ລົງຢ້ຽມຢາມປະຊາຊົນທີ່ຖືຜົນກະທົບ ຈາກໄພນໍ້າຖ້ວມ

ຮອງເຈົ້າແຂວງບໍ່ແກ້ວ ຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບນໍ້າຖ້ວມນາຢູ່ເມືອງປາກທາ.

ຮອງເຈົ້າແຂວງບໍ່ແກ້ວ ຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບນໍ້າຖ້ວມນາຢູ່ເມືອງປາກທາ.
ວັນທີ 25 ສິງຫາຜ່ນມານີ້, ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ລົງຢ້ຽມຢາມປະຊາຊົນທີ່ຖືຜົນກະທົບ ຈາກໄພນໍ້າຖ້ວມ

ຊຶ່ງມີຜົນເສຍຫາຍເປັນຈໍານວນຫຼາຍເປັນຕົ້ນ: ເນື້ອທີ່ນາ ພ້ອມທັງລົງກວດກາເບິ່ງຄວາມເສຍຫາຍຕົວຈິງ ຢູ່ບ້ານກ້ອນຕື່ນ, ບ້ານປາກໂຊະ, ບ້ານປາງສາ ແລະ ບ້ານດົງ.

ໂອກາດນີ້, ທ່ານ ຄໍາເຄື່ອງ ພົມວິສັກ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມເມືອງ ປາກທາ ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານ ສະພາບຄວາມເສຍຫາຍໂດຍຫຍໍ້ ຊຶ່ງເມືອງປາກທາ ໄດ້ຮັບຜົນກະທົບໃນລະຫວ່າງວັນທີ 21-22 ທີ່ຜ່ານມາ, ການສໍາຫຼວດເບື້ອງຕົ້ນມີແມ່ນໍ້າຫ້ວຍໄຫຼຊຸ ຖ້ວມເນື້ອທີ່ນາ ແລະ ຊົນລະປະທານ ເສຍຫາຍຢູ່ຈໍານວນ 22 ບ້ານ. ສະເພາະກຸ່ມບ້ານກ້ອນຕື່ນ ຄື: ບ້ານ ກ້ອນຕື່ນ ເສຍຫາຍ 147 ຄອບຄົວ, ບ້ານປາກໂຊະ 24 ຄອບຄົວ, ບ້ານ ບ້ານປາງສາ 27 ຄອບຄົວ, ບ້ານດົງ 33 ຄອບຄົວ ບ້ານຈຽງຕອງ ຍັງບໍ່ສາມາດເຂົ້າເຖິງໄດ້ ເສັ້ນທາງຖືກຕັດຂາດຫຼາຍຈຸດ, ສ່ວນນໍ້າລິນແມ່ນເສຍຫາຍເປ່ເພເຮັດໃຫ້ປະຊາຊົນບໍ່ສາມາດນໍາໃຊ້ນໍ້າລິນໄດ້. ສ່ວນການສໍາຫຼວດ ຜົນເສຍຫາຍລະອຽດ ພາກສ່ວນທີ່ກ່ຽວຂ້ອງຍັງເລັ່ງລົງພື້ນທີ່ເກັບກໍາຂໍ້ມູນ. ບາງພື້ນທີ ຍັງບໍ່ສາມາດລົງສໍາຫຼວດໄດ້ເນື່ອງຈາກນໍ້າຍັງຖ້ວມສູງ. ສ່ວນເສັ້ນທາງລະຫວ່າງ ປາກທາ - ບ້ານຫ້ວຍແອ່ນ ລົດໃຫຍ່ ບໍ່ສາມາດສັນຈອນໄປ-ມາໄດ້ ເພາະມີດິນເຈື່ອນທັບຖົມໜ້າທາງ ຊຶ່ງກໍາລັງກຳເນີນການແກ້ໄຂ.

ໂອກາດນີ້, ທ່ານ ຮອງເຈົ້າແຂວງບໍ່ແກ້ວ ໄດ້ມີຄໍາເຫັນຢື້ຢາມຖາມຂ່າວ ພໍ່ແມ່ປະຊາຊົນ ພ້ອມທັງສະແດງຄວາມເສຍໃຈຕໍ່ກັບຜົນເສຍຫາຍທີ່ເກີດໃນຄັ້ງນີ້, ພ້ອມທັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຈົ່ງເປັນເຈົ້າການຊ່ວຍເຫຼືອກັນໃນເບື້ອງຕົ້ນເພື່ອຟື້ນຟູ ແລະ ປູກພືດທົດແທນເນື້ອທີ່ນາທີ່ໄດ້ຮັບຄວາມເສຍຫາຍ ແລະ ເອົາໃຈໃສ່ບົວລະບັດຮັກສາເຂົ້າທີ່ຍັງເຫຼືອ, ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບຂະແໜງການທີ່ກ່ຽວຂ້ອງໃຫ້ເອົາໃຈໃສ່ ສົມທົບກັບຄະນະບ້ານ ແລະ ພໍ່ແມ່ປະຊາຊົນ ເພື່ອເກັບກໍາຂໍ້ມູນຜົນເສຍຫາຍລະອຽດເພື່ອສະຫຼຸບລາຍງານໃຫ້ຖືກຕ້ອງ, ວ່ອງໄວ ແລະ ຊ່ວຍເຫຼືອປະຊາຊົນໃນທຸກດ້ານ, ໂອກາດດັ່ງກ່າວ ກໍໄດ້ມອບເຄື່ອງບັນເທົາທຸກໃຫ້ປະຊົນທີ່ໄດ້ຮັບຜົນກະທົບ, ຈາກນັ້ນກໍ່ໄກ້ເດີນທາງ ໄປເບິ່ງ ເນື້ອທີ່ນາ ທີ່ໄດ້ຮັບຄວາມເສຍຫາຍ ຢູ່ບ້ານກ້ອນຕື່ນ, ບ້ານປາກໂຊະ, ບ້ານ ປາງສາ ແລະ ບ້ານດົງ, ກວດກາເບິ່ງຜົນເສຍຫາຍ ເນື້ອທີ່ນາຂອງປະຊາຊົນບ້ານຫາດສະຕື່ມອີກ.

(ຂ່າວ: ບຸນເພັງ ທຸມມະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ການນໍາ ແຂວງຫຼວງພະບາງ ໃສ່ບາດໃນວັນບຸນປີໃໝ່ລາວ ພສ 2568

ການນໍາ ແຂວງຫຼວງພະບາງ ໃສ່ບາດໃນວັນບຸນປີໃໝ່ລາວ ພສ 2568

ຕອນເຊົ້າຂອງວັນທີ 16 ເມສາຜ່ານມາເປັນວັນຂຶ້ນປີໃໝ່ລາວ ກົງກັບມື້ແຮມ 4 ຄໍ່າ ເດືອນ 5 ພສ2567 ຢູ່ໜ້າວັດແສນສຸຂາຣາມ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ມີການໃສ່ບາດແດ່ພະສົງ-ສາມະເນນ ຕາມຮີດຄອງປະເພນີ,
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມ “ໃຕ້ຝຸ່ນ-2025”

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມ “ໃຕ້ຝຸ່ນ-2025”

ໃນຕອນເຊົ້າວັນທີ 10 ເມສາ 2025, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມການທະຫານໄລຍະສັ້ນ ພາຍໃຕ້ຫົວຂໍ້ “ໃຕ້ຝຸ່ນ-2025” ຂອງກໍາລັງຕີພິເສດກອງທັບປະຊາຊົນລາວ,
ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ

ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ

ໃນວັນທີ 9 ເມສາ ນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຜູ້ຊີ້ນຳການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງ ອຄ,
ລົງກວດກາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕະຫຼາດເມືອງໄຊທານີ

ລົງກວດກາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕະຫຼາດເມືອງໄຊທານີ

ພະເເນກອຸດສະຫະກໍາເເລະການຄ້ານະຄອນຫຼວງວຽງຈັນ ສົມທົບກັບອົງການປົກຄອງເມືອງໄຊທານີ ລົງເຄື່ອນໄຫວກວດກາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເເລະ ປຸກລະດົມຜູ້ປະກອບການຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ2567ຕ້ອນຮັບປີໃໝ່ລາວ2568 ຢູ່ຕະຫຼາດລາວ ບ້ານສະພັງມຶກ ນະຄອນຫຼວງວຽງຈັນ
ສະຖານກົງສູນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ

ສະຖານກົງສູນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າພ.ສ. 2567ແລະຕ້ອນຮັບປີໃໝ່ພ.ສ. 2568ທີ່ຈະມາເຖິງນີ້, ສະຖານກົງສູນໃຫຍ່ແຫ່ງສປປລາວທີ່ ຈັງຫວັດຂອນແກ່ນຣາຊະອານາຈັກໄທໄດ້ຈັດພິທີບາສີສູ່ຂວັນແລະສະເຫຼີມສະຫຼອງເນື່ອງໃນໂອກາດດັ່ງກ່າວຂຶ້ນ ໃນຕອນຄໍ່າຂອງວັນທີ8ເມສາ ຜ່ານມາ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ  ເຂົ້າວາງພວງມາລາໄວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ເຂົ້າວາງພວງມາລາໄວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ໃນວັນທີ 5 ເມສາ ຜ່ານມານີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫຼິນລຸ້ຍ ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ໄວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ.
ຄວາມເປັນມາຂອງປູ່ເຍີຍ່າເຍີ

ຄວາມເປັນມາຂອງປູ່ເຍີຍ່າເຍີ

ໂດຍ: ອາພຸດເດດ ປູ່ເຍີ ຍ່າເຍີ ຫຼືບາງສະໄໝຮຽກວ່າປູ່ສັງຂະສາ ຍ່າສັງຂະສີ ຫຼືເທວະດາຫຼວງ ຊຶ່ງພະເຈົ້າຟ້າງຸ່ມມະຫາຣາດໄດ້ຊົງປະດິດສະຖານແຕ່ງຕັ້ງຂຶ້ນໃນປີກ່າໃສ້ ຈ.ສ 715 ຂຶ້ນເປັນພະເສື້ອເມືອງ.
ເພີ່ມເຕີມ