼືອ 2.8 ລ້ານຢວນ ຊຶ່ງໄດ້ເປັນເງື່ອນໄຂຊ່ວຍໃຫ້ການຈັດຕັ້ງປະຕິບັດວຽງການດັ່ງກ່າວ ມີຫຼາຍຄາດໝາຍສູ້ຊົນທີ່ສາມາດປະຕິບັດໄດ້ລື່ນແຜນການ ກໍຄືການສ້າງຄອບຄົວພັດທະນາ, ການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ການສ້າງເມືອງເຂັ້ມແຂງຮອບດ້ານ.
ວີແຄຣ໌ ໂສມສະກັດເພື່ອສຸຂະພາບຊ່ວຍບໍາລຸງຮ່າງກາຍ

ວີແຄຣ໌ ໂສມສະກັດເພື່ອສຸຂະພາບຊ່ວຍບໍາລຸງຮ່າງກາຍ

ໂສມສະກັດວີແຄຣ໌ (We care)ເປັນຜະລິດຂອງຄົນລາວ ນໍາໃຊ້ວັດຖຸດິບຈາກທຳມະຊາດ ເປັນໂສມສະກັດເພື່ອບໍາລຸງສຸຂະພາບບໍ່ມີສານເຄມີເຈືອປົນ ສະກັດຈາກໂສມທຳມະຊາດແທ້ເໝາະແກ່ການເບິ່ງແຍງສຸຂະພາບຄຶດເຫັນເຊກອງ ຕ້ອງຄຶດເຫັນໂສມດາກຈືງ ຊຶ່ງກາຍເປັນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຂອງສັງຄົມ ແລະ ເປັນໜຶ່ງໃນທ່າແຮງຫຼັກຂອງແຂວງເຊກອງ.
ທະຫານແຂວງຜົ້ງສາລີ ເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນທະຫານ

ທະຫານແຂວງຜົ້ງສາລີ ເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນທະຫານ

ເມື່ອບໍ່ດົນມານີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີປະກາດເລື່ອນຊັ້ນ, ເລື່ອນທຽບ ຊັ້ນໃຫ້ນາຍ ແລະ ພົນທະຫານທົ່ວທະຫານແຂວງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ.
ເພີ່ມເຕີມ